KPL
ຂປລ. ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ກ່ຽວກັບການສົ່ງເສີມການຜະລິດເປັນສິນຄ້າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອນໍາພາຄອບຄົວຢູ່ດີ-ກິນດີ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວຕາມແນວທາງຂອງພັກວາງອອກ ແລະ ໃນຍຸກປັດຈຸບັນການສ້າງເສດຖະກິດແບບຄອບຄົວໄດ້ມີການຂະຫຍາຍຕົວສູງຂຶ້ນເລື້ອຍໆ.

ຂປລ. ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ກ່ຽວກັບການສົ່ງເສີມການຜະລິດເປັນສິນຄ້າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອນໍາພາຄອບຄົວຢູ່ດີ-ກິນດີ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວຕາມແນວທາງຂອງພັກວາງອອກ ແລະ ໃນຍຸກປັດຈຸບັນການສ້າງເສດຖະກິດແບບຄອບຄົວໄດ້ມີການຂະຫຍາຍຕົວສູງຂຶ້ນເລື້ອຍໆ.
ທຸກໆອາຊີບຈະສ້າງລາຍໄດ້ໃຫ້ກັບຄອບຄົວຂໍພຽງແຕ່ມີຄວາມດຸໝັ່ນ, ອົດທົນ, ຊອກຮູ້ຮໍ່າຮຽນສິ່ງໃໝ່ໆ ເພື່ອ ມີປະສົບການມາພັດທະນາຊີວິດຄອບ ຄົວ ແລະ ສັງຄົມໃຫ້ດີຂຶ້ນ ເໝືອນດັ່ງ ນາງ ອາໄກ໋ ພິມມະສານ ທີ່ໝູນໃຊ້ຄວາມຮູ້ສ້າງຜະລິດຕະພັນລາວອອກຈໍາໜ່າຍສູ່ສັງຄົມຈົນສາມາດສ້າງລາຍຮັບຢ່າງໝັ້ນຄົງ.

ນາງ ອາໄກ໋ ພິມມະສານ ອາຍຸ 29 ປີ ຢູ່ບ້ານໂພໄຊ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ໃຫ້ຮູ້ນີ້ວ່າ: ພາຍຫລັງຮຽນຈົບການສຶກສາວິຊາຊີບດ້ານວິຊາສາຂາແພດທົ່ວ ໄປ(ຊັ້ນສູງ) ໃນປີ 2017 ກໍໄດ້
ເຂົ້າເປັນພະນັກງານອາສະໝັກຢູ່ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ແຂວງອັດຕະປື, ນອກຈາກເປັນພະນັກງານອາສະໝັກແລ້ວໄດ້ເກີດມີຄວາມຄິດຢາກໝູນໃຊ້ຄວາມຮູ້-ຄວາມສາມາດ, ປະສົບການທີ່ໄດ້ຮຽນມາ ບວກກັບພື້ນຖານຂອງຄອບຄົວພໍ່-ແມ່ ໜຶ່ງໃນນັ້ນພໍ່ເຖົ້າໃຫຍ່ເຄີຍເປັນໝໍຢາພື້ນເມືອງລາວ ທີ່ເຄີຍມີຊື່ສຽງໂດ່ງດັງສົມຄວນ, ດັ່ງນັ້ນ ຕົນເອງກໍເລີຍຢາກສືບທອດພາລະກິດນັ້ນໃຫ້ກາຍເປັນໜໍ່ແໜງທີ່ຍາວນານ ເພື່ອໃຫ້ການຊ່ວຍເຫລືອປະຊາຊົນ ແລະ ສັງຄົມ ກໍຄືຄອບຄົວໃຫ້ມີຢູ່ມີກິນພັດທະນາຂຶ້ນເລືຶ້ອຍໆ. ຈຸດເລີ່ມຕົົ້ນຂອງກິດຈະການໃຊ້ຕົ້ນທຶນພຽງ 500.000 ຫາ 1.000.000 ກີບ, ຮູບແບບທົດລອງບໍ່ທັນເປີດໂຕຢ່າງເປັນທາງການແຕ່ມາໃນປີ 2020 ເປັນຕົ້ນມາ, ໄດ້ຜະລິດຢາພື້ນເມືອງສະລາຍໄຂມັນໜ້າທ້ອງ ເປັນຕົ້ນຕໍ, ຕໍ່ມາເຫັນໄດ້ວ່າຜະລິດຕະພັນດັ່ງກາວໄດ້ຮັບຄວາມນິຍົມຫລາຍຈາກສັງຄົມທັງພາຍໃນແຂວງ ແລະ ຕ່າງແຂວງ ຈຶ່ງໄດ້ຂະ ຫຍາຍຫລາກຫລາຍຜະລິດຕະພັນຕື່ມອີກເຊັ່ນ: ຊາ ທຸກປະເພດ, ປະເພດຢານໍ້າດໍາ ປິ່ນປົວພະຍາດຕ່າງໆທັງທ່ານຊາຍ ແລະ ທ່ານຍິງ, ຢາບໍາລຸງທຸກເພດທຸກໄວ, ຢາສະຜົມ ແລະ ອື່ນໆ. ມາຮອດປີ 2024 ຈຶ່ງນໍາສະເໜີຜະລິດຕະພັນຢ່າງເປັນທາງ ແລະ ມາເຖິງປັດຈຸບັນມີຜະລິດຕະພັນທັງໝົດ 30 ກວ່າລາຍການໃນນັ້ນ; ຜະລິດຕະພັນຂອງຕົນເອງຜະລິດມີ 5 ລາຍການຄື: ຊາສະລາຍພຸງສີຂຽວ, ສີເຫລືອງ, ຊາດີທ໋ອກ, ຢາສະຜົມໝາກຂີ້ຫູດ ແລະ ຢາພື້ນເມືອງຄືນສາວ ເຊິ່ງແຕ່ລະລາຍການມີຊັບພະຄຸນແຕກຕ່າງກັນ ເຊິ່ງລາຄາເລີ່ມແມ່ນ 35.000 ກີບ ໄດ້ຈໍາໜ່າຍແຕ່ລະຊຸດປະມານ 500-1.000 ຕຸກ,ຖົງ; ສະເລ່ຍລາຍຮັບປະມານ 100-150 ລ້ານຕໍ່ປີ, ສ່ວນໃຫຍ່ແມ່ນຈໍາໜ່າຍອອກຕ່າງແຂວງ ແລະ ຫລາຍທີ່ສຸດແມ່ນນະຄອນຫລວງວຽງຈັນ. ສ່ວນວັດຖຸດິບ ທີ່ເປັນຮາກໄມ້, ຫົວຫວ້ານ, ໃບໄມ້ ແລະ ອື່ນໆແມ່ນຢູ່ພາຍໃນປະເທດ. ສ່ວນວັດຖຸດິບນໍາເຂົ້າມີແຕ່ຫົວເຊື້ອ ແລະ ເຄື່ອງຫຸ້ມຫໍ່, ຕຸກຢາງປາຣາສຕິກ. ພ້ອມນັ້ນ ຍັງໄດຖອດຖອນ້ເບິ່ງບົດຮຽນ ແລະ ແລກປ່ຽນປະສົບການນໍາຜະລິດຕະພັນອື່ນ, ຮຽນຮູ້ໃນອິນເຕີເນັດ, ຢູທູບ ແລະ ຮັບຟັງຂ່າວ ສານອື່ນໆ

ອີກ ເພື່ອມາພັດທະນາຜະລິດຕະພັນຂອງຕົນເອງໃຫ້ດີຂຶ້ນ ແລະ ມີຜົນຜະລິດດີງາມ, ສະອາດ, ປອດສານຜິດ, ດີຕໍ່ສຸຂະພາບ, ຫລີກເວັ້ນຜົນຂ້າງຄຽງ ທີ່ສຳຄັນສາມາດດຶງດູດຄວາມສົນໃຈຂອງລູກຄ້າຫລາຍກວ່າເກົ່າ ແລະ ຄ່ອຍໆເພີ່ມພູນຜົນຜະລິດຂຶ້ນເລື້ອຍໆ.

ສະນັ້ນ, ການປະກອບອາຊີບດ້ານນີ້ເຮັດໃຫ້ຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ໄດ້ກາຍເປັນຄອບຄົວທີ່ຮັ່ງມີຜາສຸກ ມາຮອດປັດຈຸບັນ ເຫັນວ່າຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍສະເພາະ ແມ່ນມີເຮືອນຢູ່ຖາວອນ 1 ຫລັງ, ມີອາຄານຜະລິດ 1 ຫລັງ, ມີລົດຈັກຮັບໃຊ້ພາຍໃນຄອບຄົວ, ມີລົດໃຫຍ່ 22 ລໍ້ 1 ຄັນ, ລົດກະບະ (ລີໂວ້) 1 ຄັນ, ພ້ອມນີ້; ຍັງໄດ້ມີການຈັດຊື້ວັດຖຸອຸປະກອນຜະລິດຈໍານວນໜຶ່ງ ເຊັ່ນ: ເຄື່ອງຈັກບົດ, ເຄື່ອງຈັກກັນຕອງ, ເຄື່ອງຈັກອົບແຫ້ງ, ອຸປະກອນຮັບໃຊ້ເຄື່ອງມືຜະລິດ ແລະ ວັດຖຸອຸຸປະກອນອື່ນໆ. ຄຽງຄູ່ກັບຜົນສຳເລັດຂ້າງເທິງນັ້ນ, ຍັງພົບຄວາມຫຍຸ້ງຍາກບາງດ້ານເຊັ່ນ: ຕົ້ນທຶນຊື້ວັດຖຸອຸປະກອນຜະລິດທີ່ທັນສະໄໝມີລາຄາສູງ, ການນໍາເຂົ້າວັດຖຸດິບໂດຍສະເພາະຫົວເຊື້ອແມ່ນນໍາເຂົ້າຈາກປະເທດໄທ, ແຮງງານຜະລິດມີໜ້ອຍ, ເຄື່ອງມືຍັງບໍ່ທັນສະໄໝ, ວັດຖຸຮັບໃຊ້ມີລາຄາແພງແຕ່ຄວາມຕ້ອງການຂອງຜູ້ບໍລິໂພກເພີ່ມຂຶ້ນ. ເຖິງແນວໃດກໍ່ຕາມ, ໃນອະນາຄົດ ກໍ່ໄດ້ມີແຜນການທີ່ຈະຂະ ຫຍາຍກິດຈະການຂອງຕົນ ແລະ ຄິດຄົ້ນແບບຕ່າງໆເປັນຕົ້ນ: ກົນໄກການຜະລິດແບບທັນສະໄໝທີ່ີໄດ້ມາດ ຕະຖານ, ຫລີກເວັ້ນຜົນຂ້າງຄຽງ , ຂະຫຍາຍຜະລິດຕະພັນໃຫ້ຫລາກຫລາຍປະເພດ ແລະ ຕີຕະຫລາດໃຫ້ຫລາຍກວ່າເກົ່າ. ພ້ອມນີ້; ຍັງໄດ້ສະເໜີຕໍ່ການຈັດຕັ້ງພາກລັດຊ່ວຍຊຸກຍູ້ສົ່ງເສີມດ້ານວັດຖຸອຸປະກອນທີ່ຈໍາເປັນເຂົ້າໃນການຜະລິດ ຫລື ສະໜອງດ້ານນະໂຍບາຍທຶນຮອນ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ເພື່ອຕໍ່ຍອດໃຫ້ຜະລິດຕະພັນຂອງເຮົາ ມີຄວາມໝັ້ນຄົງ ແລະ ຍືນຍົງ.

KPL