KPL
ຂປລ. ຕົ້ນຢາງພາລາເປັນພືດອຸດສາຫະກໍາຊະນິດໜຶ່ງ ທີ່ປະຊາຊົນຫັນມາປູກເປັນຈໍານວນຫລວງຫລາຍ ເພື່ອສົ່ງອອກເປັນສິນຄ້າ ເນື່ອງຈາກວ່າຢາງພາລາສາມາດເປັນແຫລ່ງລາຍຮັບທີ່ດີ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້.

ຂປລ. ຕົ້ນຢາງພາລາເປັນພືດອຸດສາຫະກໍາຊະນິດໜຶ່ງ ທີ່ປະຊາຊົນຫັນມາປູກເປັນຈໍານວນຫລວງຫລາຍ ເພື່ອສົ່ງອອກເປັນສິນຄ້າ ເນື່ອງຈາກວ່າຢາງພາລາສາມາດເປັນແຫລ່ງລາຍຮັບທີ່ດີ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້. ດັ່ງຄອບຄົວ ທ່ານ ເນັ້ງຢ່າງ ກົງຈີ ຊາວກະສິກອນ ຢູ່ບ້ານຄອນວັດ ເມືອງລ້ອງຊານ, ແຂວງໄຊສົມບູນ ຊຶ່ງເປັນຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວດ້ວຍການເຮັດອາຊີບປູກຢາງພາລາເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ຈົນກາຍເປັນຄອບຄົວທີ່ມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ.
ທ່ານ ເນັ້ງຢ່າງ ກົງຈີ, ໄດ້ຕາງໜ້າ

ຄອບຄົວຊາວກະສິກອນປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ເມື່ອບໍ່ດົນມານີ້ວ່າ: ກ່ອນຈະຫັນອາຊີບມາປູກຢາງພາລາເປັນສິນຄ້າ ຍ້ອນໃນເມື່ອກ່ອນຄອບຄົວກໍຍັງມີຄວາມທຸກຍາກຂາດເຂີນ ຊຶ່ງປີ 1999 ໄດ້ໄປເຮັດວຽກຢູ່ບໍລິສັດແຫ່ງໜຶ່ງ ຢູ່ແຂວງຫລວງນໍ້າທາ ຈຶ່ງໄດ້ເຫັນປະຊາຊົນຊາວແຂວງຫລວງນໍ້າທາ ປູກຢາງພາລາເປັນສິນຄ້າ ເຫັນວ່າເປັນທ່າແຮງໜຶ່ງໃນການສ້າງເສດຖະກິດຄອບຄົວ ແລະ ເປັນອາຊີບທີ່ໝັ້ນຄົງສາມາດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫລຸດພົ້ນຈາກຄວາມທຸກຍາກໄດ້ ຈຶ່ງເກີດມີຄວາມສົນໃຈຢາກປູກຕົ້ນຢາງພາລາ ຈຶ່ງໄດ້ໄປຖອດຖອນບົດຮຽນກ່ຽວກັບການປູກຢາງພາລານໍາຜູ້ທີ່ມີປະສົບການເຫັນວ່າການປູກຢາງພາລາ ແມ່ນບໍ່ຄ່ອຍເລືອກດິນຟ້າອາກາດດ້ວຍເຫດນີ້ເຫັນວ່າ ຢູ່ເມືອງລ້ອງຊານ ກໍ່ຄືແຂວງໄຊສົມບູນ ແມ່ນເໝາະສົມໃນການປູກຢາງພາລາ ຈຶ່ງໄດ້ຕັດສິນໃຈປະສານສົມທົບກັບການຈັດຕັ້ງພັກ-ລັດ ເພື່ອໃຫ້ຄວາມຮ່ວມມືດ້ານການສົ່ງເສີມການປູກຢາງພາລາ 2 ບວກ 3 ( ໂດຍແບ່ງລາຍຮັບ

ຈາກການຂາຍຢາງພາລາໃຫ້ຜູ້ລົງທຶນ 2 ສ່ວນ ແລະ ໃຫ້ຜູ້ປູກ 3 ສ່ວນ ) ລົງທຶນເປັນໄລຍະຍາວໃຫ້ປະຊາຊົນ; ຫລັງຈາກນັ້ນຈຶ່ງໄດ້ນໍາເອົາເບ້ຍຢາງພາລາມາຜັນຂະຫຍາຍຢູ່ເມືອງລ້ອງຊານ ໃນປີ 2003 ແລະ ເປັນຄອບຄົວທໍາອິດທີ່ປູກຢາງພາລາ ຢູ່ເມືອງລ້ອງຊານ. ມາຮອດປີ 2004 ຫາ 2011 ໄດ້ຂະ
ຫຍາຍການປູກຢາງພາລາ ຢູ່ບ້ານຫີນສໍ ແລະ ບ້ານໂພນໄຊ ໃນນີ້ ຢູ່ບ້ານຫີນສໍ ມີເນື້ອທີ່ທັງໝົດ 21 ເຮັກຕາ, ມີຕົ້ນຢາງພາລາ 11 ພັນຕົ້ນ, ສາມາດສ້າງລາຍຮັບໃຫ້ຄອບຄົວ 700 ລ້ານກວ່າກີບຕໍ່ປີ ແລະ ໂຄງການ 2 ບວກ 3 ລົງທຶນໃຫ້ປະຊາຊົນປູກຢາງພາລາ ຢູ່ບ້ານໂພນໄຊ ມີເນື້ອທີ່ 50 ເຮັກຕາ, ຢາງພາລາ 25 ພັນຕົ້ນ, ສາມາດສ້າງລາຍຮັບໃຫ້ຄອບຄົວ 500 ລ້ານກວ່າກີບຕໍ່ປີ ແຕ່ເຫັນໄດ້ວ່າລາຍຮັບດັ່ງກ່າວຍັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຄອບຄົວ. ໃນປີ 2012 ຫາ 2020 ຈຶ່ງໄດ້ນຳໂຄງການປູກຢາງພາລາ 2 ບວກ 3 ໄປຂະຫຍາຍໃຫ້ປະຊາຊົນ ແຂວງບໍລິຄຳໄຊ ປູກຕື່ມອີກ ໃນເນື້ອທີ່ 1 ພັນເຮັກຕາ, ມີຕົ້ນຢາງພາລາ 5 ແສນຕົ້ນ. ນອກຈາກນີ້, ຍັງໄດ້ກ້າເບ້ຍຢາງພາລາຂາຍນໍາອີກ ຊຶ່ງສາມາດກ້າໄດ້ 40 ພັນກວ່າເບ້ຍຕໍ່ປີ ເພື່ອຈຳໜ່າຍຂາຍພາຍໃນແຂວງ ແລະ ຕ່າງແຂວງ ລວມລາຍຮັບທັງໝົດ ທັງຂາຍຢາງພາລາ ແລະ ເບ້ຍຢາງພາລາ ສາມາດສ້າງລາຍໃຫ້ຄອບຄົວໄດ້ ທັງໝົດ 6 ຕື້ກວ່າກີບຕໍ່ປີ.

ທ່ານ ເນັ້ງຢ່າງ ຍັງໃຫ້ຮູ້ຕື່ມອີກວ່າ: ຜ່ານຈາກການປູກ ແລະ ບົວລະບັດຮັກສາຕົ້ນຢາງພາລາ ຂອງຄອບຄົວ ເຫັນວ່າລະອິດລະອ້ຽວພໍສົມຄວນ ເນື່ອງຈາກວ່າຫລັງຈາກປູກຕົ້ນຢາງພາລາແລ້ວ ຕ້ອງໃຊ້ເວລາ ເປັນ 8-9 ປີ ຈຶ່ງສາມາດກີດເອົາຢາງຂາຍໄດ້ ພາຍຫລັງທີ່ໄດ້ກີດເອົານໍ້າຢາງພາລາຂາຍເປັນສິນຄ້າແລ້ວເຫັນວ່າຄອບຄົວມີລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ເມື່ອສົມທຽບກັບລາຍຮັບອື່ນເຫັນວ່າການປູກຢາງພາລາເປັນອາຊີບໜຶ່ງທີ່ເຂັ້ມແຂງ ແລະ ສາມາດເຮັດໃຫ້ຄອບຄົວທຸກຍາກກາຍເປັນຄອບຄົວຮັ່ງມີພົ້ນທຸກ, ຄອບຄົວພັດທະນາໄດ້, ເສດຖະກິດຄອບຄົວມີການຫັນປ່ຽນດີຂຶ້ນເປັນກ້າວໆ, ມີທຶນໃນການສົ່ງເສີມລູກສຶກສາຮໍ່າຮຽນທີ່ດີ, ສາມາດຊື້ພະຫະ ແລະ ວັດຖຸອຸປະກອນຮັບໃຊ້ຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ຄອບຄົວ, ມີເງິນເກັບໄວ້ໃຊ້ຈ່າຍໃນຍາມຈໍາເປັນ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້.
KPL