ຜູ້ນຳເອເປກ ລົງນາມສົ່ງເສີມ ຄວາມຮ່ວມມື ທາງເສດຖະກິດ

04/11/2025 13:37
Email Print 141
KPL ບັນດາ ຜູ້ນຳຂອງກຸ່ມ ຄວາມຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ(APEC) ໄດ້ລົງນາມ ໃນຄຳປະກາດຮ່ວມມືກັນ ຫລັງຈາກ ກອງປະຊຸມກັນ ເປັນເວລາ 2 ວັນ ເພື່ອປຶກສາຫາລື ຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ ຢ່າງໝັ້ນຄົງໃນພາກພື້ນ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ບັນດາ ຜູ້ນຳຂອງກຸ່ມ ຄວາມຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ(APEC) ໄດ້ລົງນາມ ໃນຄຳປະກາດຮ່ວມມືກັນ ຫລັງຈາກ ກອງປະຊຸມກັນ ເປັນເວລາ 2 ວັນ ເພື່ອປຶກສາຫາລື ຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ ຢ່າງໝັ້ນຄົງໃນພາກພື້ນ.

ຄຳປະກາດ ດັ່ງກ່າວ ລະບຸວ່າ: ປັດຈູບັນ ໂລກ ຍັງຢູ່ໃນໄລຍະ ປ່ຽນຜ່ານ ທີ່ສຳຄັນ, ລະບົບ ການຄ້າ ລະດັບໂລກ ຍັງຄົງ ຜະເຊີນກັບ ຄວາມທ້າທາຍ ຢ່າງມີໄນສຳຄັນ, ໃນຂະນະທີ່ ຄວາມກ້າວໜ້າ ຂອງ ເຕັກໂນໂລຊີ ປ່ຽນແປງຢ່າງວ່ອງໄວ ແລະ ການປ່ຽນແປງ ດ້ານປະຊາກອນສາດ ສົ່ງຜົນກະທົບຢ່າງຍາວນານ ຕໍ່ເສດຖະກິດ ຂອງ ສະມາຊິກ ເອເປກ. ຄຳປະກາດ ດັ່ງກ່າວ ໄດ້ຮຽກຮ້ອງ ໃຫ້ເສີມສ້າງ ຄວາມຮ່ວມມື ແລະ ດຳເນີນມາດຕະການ ທີ່ເປັນຮູບປະທຳ ເພື່ອສະໜັບສະໜູນ ການເຕີບໂຕ ທາງເສດຖະກິດ ທີ່ເປັນປະໂຫຍດຕໍ່ທຸກຝ່າຍ. ນອກຈາກນີ້ແລ້ວ ບັນດາຜູ້ນຳ ຍັງໄດ້ຮັບຮອງ ເອກະສານ ສອງສະບັບ ເພີ່ມເຕີມ ເປັນຕົ້ນ ໂຄງການ ປັນຍາປະດິດ ເອເປກ ແລະ ກອບຄວາມຮ່ວມມື ເອເປກ ສຳລັບ ການປ່ຽນແປງ ດ້ານປະຊາກອນ./

KPL

ຂ່າວອື່ນໆ


Top