ລາວເຮັດ ລາວໃຊ້

11/11/2025 10:37
KPL ປັດຈຸບັນ ນັກທຸລະກິດລາວເຮົາ ກໍບໍ່ໜ້ອຍໜ້າ ໂດຍໄດ້ໝູນໃຊ້ຄວາມຮູ້ຄວາມສາມາດຂອງຕົນ ແລະ ວັດຖຸດີບ ທີ່ມີພາຍໃນປະເທດມາຜະລິດ ເປັນເຄື່ອງຜະລິດຕະພັນ ອຸປະໂພກ ບໍລິໂພກຮັບໃຊ້ສັງຄົມລາວເຮົາ.

ປັດຈຸບັນ ນັກທຸລະກິດລາວເຮົາ ກໍບໍ່ໜ້ອຍໜ້າ ໂດຍໄດ້ໝູນໃຊ້ຄວາມຮູ້ຄວາມສາມາດຂອງຕົນ ແລະ ວັດຖຸດີບ ທີ່ມີພາຍໃນປະເທດມາຜະລິດ ເປັນເຄື່ອງຜະລິດຕະພັນ ອຸປະໂພກ ບໍລິໂພກຮັບໃຊ້ສັງຄົມລາວເຮົາ. ສິ່ງເຫລົ່ານີ້ ແມ່ນຕອບສະໜອງຕາມນະໂຍບາຍຂອງພັກ-ລັດວາງອອກ ໂດຍສະເພາະແມ່ນຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ. ດັ່ງນັກທຸລະກິດ ທ່ານ ນາງ ມະນີວອນ ປະຊາຊົນບ້ານ ບຶງ​ຂະ​ຍອງ ​ເມືອງ ສີ​ສັດຕະ​ນາກ ນະຄອນຫລວງ​ວຽງຈັນ ທີ່​ມີຫົວ​ຄິດປະດິດ​ສ້າງ ແລະ ນຳເອົາຄວາມຊຳນິຊຳນານຂອງຕົນ ນໍາ​ເອົາໝາກພ້າວ, ໝາກ​​ໄມ້​ພື້ນ​ເມືອງ​ຊະນິດ​ຕ່າງໆ ມາ​ແປ​ຮູບ​ເປັນ​ເຄື່ອງ​ດື່ມ​ເພື່ອ​ສຸຂະພາບຮັບໃຊ້ສັງຄົມລາວເຮົາ.

​ນາງ ມະນີວອນ ພານຸ​ວົງ ເລົ່າສູ່ຟັງໃນໂອກາດເອົາສິນຄ້າມາວາງຂາຍໃນງານບຸນມະມັດສະການພະທາດຫລວງວຽງຈັນ​ວ່າ: ​ຕົນ​ເອງ​ເປັນ​ຄົນ​ມັກ​ກິນ​ນໍ້າໝາກພ້າວ, ມັກເອົານ້ຳໝາກພ້າວຖະຫວາຍພະ ຈຶ່ງມີຄວາມຄິກຢາກເຮັດເປັນຜະລິດຕະພັນແປຮູບຈາກນໍ້າໝາກພ້າວໃນປີ 2020 ເປັນຕົ້ນມາ ​ເຊິ່ງຜະລິດ​ຕະພັນ​ທໍາ​ອິດ​ທີ່​ເຮັດອອກ​ມາ​ ແມ່ນນໍ້າ   ໝາກພ້າວ​ປະສົມ​ນົມນົມໂອດ ເຊິ່ງແມ່ນນົມປະສົມທັນຍາພືດຫລາຍຊະນິດ ແລະ ຕ່ອນໝາກພ້າວມາປະສົມໃສ່ກັນແລ້ວ ລອງມາກິນເບິ່ງຮູ້ສຶກວ່າບໍ່ຫິວເຂົ້າ ຈຶ່ງເໝາະສໍາລັບຄົນທີ່ຢາກຫລຸດນໍ້າໝັກ ເພາະ​ມີ​ລົດ​ຊາດ​ຫອມ​ຫວານ ກໍ​ເລີຍ​ກາຍ​ເປັນ​ນໍ້ານົມໝາກພ້າວ ລົດ​ຊາດແຊບ​ຊ້ອຍ ຫອມ​ນົມ, ນໍ້າໝາກພ້າວ ​ແລະ ​ໃບ​ເຕີຍ ​ ທີ່​ຕອບ​ໂຈດ​ທັງ​ເດັກນ້ອຍ ​ແລະ ຜູ້​ໃຫຍ່. ນອກ​ນີ້​ແລ້ວ ມີ​ຜະລິດ​ຕະພັນ​ອື່ນໆ​ເຊັ່ນ: ວຸ້ນໝາກພ້າວ​ຫອມ, ນໍ້າຫວານ​ທັນ​ຍາ​ພືດຖົ່ວ 5 ສີຄື: ຖົ່ວດໍາ,ແດງ, ລາຍ, ໝາກເດືອຍ, ງາດຳ-ງາຂາວ. ນອກນີ້,ຍັງມີຊາ​ຂຽວ, ກາ​​ເຟ  ແລະ ກໍາລັງເຮັດອອກມາ ແມ່ນກີດໂຍເກິດ ຫລື ເວົ້າອີກຢ່າງໜຶ່ງວ່າ ເມນູສໍາລັບທີ່ຄົນຫລຸດນໍ້າໜັກສະເພາະ ເພາະໄລຍະນີ້ ຄົນກໍາລັງນິຍົມຮັກສາສຸຂະພາບ ໂດຍ​ລາຄາ ຂາຍ ຜະລິດຕະພັນຕ່າງໆ ແມ່ນເລີ່​ມຕົ້ນ​ແມ່ນ 20 ພັນ​ກີບຂຶ້ນໄປ ແລ້ວແຕ່ຜະລິດຕະພັນ  ໂດຍສະເລ່ຍສາມາດຂາຍຜະລິດຕະພັນໄດ້ປະມານມື້ລະ 200 ຕຸກ ຂາຍຢູ່ຕະຫລອດປອດສານພິດໄອເຕັກໃນວັນພຸດ, ເສົາ ແລະ ຕະຫລາດປອດສານພິດວຽງຈັນເຊັນເຕີໃນວັນພຸດ, ສຸກ, ເສົາ, ແຕ່ຈໍານວນນີ້ ຍັງບໍ່ລວມທີ່ໄປສົ່ງທີ່ຂາຍຢູ່ຮ້ານທະວີ ສາຂາວຽງຈັນເຊັນເຕີ ແລະ ໃນຕໍ່ໜ້າກໍຈະໄປຂາຍຢູ່ໂຊກທະວີ ສາຂາໜອງໄຮ່ນໍາອີກ. ຖືວ່າ ດີ​ຫລາຍ ​ເພາະ​ມີການ​ບອກ​ຕໍ່ ປາກ​ຕໍ່ປາກ ​ເຖິງ​ຄວາມ​ແຊບ  ແລະ  ອີກຢ່າງໜຶ່ງ ຜະ​ລິດ​ຕະພັນ ​ແມ່ນ​ເຮັດ​ມາ​ຈາກ​ວັດຖຸ​ດີບ​ສົດ ປອດສານພິດ ຈຶ່ງສາມາດດຶງດູດຜູ້ຄົນ​ທີ່​ມັກ​ອອກ​ກໍາລັງ​ກາຍ ​ແລະ ຮັກສາ​ສຸຂະພາບ.

ພາຍຫລັງທີ່ນໍາສະເໜີຜະລິດຕະພັນສູ່ສັງຄົມ ເຫັນວ່າສັງຄົມໃຫ້ການຕອບຮັບດີ ແລະ ເປັນທີ່ຮູ້ຈັກໃນນາມຜະລິດຕະພັນ ເພື່ອສຸຂະພາບ ໂດຍສະເພາະແມ່ນຜະລິດຕະພັນ ທັນຍາພືດນໍ້ານົມໝາກພ້າວ, ໂຍເກິດ,ກີດໂຍເກິດ  ເຊິ່ງເປັນເມນູ ເພື່ອສຸຂະພາບຈະໄດ້ຮັບຄວາມນິຍົມເປັນພິເສດ. ແນວໃດກໍດີຮູ້ສຶກດີ​ໃຈ​ຫລາຍ​ທີ່​ໄດ້ຜົນ​ຕອບ​ຮັບ​ດີຈາກ​ລູກ​ຄ້າ ​ເພາະ​​ເປັນ​ການ​ສ້າງ​ມູນ​ຄ້າ​ເພີ່ມ​ໃຫ້ຜະລິດ​ຕະພັນ​ທໍາ​ມະ​ຊາດ ​ແລະ ​ເປັນ​ສົ່ງ​ເສີມ​ປະຊາຊົນທີ່​ເຮັດ​ອາຊີບ​ກະສິກໍາ​ອີກ​ດ້ວຍ. ນາງ ມະນີວອນ ​ກ່າວ.   

ແນວໃດກໍຕາມ ​ຜະລິດ​ຕະພັນອຸປະໂພກ ບໍລິໂພກຂອງຄົນລາວເຮົາ ຈະຢູ່ຄຽງຂ້າງ ແລະ ຍືນຍົງຢູ່ໃນສັງຄົມລາວຕະຫລອດໄປ ພວກເຮົາຄົນລາວ ຕ້ອງເປັນເຈົ້າການໃຫ້ການສະໜັບສະໜູນຜະລິດຕະພັນຂອງຄົນລາວເຮົາ. ຂະນະທີ່ທ່ານໃດສົນໃຈຜະລິດຕະພັນທ່ານ ນາງ ມະນີວອນ ​ກໍສາມາດຕິດຕໍ່ໄດ້​ທີ່​ເບີ 02028956546.

ໂດຍ:ມາລີດາ

KPL

ຂ່າວອື່ນໆ


Top