KPL
ຂປລ. ໃນໄລຍະຜ່ານມາການຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ປ່າໄມ້ ຢູ່ນະຄອນຫລວງວຽງຈັນ (ນວ) ໄດ້ເອົາໃຈໃສ່ຫລາຍຮູບແບບ ໂດຍສະເພາະການສົ່ງເສີມຫົວໜ່ວຍວິສາຫະກິດ ກຸ່ມການຜະລິດ ແລະ ສະຫະກອນໃຫ້ເພີ່ມຂຶ້ນ. ນອກນີ້ຍັງໄດ້ຊຸກຍູ້ບັນດາເມືອງລົງກວດກາສັງລວມກຸ່ມການຜະລິດ ແລະ ສະຫະກອນກະສິກຳ ເພື່ອເປັນສິນຄ້າພື້ນຖານໃຫ້ແກ່ການສ້າງຕັ້ງປັບປຸງ ແລະ ຜັນຂະຫຍາຍວຽກງານດັ່ງກ່າວ

ຂປລ. ໃນໄລຍະຜ່ານມາການຊຸກຍູ້ສົ່ງເສີມ ການຜະລິດກະສິກຳ ແລະ ປ່າໄມ້ ຢູ່ນະຄອນຫລວງວຽງຈັນ (ນວ) ໄດ້ເອົາໃຈໃສ່ຫລາຍຮູບແບບ ໂດຍສະເພາະ ການສົ່ງເສີມຫົວໜ່ວຍວິສາຫະກິດ ກຸ່ມການຜະລິດ ແລະ ສະຫະກອນໃຫ້ເພີ່ມຂຶ້ນ. ນອກນີ້ຍັງໄດ້ຊຸກຍູ້ບັນດາເມືອງ ລົງກວດກາສັງລວມກຸ່ມການຜະລິດ ແລະ ສະຫະກອນກະສິກຳ ເພື່ອເປັນສິນຄ້າພື້ນຖານໃຫ້ແກ່ການສ້າງຕັ້ງປັບປຸງ ແລະ ຜັນຂະຫຍາຍວຽກງານດັ່ງກ່າວ ໃນນີ້ ມີກຸ່ມປູກເຂົ້າ ແລະ ພືດຜັກ ແລະ ກຸ່ມລ້ຽງສັດ, ສ້າງກຸ່ມການຜະລິດກະສິກຳ ແລະ ສ້າງກຸ່ມເຂັ້ມແຂງກ້າວເປັນສະຫະກອນ.
ໂດຍອີງຕາມຮ່າງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີຄັ້ງທີ X (2026-2030) ຂອງນະຄອນຫລວງວຽງຈັນ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນວ ຄັ້ງທີ VIII ວ່າ: ຕະຫລອດໄລຍະ 5 ປີຜ່ານມາ ດ້ານກະສິກຳ ໄດ້ສຸມໃສ່ພັດທະນາກະສິກໍາແບບປະສົມປະສານ, ກະສິກໍາສະອາດ ແລະ ກະສິກໍາອັດສະລິຍະ ໂດຍຂະຫຍາຍການຜະລິດກະສິກໍາສະອາດ ແບບປະສົມປະສານໄດ້ 127 ກຸ່ມ ແລະ ຊຸກຍູ້ຕິດຕາມການຜະລິດກະສິກໍາແບບອັດສະລິຍະ ເຊັ່ນ: ການປູກຜັກແບບເຮືອນຮົ່ມທີ່ເປັນລະບົບຄົບຊຸດ 1.137 ຫລັງ; ຊຸກຍູ້ສົ່ງເສີມການຜະລິດຜັກສະອາດ ແລະ ຜັກອິນຊີ ໄດ້ທັງໝົດ 46 ກຸ່ມ. ສາມາດຜະລິດເຂົ້າລວມໄດ້ທັງໝົດ 1.455.734 ໂຕນ, ເທົ່າກັບ 91% ຂອງແຜນການ (ແຜນ 5 ປີ ໃຫ້ໄດ້ 1.604.033 ໂຕນ), ຜະລິດພືດຜັກ ປີໄດ້ 595.070 ໂຕນ, ປະຕິບັດໄດ້ລື່ນແຜນ 0,3% (ແຜນການ 5 ປີ ໃຫ້ໄດ້ 593.087 ໂຕນ), ໄມ້ໃຫ້ໝາກຜະລິດໄດ້ 481.780 ໂຕນ, ປະຕິບັດໄດ້ລື່ນແຜນ 26% (ແຜນການ 5 ປີ ໃຫ້ໄດ້ 372.903 ໂຕນ), ສະໜອງທາດຊີ້ນ ໄດ້ 358.074 ໂຕນ, ເທົ່າ ກັບ 97% ຂອງແຜນການ (ແຜນການ 5 ປີ ໃຫ້ໄດ້ 368.786 ໂຕນ); ລົງຊຸກຍູ້ຕິດຕາມບັນດາໂຮງງານຜະລິດຝຸ່ນຊີວະພາບ 10 ແຫ່ງ, ກຸ່ມຕົວແບບໃນການຜະລິດຝຸ່ນອົງຄະທາດ, ສາມາດຜະລິດຝຸ່ນໄດ້ 43.710 ໂຕນ; ໂຮງງານຜະລິດຫົວອາຫານສັດ 5 ແຫ່ງ ຜະລິດອາຫານສັດໄດ້ 324.500 ໂຕນຕໍ່ປີ, ໂດຍລວມແລ້ວ ສາມາດສະໜອງສະບຽງອາຫານ ໄດ້ພຽງພໍໃນການສະໜອງຊົມໃຊ້ພາຍໃນ ເປັນຕົ້ນ: ເຂົ້າສະໜອງໄດ້ສະເລ່ຍ 277 ກິໂລ/ຄົນ/ປີ, ພືດຜັກ ສະໜອງໄດ້ສະເລ່ຍ 114 ກິໂລ/ຄົນ/ປີ, ໝາກໄມ້ ສະໜອງໄດ້ສະເລ່ຍ 93 ກິໂລ/ຄົນ/ປີ; ຊີ້ນ, ປາ ແລະ ໄຂ່ ສະໜອງໄດ້ ສະເລ່ຍ 68.5 ກິໂລ/ຄົນ/ປີ; ໄດ້ສົ່ງເສີມການປູກມັນຕົ້ນ, ໝາກໄມ້, ເຂົ້າ ແລະ ອື່ນໆ

ເພື່ອສະໜອງຄວາມຕ້ອງການ ວັດຖຸດິບໃຫ້ໂຮງງານອຸດສາຫະກໍາປຸງແຕ່ງພາຍໃນ ແລະ ເປັນສິນຄ້າສົ່ງອອກ ໄດ້ 2,16 ລ້ານໂຕນ, ມູນຄ່າສົ່ງອອກ 1ຕື້ກວ່າໂດລາສະຫະລັດ.
ພ້ອມນັ້ນ, ຄາດໝາຍການຂະຫຍາຍຕົວຂອງເສດຖະກິດໃນ 5 ປີຕໍ່ໜ້າ (2026-2030) ຂອງນະຄອນຫລວງວຽງຈັນ ຈະສູ້ຊົນເຮັດໃຫ້ເສດຖະກິດ ຂອງນະຄອນຫລວງວຽງຈັນ ຂະຫຍາຍຕົວສະເລ່ຍໃນລະດັບ 8% ຕໍ່ປີ, ລວມຍອດຜະລິດ ຕະພັນພາຍໃນຮອດປີ 2030 ໃຫ້ບັນລຸໄດ້ 153.292,02 ຕື້ກີບ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ (ປີ 2030) ໃຫ້ບັນລຸ 134,24 ລ້ານກີບ. ສຳລັບຂະແໜງກະສິກຳຈະສູ້ຊົນເຮັດໃຫ້ ຂະຫຍາຍຕົວກວມເອົາ 11,5% ຂອງຈີດີພີ, ສູ້ຊົນຜະລິດເຂົ້າໃຫ້ໄດ້ 1.239.758 ໂຕນ, ປູກພືດຜັກໃຫ້ໄດ້ 560,430 ໂຕນ, ປູກໄມ້ກິນໝາກໃຫ້ໄດ້ 76,241 ໂຕນ, ຂະຫຍາຍຝູງສັດໃຫ້ໄດ້ 3-4% ຕໍ່ປີ.
ຮູບປະກອບ
KPL