KPL
ທ່ານ ວະລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ ແລະ ທ່ານ ນາເຣັນທຣາ ໂມດີ(Narendra Modi),ນາຍົກລັດຖະມົນຕີ ອິນເດຍ ໄດ້ດຳເນີນ ການໂອ້ລົມ ທາງໂທລະສັບ ເພື່ອປຶກສາ ຫາລື ກ່ຽວກັບ ການພົວພັນສອງ ຝ່າຍ ແລະ ສະພາບການ ກ່ຽວຂ້ອງເຖິງການ ປະທະກັນຢູ່ ອູແກຣນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ເມື່ອບໍ່ດົນມານີ້, ຢູ່ວັງເຄຣມລິນ(Kremlin) ແຈ້ງໃຫ້ຊາບວ່າ ທ່ານ ວະລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ ແລະ ທ່ານ ນາເຣັນທຣາ ໂມດີ(Narendra Modi),ນາຍົກລັດຖະມົນຕີ ອິນເດຍ ໄດ້ດຳເນີນ ການໂອ້ລົມ ທາງໂທລະສັບ ເພື່ອປຶກສາ ຫາລື ກ່ຽວກັບ ການພົວພັນສອງຝ່າຍ ແລະ ສະພາບການ ກ່ຽວຂ້ອງເຖິງການ ປະທະກັນຢູ່ ອູແກຣນ. ຢູ່ການໂອ້ລົມທາງໂທລະສັບ, ທ່ານ ວະລາດີເມຍ ປູຕິນ ຢັ້ງຢືນ ການພົວພັນ ລະຫວ່າງ ຣັດເຊຍ ແລະ ອິນເດຍ ຍາມໃດ ກໍ່ເປັນມິດ ໃນຕະຫລອດ ໄລຍະປະຫວັດສາດ ແຫ່ງຍຸກ ສະໄໝ, ອີງຕາມ ການສະໜັບ ສະໜູນ ຂອງປະຊາຊົນສອງປະເທດ. ການນຳສອງທ່ານ ລ້ວນແຕ່ສະແດງ ຄວາມເພິ່ງພໍໃຈ ຕໍ່ການພັດທະນາ ຢ່າງສຳເລັດຜົນ ຂອງການພົວພັນສອງຝ່າຍ ໃນຈຸດເວລາ ປັດຈຸ ບັນ. ນອກຈາກນັ້ນ, ສອງຝ່າຍກໍ່ເຕື້ອງເຖິງ ການກະກຽມໃຫ້ແກ່ ການຢ້ຽມຢາມ ອິນເດຍ ຂອງ ທ່ານ ປະທະນາທິບໍດີ ຣັດເຊຍໃນເດືອນ ທັນວາ ຈະມາເຖິງ, ພ້ອມທັງ ແລກປ່ຽນກ່ຽວກັບ ບັນດາ ບັນຫາ ສາກົນ, ໃນນັ້ນມີສະພາບການ ທີ່ກ່ຽວຂ້ອງເຖິງ ອູແກຣນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL