KPL
                                                             ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນ ຕຸລາ 2025 ໄດ້ໄຂຂ້ຶນໃນວັນທີ 3 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ.
                                                        
                                                        
                                                             ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນ ຕຸລາ 2025 ໄດ້ໄຂຂ້ຶນໃນວັນທີ 3 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ແລະ ບັນດາແຂວງເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025. ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 1 ວັນເຄ່ິງ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາຄັນເປັນຕົ້ນການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການປະຈໍາເດືອນພະຈິກ 2025 ຂອງ ລັດຖະບານ; ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ການກະ ກຽມຄວາມພ້ອມລາຍງານຕ່ໍກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ລາຍງານສະພາບສາກົນ ແລະ ພາກພື້ນທີ່ພົ້ນເດັ່ນ; ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມທັງຜ່ານຮ່າງວິໄສທັດຮອດປີ 2045 ແລະ ແຜນຍຸດທະສາດການພັດທະນາລະບົບຂໍ້ມູນຂ່າວສານຕະຫລາດແຮງງານແຫ່ງຊາດ ຮອດປີ 2035; ຮ່າງດໍາລັດວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດເປັນບ່ອນຢູ່ອາໄສ ແລະ ຊື້-ຂາຍສິດນຳ ໃຊ້ທີ່ດິນແບບມີກຳນົດ; ຮ່າງດໍາລັດວ່າດ້ວຍຢາງພາລາ; ຮ່າງດຳລັດວ່າດ້ວຍການຄຸ້ມຄອງບໍລິເວນຊາຍແດນ; ຮ່າງດຳລັດວ່າດ້ວຍພະນັກງານທ້ອງຖິ່ນທີ່ເຮັດວຽກນຳອົງການຕ່າງປະເທດປະຈຳຢູ່ ສປປ ລາວ; ຮ່າງດຳລັດວ່າດ້ວຍການຄຸ້ມຄອງທະນະບັດ.
    ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໂດຍສະເພາະຄວາມຂັດແຍ່ງທາງດ້ານເສດຖະ ກິດ-ການຄ້າ, ການທະຫານ, ບັນຫາຊາຍແດນ ແລະ ອື່ນໆ, ຊຶ່ງຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ເພື່ອມີມາດຕະການຮັບມືຕໍ່ຜົນກະທົບທ່ີອາດຈະເກີດຂຶ້ນ. ນອກນັ້ນ, ສະພາບພາຍໃນປະເທດເຮົາຍັງເກີດມີຜົນກະທົບຈາກໄພທໍາມະຊາດ ແລະ ອື່ນໆ, ຊຶ່ງບັນຫາທັງໝົດເຫລົ່ານ້ັນ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທັງທາງກົງ ແລະ ທາງອ້ອມຢ່າງ ຫລີກລ້ຽງບໍ່ໄດ້. ສະນັ້ນ, ຕ້ອງໄດ້ຮີບຮ້ອນພ້ອມກັນສຸມໃສ່ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນ ເພື່ອບ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ. ພ້ອມທັງ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທ່ີກໍານົດໄວ້.
                                                        KPL