ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 46

19/09/2025 07:09
KPL ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຮຽງບ່າ ຮຽງໄຫລ່ກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມຄາດຫວັງຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ”.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຮຽງບ່າ ຮຽງໄຫລ່ກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມຄາດຫວັງຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ”. ນີ້ແມ່ນສານທີ່ ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກ ໃນບົດກ່າວປາໄສ ໃນວັນທີ 18 ກັນຍາ ຢູ່ກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ(AIPA) ຄັ້ງທີ 46, ເຊິ່ງພວມ ດຳເນີນຢູ່ ກົວລາລຳເປີ ຂອງມາເລເຊຍ.ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ດ້ວຍຫົວຂໍ້ ກວມລວມ ແລະ ຍືນຍົງ”, ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງ ໃນການຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ ຄວາມວັດທະນາ ຖາວອນ ຢູ່ພາກພື້ນ.ໃນສະພາບການພາກພື້ນ, ທົ່ວໂລກມີການຜັນແປຢ່າງວ່ອງໄວ, ສັບສົນ, ເພື່ອສືບຕໍ່ ເສີມຂະຫຍາຍ ບົດບາດ, ທ່າແຮງ ພິເສດ ຂອງການທູດລັດຖະສະພາ.ພ້ອມທັງ ສະເໜີວ່າ: “AIPA ຕ້ອງສຸມໃສ່ ໃຫ້ບຸລິມະສິດ ຊຸກຍູ້ການຮ່ວມມື ຢູ່ພາກພື້ນ ໃຫ້ມີປະສິດທິຜົນກວ່າເກົ່າ. AIPA ຕ້ອງເສີມ ຂະຫຍາຍ ບົດບາດ ເປັນຂົວເຊື່ອມຕໍ່, ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ສັງຄົມທຸກຊັ້ນ, ບັນດາເຈົ້າກຳເຂົ້າຮ່ວມ, ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການຜັນຂະຫຍາຍ ວິໄສທັດ ອາຊຽນ 2045. AIPA ຕ້ອງນຳໜ້າ ໃນການສ້າງລະບອບ ລະບຽບການ, ນະໂຍບາຍ ເພື່ອນຳບັນດາ ຄຳໝັ້ນສັນຍາ, ຂໍ້ຕົກລົງພາກພື້ນເຂົ້າ ໃນການຜັນຂະຫຍາຍ, ໂດຍສະເພາະ ແມ່ນໃນການພັດທະນາ ວິທະຍາສາດ, ນະວັດຕະກຳ, ການຫັນ ເປັນ ດີຈີຕອນ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top