KPL
                                                            ວັນທີ 31 ຕຸລາ ຜ່ານມາ,ສະພາການຄ້າ ແລະ ການລົງທຶນ ຂອງ ອົງການ ສະຫະປະຊາຊາດ ໄດ້ປະກາດ ບົດລາຍງານ ການຕິດຕາມ ທ່າອ່ຽງ ດ້ານການລົງທຶນ ໃນທົ່ວໂລກ ໂດຍລະບຸວ່າ: ສະພາບການ ທີ່ເຄັ່ງຕຶງ ດ້ານການຄ້າ, ອັດຕາ ດອກເບັ້ຍສູງ ແລະ ຄວາມບໍ່ແນ່ນອນ ດ້ານພູມສາດການເມືອງ ເຮັດໃຫ້ນັກລົງທຶນ ໄດ້ຮັກສາທ່າທີ ຢ່າງລະມັດລະວັງ
                                                        
                                                        
                                                        
ຂປລ.ວິທະຍຸໂທລະພາບ ສູນກາງຈີນ (ຊີເອັມຈີ): ວັນທີ 31 ຕຸລາ ຜ່ານມາ,ສະພາການຄ້າ ແລະ ການລົງທຶນ ຂອງ ອົງການ ສະຫະປະຊາຊາດ ໄດ້ປະກາດ ບົດລາຍງານ ການຕິດຕາມ ທ່າອ່ຽງ ດ້ານການລົງທຶນ ໃນທົ່ວໂລກ ໂດຍລະບຸວ່າ: ສະພາບການ ທີ່ເຄັ່ງຕຶງ ດ້ານການຄ້າ, ອັດຕາ ດອກເບັ້ຍສູງ ແລະ ຄວາມບໍ່ແນ່ນອນ ດ້ານພູມສາດການເມືອງ ເຮັດໃຫ້ນັກລົງທຶນ ໄດ້ຮັກສາທ່າທີ ຢ່າງລະມັດລະວັງ, ເປັນເຫດ ເຮັດໃຫ້ ການລົງທຶນ ໂດຍກົງ ຈາກ ຕ່າງປະເທດ ທົ່ວໂລກໃນ 6 ເດືອນຕົ້ນປີນີ້ ໄດ້ຫລຸດລົງ 3% ໃນສອງປີ ຜ່ານມານີ້. ຍ້ອນໄດ້ຮັບຜົນກະທົບ ຈາກອົງກອນເສດຖະກິດ ທີ່ພັດທະນາ ການລວມຕົວ ຂ້າມຊາດ ໄດ້ຫລຸດລົງ 18%. ອົງກອນ ເສດຖະກິດ ທີ່ພວມພັດທະນາ ມີການປະພຶດທີ່ດີ ໃນດ້ານກວມລວມ, ການໄຫລເຂົ້າ ດ້ານເງິນທຶນ ໄດ້ຮັກສາ ຄວາມໝັ້ນທ່ຽງ, ແຕ່ພາກພື້ນຕ່າງໆມີທ່າອ່ຽງຕ່າງກັນ.
 ການໄຫລເຂົ້າ ດ້ານເງິນທຶນ ຂອງ ທະວີບອາເມລິກາ ລາຕິນ ແລະ ພາກພື້ນກາລີເບ ໄດ້ເພີ່ມຂຶ້ນ 12%,ສ່ວນບັນດາ ປະເທດ ທີ່ພວມພັດທະນາ ຢູ່ອາຊີ ໄດ້ເພີ່ມຂຶ້ນ 7%, ແຕ່ການໄຫລເຂົ້າ ດ້ານເງິນທຶນ ຢູ່ອາຟຣິກາ ໄດ້ຫລຸດລົງ 42%. ໃນ6ເດືອນຕົ້ນປີ 2025 ນີ້, ຕົ້ນທຶນ ການກູ້ຢືມ ເພີ່ມສູງຂຶ້ນ ແລະ ຄວາມບໍ່ແນ່ນອນ ດ້ານເສດຖະກິດ ສືບຕໍ່ບີບຮັດການລົງທຶນ ໃນຂົງເຂດ ອຸດສາຫະກຳ ແລະ ພື້ນຖານໂຄງລ່າງ./
 
                                                        KPL