ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028

01/03/2026 08:01
Email Print 578
KPL ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ.

ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ. ສໍາລັບລາງວັນ ທີ່ ສປປ ລາວ ໄດ້ຮັບຈະກວມຢູ່ 4 ມາດຕະຖານ ຄື:   ລາງວັນມາດຕະຖານໂຮງແຮມຂຽວອາຊຽນ , ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ມາດ ຕະຖານສະຖານທີ່ຈັດງານອາຊຽນ, ລາງວັການທ່ອງທ່ຽວແບບຍືນຍົງອາຊຽນ ເວົ້າລວມ, ເວົ້າສະເພາະ ມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ ກໍມີ 4 ເມືອງ ຄື: ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ,  ນະຄອນຫລວງພະບາງ ແຂວງຫລວງພະບາງ,  ເມືອງວຽງໄຊ  ແຂວງຫົວພັນ  ແລະ  ນະຄອນປາກເຊ ແຂວງຈໍາປາສັກ.

ເຖິງແນວໃດກໍຕາມ,ນະຄອນປາກເຊ ແຂວງຈຳປາສັກ, ນອກຈາກໄດ້ຮັບລາງວັນມາດຕະຖານເມືອງສະອາດອາຊຽນ ປີ 2026-2028 ແລ້ວ, ຍັງໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ 7 ແຫ່ງ ປະກອບມີ ໂຮງແຮມຈໍາປາພາເລດ, ໂຮງແຮມປອນອາລິນາ, ໂຮງແຮມນາກະສັງພາລາໄດ, ໂຮງແຮມເດີຣິເວຍລາ, ໂຮງແຮມແສນສົດຊືນ, ຣິສອດຕາດຟານ, ຣິສອດທົ່ງຫວາຍໂຮມສະເຕ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 1 ແຫ່ງ ຄື: ແຫລ່ງທ່ອງທ່ຽວນໍ້າຕົກຕາດຟານ ຕື່ມອີກ.

ທ່ານ ນາງ ພອນມະນີ ສຸຂະທຳມະວົງ  ຫົວໜ້າພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ,ກົມພັດທະນາການທ່ອງທ່ຽວ  ໃຫ້ຮູ້ວ່າ:  ສໍາລັບມາດຕະຖານການທ່ອງທ່ຽວອາຊຽນ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ລິເລີ່ມແຕ່ປີ 2018 ໂດຍມາດຕະຖານທໍາອິດທີ່ຈັດຕັ້ງປະຕິບັດແມ່ນລາງວັນໂຮງແຮມຂຽວອາຊຽນ. ຫລັງຈາກນັ້ນ, ກໍ່ເລີ່ມພັດທະນາຫລາຍມາດຕະຖານຂຶ້ນ ຊຶ່ງປັດຈຸບັນມີຢູ່ 7 ມາດຕະຖານ  ຄື:  ມາດຕະຖານໂຮງແຮມຂຽວອາຊຽນ, ສະປາອາຊຽນ, ເມືອງທ່ອງທ່ຽວສະອາດອາຊຽນ,ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ,ໂຮມສະເຕອາຊຽນ,ຫ້ອງນໍ້າສາທາລະນະອາຊຽນ, ມາດຕະຖານສະຖານທີຈັດງານອາຊຽນ  ແລະ ອີກ 1 ລາງວັນ ຄືລາງວັນການທ່ອງທ່ຽວແບຍຍືນຍົງອາຊຽນ ເຊິ່ງບັນດາມາດຕະຖານຕ່າງໆກໍໄດ້ຮັບການຈັດຕັ້ງປະຕິບັດຢູ່ພາຍໃນບັນດາ 10 ປະເທດອາຊຽນ ແລະ ມີການມອບລາງວັນມາຫລາຍໆລາງວັນ ຈົນມາຮອດປັດຈຸບັນ ສປປລາວ ກໍໄດ້ຮັບມາແລ້ວ 100 ກວ່າລາງວັນ. ສໍາລັບລາງວັມາດຕະຖານ ທ່ອງທ່ຽວສະອາດອາຊຽນ ແມ່ນເມືອງຫລວງພະບາງ ໄດ້ຮັບລາງວັນນີ້ເປັນເມືອງທໍາອິດໃນປີ 2018, ຕໍ່ມາປີ 2020 ແມ່ນ ນະຄອນຫລວງວຽງຈັນ, ປີ2022  ໄດ້ຮັບ 2 ເມືອງ ຄື:  ເມືອງຫລວງພະບາງ ແຂວງຫລວງພະບາງ, ນະຄອນປາກເຊ   ແຂວງຈໍາປາສັກ, ເມືອງວຽງໄຊແຂວງ ຫົວພັນ, ປີ 2024 ໄດ້ຮັບ 2 ເມືອງຄື: ນະຄອນຫລວງວຽງຈັນ, ນະຄອນໄກສອນ, ແຂວງສະຫວັນນະເຂດ, ສ່ວນປີ 2026 ໄດ້ຮັບ 4 ເມືອງທີ່ໄດ້ກ່າວມາຂ້າງເທິງນັ້ນ. ສໍາລັບການປະເມີນເມືອງມາດຕະຖານ ການທ່ອງທ່ຽວສະອາດອາຊຽນ ໄດ້ກຳນົດຕົວຊີ້ວັດ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ, ພື້ນທີ່ສີຂຽວ, ພື້ນ ຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ດ້ານການທ່ອງທ່ຽວ.

KPL

ຂ່າວອື່ນໆ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

    • ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028ທ່ອງທ່ຽວ

      ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028

      2/25/2026 2:15:59 PM

      ຂປລ. ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນອີກເມືອງໜຶ່ງທີ່ໄດ້ຮັບລາງວັນເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນ ເນື່ອງຈາກວ່າ ໄດ້ຮັບມາດຕະຖານ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ

    • ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ  2 ລ້ານຄົນທ່ອງທ່ຽວ

      ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ 2 ລ້ານຄົນ

      2/23/2026 10:59:07 AM

      ຂປລ. ປີ 2026 ນີ້ ຄາດວ່າຈະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວ ຈີນຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບ ເນື່ອງມາຈາກແຮງຍູ້ໜູນຂອງສອງ ປະເທດພວມກະກຽມສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ ຄົບຮອບ 65 ປີ, ບວກ ກັບຄວາມສົນໃຈຂອງນັກທ່ອງທ່ຽວ ຈາກພາກພື້ນສາກົນຫັນມາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງ ຫລວງຫລາຍ

    • ປີນີ້ຄາດວ່າ ຈະມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວເພີ່ມຂຶ້ນ  2 ລ້ານເທື່ອຄົນທ່ອງທ່ຽວ

      ປີນີ້ຄາດວ່າ ຈະມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວເພີ່ມຂຶ້ນ 2 ລ້ານເທື່ອຄົນ

      2/9/2026 1:36:16 PM

      ປີ 2026 ນີ້ ຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວ ຈີນຈະກວມເອົາອັດ ຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບເນື່ອງມາຈາກແຮງຍູ້ໜູນຂອງສອງປະເທດພວມກະກຽມສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນ ການ ທູດ ລາວ-ຈີນ ຄົບຮອບ 65 ປີ.

    • ຖໍ້າບຶງໜອງເທົາ ແລະ ຖໍ້າປາເຊືອມ ແຫລ່ງທ່ອງທ່ຽວທີ່ສວຍງາມຂອງແຂວງຄໍາມ່ວນທ່ອງທ່ຽວ

      ຖໍ້າບຶງໜອງເທົາ ແລະ ຖໍ້າປາເຊືອມ ແຫລ່ງທ່ອງທ່ຽວທີ່ສວຍງາມຂອງແຂວງຄໍາມ່ວນ

      2/4/2026 2:30:49 PM

      ຂປລ. ແຂວງຄໍາມ່ວນ ເປັນອີກໜຶ່ງຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າ ມີສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ລືນາມ ເລື່ອງຄວາມສວຍງາມ ແລະ ມີປະຫວັດຄວາມເປັນມາທີ່ຍາວນານ ຈົນເຮັດໃຫ້ປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫລວງຫລາຍບໍ່ຂາດສາຍໃນແຕ່ລະມື້ ແລະ ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວຂອງແຂວງຄໍາມ່ວນແລ້ວ


Top