KPL
                                                            ທ່ານນາງ ຊານາເອະ ທາຄາອິຈິ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານ ມາຣົກ ຄາຣນິ ນາຍົກ ລັດຖະມົນຕີ ການາດາ ໄດ້ຕົກລົງກັນວ່າ ຈະຊຸກຍູ້ຄວາມຮ່ວມມື ທະວີພາຄີ ໃນຫລາຍດ້ານ ລວມທັງຄວາມໝັ້ນຄົງ ແລະ ພະລັງງານ 
                                                        
                                                        
                                                        
ຂປລ. ສຳນັກຂ່າວ ອິນໂຟເຄສ: ທ່ານນາງ ຊານາເອະ ທາຄາອິຈິ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານ ມາຣົກ ຄາຣນິ ນາຍົກ ລັດຖະມົນຕີ ການາດາ ໄດ້ຕົກລົງກັນວ່າ ຈະຊຸກຍູ້ຄວາມຮ່ວມມື ທະວີພາຄີ ໃນຫລາຍດ້ານ ລວມທັງຄວາມໝັ້ນຄົງ ແລະ ພະລັງງານ ໃນການ ພົບປະກັນ ຄັ້ງທຳອິດ ໃນກອບກອງປະຊຸມ ສຸດຍອດເອເປກ ຢູ່ ສ.ເກົາຫລີ.
ກະຊວງການຕ່າງປະເທດ ຍີ່ປຸ່ນ ເປີດເຜີຍວ່າ: ຜູ້ນຳທັງສອງ ໄດ້ຢືນຢັນ ນະໂຍບາຍ ໃນການເຮັດວຽກ ຢ່າງໃກ້ສິດ ເພື່ອແກ້ໄຂ ບັນຫາ ພາກພື້ນ ເຊັ່ນ: ການພັດທະນາ ຂີປະນາວຸດ ແລະ ນີວເຄລຍ ຂອງ ສປປເກົາຫລີ ລວມເຖິງກໍລະນີ ການລັກພາຕົວ ຊາວຍີ່ປຸ່ນ ໃນຫລາຍທົດ ສະວັດ ທີ່ຜ່ານມາ. ນອກຈາກນີ້ ຜູ້ນຳທັງສອງ ຍັງເອກະພາບ ເຫັນດີວ່າ ປະເທດຂອງຕົນ ຈະຮ່ວມມືກັນ ເພື່ອສ້າງເຂດອິນໂດ-ປາຊິຟິກ ຢ່າງເສລີ ແລະ ເປີດກວ້າງ./
 
                                                        KPL