ເລີ່ມຈັດສັນຄວາມເປັນລະບຽບ ພາຍໃນເທສະບານນະຄອນຫລວງພະບາງ

18/09/2025 11:54
Email Print 102
KPL ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຫ້ອງການທ່ີກ່ຽວຂ້ອງ ຂອງນະຄອນຫລວງພະບາງ ລົງກວດກາຈັດສັນຄວາມເປັນລະບຽບພາຍໃນເທສະບານນະຄອນຫລວງພະບາງ ໃນວັນທີ 16 ກັນຍາ 2025 ເພ່ືອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫລວງພະບາງ ຄັ້ງທີ IX.

     ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຫ້ອງການທ່ີກ່ຽວຂ້ອງ ຂອງນະຄອນຫລວງພະບາງ ລົງກວດກາຈັດສັນຄວາມເປັນລະບຽບພາຍໃນເທສະບານນະຄອນຫລວງພະບາງ ໃນວັນທີ 16 ກັນຍາ 2025 ເພ່ືອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫລວງພະບາງ ຄັ້ງທີ IX ທັງເຮັດໃຫ້ເທສະບານນະຄອນຫລວງພະບາງ ເປັນເມືອງທີ່ໜ້າຢູ່ໜ້າທ່ຽວຊົມ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມໃຫ້ຫລາຍຂຶ້ນ.

    ການກວດກາ ແລະ ຈັດສັນຄວາມເປັນລະບຽບ-ຮຽບຮ້ອຍໃນຄັ້ງນີ້ ໄດ້ກວດກາບັນດາຮ້ານຂາຍເຄື່ອງ, ຮ້ານອາຫານ, ການຕິດປ້າຍໂຄສະນາໃຫ້ເຂົ້າສູ່ລະບຽບການ, ຜ່ານການລົງກວດກາຕົວຈິງສາມາດພົບເຫັນບັນດາພໍ່ຄ້າ-ແມ່ຄ້າຂາຍເຄື່ອງບໍ່ຖືກຕ້ອງເປັນ ຕົ້ນຂາຍເຄື່ອງຕາມທາງຍ່າງ, ຕໍ່ເຕີມຮ້ານ, ເຕີມເທີບກວມເອົາບ່າທາງເປັນຈຳນວນຫລວງຫລາຍ, ຈຳນວນໜຶ່ງຕິດຕັ້ງປ້າຍໂຄສະນາບໍ່ຖືກຕ້ອງຕາມລະບຽບເຊັ່ນ: ປ້າຍໂຄສະນາບໍ່ມີພາສາລາວ, ຊ່ືຂອງຮ້ານອາຫານ-ຮ້ານກິນດື່ມບ່ໍເໝາະສົມ, ການຈອດລົດບໍ່ຖືກ ລະບຽບຂອງການສັນຈອນ, ການຈັດວາງກະຕ່າຂີ້ເຫຍື້ອບໍ່ຖືກຈຸດ ແລະ ບໍ່ຖືກຕາມກຳນົດວັນ-ເວລາ, ການກໍ່ສ້າງເຄຫາສະຖານເຮັດໃຫ້ພົບຄວາມຫຍຸ້ງຍາກໃນການສັນຈອນຂອງຜູ້ໃຊ້ລົດໃຊ້ຖະໜົນ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ຄະນະຮັບຜິດຊອບໄດ້ກ່າວເຕືອນ, ສຶກສາອົບຮົມບັນດາເຈົ້າຂອງກິດຈະການທີ່ລະເມີດລະບຽບ, ພ້ອມທັງມອບໃຫ້ອົງການຈັດຕັ້ງບ້ານເປັນຜູ້ຕິດຕາມກວດກາຊ່ວຍ. ສ່ວນປ້າຍໂຄສະນາທ່ີບ່ໍຖືກລະບຽບຫລັກການໄດ້ຢຶດ ແລະ ມ້າງອອກພ້ອມທັງບັນທຶກເປັນລາຍລັກອັກສອນກ່າວເຕືອນທັງມອບຄວາມຮັບຜິດຊອບໃຫ້ເຈົ້າຂອງກິດຈະການໝັ່ນທຳຄວາມສະອາດ ຂອບເຂດຄວາມຮັບຜິດຊອບຂອງຕົນເອງ ແລະ ປະດັບປະດາທຸງທິວ, ທຸງຊາດ, ທຸງພັກ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນມໍ່ໆນີ້.   

ຂ່າວ-ພາບ: ທອງດາ ທີບພະວົງ 

KPL

ຂ່າວອື່ນໆ


Top