KPL
ສະຫະພັນ ການຈໍລະຈອນ ແລະ ຈັດຊື້ສິນຄ້າຈີນ ໄດ້ເຜີຍແຜ່ ຕົວເລກດັດສະນີ ຜູ້ຈັດການ ຝ່າຍຈັດຊື້ ຂອງອຸດສາຫະກຳ ການຜະລິດໂລກ ປະຈຳ ເດືອນກັນຍາ ທີ່ຜ່ານມາວ່າ ດັດຊະນີ ດັ່ງກ່າວ ໄດ້ຫລຸດລົງ 0,2% ເມື່ອທຽບໃສ່ ເດືອນສິງຫາປີ 2025.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 6 ຕຸລານີ້, ສະຫະພັນ ການຈໍລະຈອນ ແລະ ຈັດຊື້ສິນຄ້າຈີນ ໄດ້ເຜີຍແຜ່ ຕົວເລກດັດສະນີ ຜູ້ຈັດການ ຝ່າຍຈັດຊື້ ຂອງອຸດສາຫະກຳ ການຜະລິດໂລກ ປະຈຳ ເດືອນກັນຍາ ທີ່ຜ່ານມາວ່າ ດັດຊະນີ ດັ່ງກ່າວ ໄດ້ຫລຸດລົງ 0,2% ເມື່ອທຽບໃສ່ ເດືອນສິງຫາປີ 2025. ການຟື້ນຕົວ ຂອງເສດຖະກິດໂລກ ມີທ່າອ່ຽງທີ່ໝັ້ນທ່ຽງ ໂດຍທຽບຖານ. ເມື່ອເບິ່ງຈາກ ແຕ່ລະພາກພື້ນແລ້ວ ເຫັນວ່າ ອຸດສາຫະກຳ ການຜະລິດ ຂອງອາຊີ ໄດ້ສືບຕໍ່ຮັກສາການເຕີບໂຕ ຢ່າງໝັ້ນທ່ຽງ. ຜູ້ຊ່ຽວຊານ ທີ່ກ່ຽວຂ້ອງເຫັນວ່າ ຍ້ອນໄດ້ຮັບຜົນກະທົບ ຈາກການຂັດແຍ້ງກັນດ້ານການຄ້າ ແລະ ການປະທະກັນ ດ້ານການເມືອງ ພູມີພາກ ຢ່າງຕໍ່ເນື່ອງ, ການເຕີບໂຕ ຂອງຄວາມຕ້ອງການໃນຕະຫລາດສາກົນ ຍັງອ່າວອ່ອນແອ ຄືເກົ່າ, ເຖິງວ່າ ການຟື້ນຕົວ ຂອງເສດຖະກິດໂລກ ໄດ້ຮັກສາຄວາມໝັ້ນທ່ຽງ ໃນລະດັບໃດໜຶ່ງກໍຕາມ, ແຕ່ຍາກທີ່ຈະມີ ການເພີ່ມຂຶ້ນ ຢ່າງພົ້ນເດັ່ນ. ພາຍໃຕ້ ສະພາບການຄືແນວນີ້, ການສະແຫວງຫາ ການຂັບເຄື່ອນ ດ້ວຍການປະດິດສ້າງໃໝ່ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ການເພີ່ມຄວາມໝັ້ນໜຽວທົນທານ ຂອງຕ່ອງໂສ້ການສະໜອງນັ້ນ ໄດ້ກາຍເປັນວິທີສຳຄັນ ທີ່ປະເທດຕ່າງໆ ໃນໂລກຊຸກຍູ້ການຟື້ນຟູ ເສດຖະກິດ ຢ່າງໝັ້ນທ່ຽງ. ພ້ອມກັນນັ້ນ, ການເພີ່ມທະວີ ການຮ່ວມມື ດ້ານເສດຖະກິດໃນພາກພື້ນ ກໍມີຄວາມສຳຄັນ ທີ່ບໍ່ສາມາດ ເບິ່ງຂ້າມໄດ້ເຊັ່ນດຽວກັນ ໃນການຟື້ນຟູ ເສດຖະກິດ ຢ່າງໝັ້ນທ່ຽງ. ການທີ່ອຸດສາຫະກຳ ການຜະລິດ ຂອງອາຊີ ແລະ ອາຟຣິກາ ສາມາດຂະຫຍາຍຕົວ ຢ່າງໝັ້ນທ່ຽງ, ການຮ່ວມມື ດ້ານການຄ້າ ລະດັບພາກພື້ນ ໄດ້ເສີມຂະຫຍາຍ ບົດບາດ ທີ່ສຳຄັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL