KPL
ໃນວັນທີ 24 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ ພົບປະສອງຝ່າຍກັບສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ຄະນະໃນ ໂອກາດເດີນທາງເຂ້ົາຮ່ວມພິທີລົງນາມໃນສົນທິສັນຍາສະຫະປະຊາຊາດ.
ຂປລ. ໃນວັນທີ 24 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ ພົບປະສອງຝ່າຍກັບສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ຄະນະໃນ ໂອກາດເດີນທາງເຂ້ົາຮ່ວມພິທີລົງນາມໃນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກໍາທາງໄຊເບີ ໃນວັນທີ 24-26 ຕຸລາ 2025 ທີ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ ເພ່ືອສືບຕ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ໃນໂອກາດນ້ີ, ຝ່າຍລາວໄດ້ສະແດງຄວາມຊົມເຊີຍທີ່ວົງຄະນາຍາດສາກົນ ໄດ້ໃຫ້ຄວາມເຊື່ອໝ້ັນ ແລະ ເລືອກເອົານະຄອນຫລວງ ຮ່າໂນ້ຍ ເປັນສະຖານທີ່ລົງນາມຂອງສົນທິສັນຍາສາກົນ ທີ່ມີຄວາມໝາຍສຳຄັນນີ້ ຊຶ່ງໃນຕໍ່ໜ້າຈະມີຊື່ວ່າສົນທິສັນຍາຮ່າໂນ້ຍ. ສປປ ລາວ ເຊ່ືອໝ້ັນວ່າດ້ວຍບົດຮຽນ ແລະ ບົດບາດສາກົນ ຂອງເພື່ອນ ສະຫາຍຫວຽດນາມ, ພິທີລົງນາມ ແລະ ກອງປະຊຸມສາກົນຄັ້ງນີ້, ຈະ ປະສົບຜົນສຳເລັດຢ່າງຈົບງາມ ພ້ອມທັງຍົກສູງບົດບາດຂອງ ສສ ຫວຽດນາມ ໃຫ້ສູງເດັ່ນຍິ່ງຂຶ້ນໃນເວທີພາກພ້ືນ ແລະ ສາກົນ. ສອຝ່າຍໄດ້ແຈ້ງສະພາບການພ້ົນເດັ່ນ ຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ໃນຕະຫລອດໄລຍະຜ່ານມາ, ພ້ອມທັງຮ່ວມກັນຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ມີບາດກ້າວຂະຫຍາຍ ຕົວຮອບດ້ານ ແລະ ມີຜົນສຳເລັດ ສູງ, ເຫັນໄດ້ຈາກການພົວພັນຮ່ວມມື ຮອບດ້ານທັງໃນດ້ານການເມືອງ, ເສດຖະກິດ ແລະ ການຮ່ວມມືເພ່ືອ ການພັດທະນາບົນພື້ນຖານຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ, ການຮ່ວມມືທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຈັດຕ້ັງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍມີຄວາມຄືບໜ້າເປັນກ້າວໆ. ພ້ອມນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕ່ໍປະສານສົມທົບກັນຢ່າງໃກ້ຊິດ ເພື່ອສືບຕ່ໍສ່ົງເສີມການພົວພັນຮ່ວມມືທ່ີເປັນມູນເຊື້ອຂອງສອງຊາດ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ, ພ້ອມທັງຈະຮ່ວມມືກັນຢ່າງໃກ້ຊິດໃນການຈັດຕ້ັງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດໃນດ້ານຕ່າງໆໃຫ້ປະກົດຜົນເປັນຮູບປະທໍາ ແລະ ມີປະສິດທິຜົນສູງສຸດ ເພ່ືອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.
KPL