KPL
ໃນຊຸມປີຜ່ານມາ, ການສ້າງປະຊາຄົມ ຮ່ວມຊາຕາກຳ ຈີນ-ອາຊຽນ ໄດ້ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ການສ້າງ “5 ບ້ານເມືອງໃຫຍ່” ໄດ້ປະສົບຜົນສຳເລັດ ທີ່ສຳຄັນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 3 ມິຖຸນານີ້, ທ່ານ ຫລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນ ຖະແຫລງວ່າ: ໃນຊຸມປີຜ່ານມາ, ການສ້າງປະຊາຄົມ ຮ່ວມຊາຕາກຳ ຈີນ-ອາຊຽນ ໄດ້ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ການສ້າງ “5 ບ້ານເມືອງໃຫຍ່” ໄດ້ປະສົບຜົນສຳເລັດ ທີ່ສຳຄັນ. ການໄປມາຫາສູ່ກັນ ລະຫວ່າງ ສປ ຈີນ ແລະ ບັນດາ ປະເທດໃນອາຊີ ຕາເວັນອອກ ສຽງໃຕ້(ອາຊຽນ) ນັບມື້ ນັບແໜ້ນແຟ້ນ ແລະ ການອຳນວຍຄວາມສະດວກ ໃຫ້ແກ່ ການໄປມາຫາສູ່ກັນຕື່ມອີກ ເປັນຄວາມປາຖະໜາຮ່ວມ ຂອງສອງຝ່າຍ. ບົນພື້ນຖານການຍົກເວັ້ນວີຊາ ເຊິ່ງກັນ ແລະ ກັນ ກັບ ສິງກະໂປ, ໄທ ແລະ ມາເລເຊຍ ແລະ ປະຕິບັດ ນະໂຍບາຍ “ວີຊາລ້ານຊ້າງ-ແມ່ຂອງ” ໃຫ້ແກ່ ປະເທດ ລຸ່ມແມ່ນ້ຳຂອງ, ເພື່ອອຳນວຍຄວາມສະດວກໃຫ້ແກ່ ການໄປມາຫາສູ່ກັນ ຂອງພາກພື້ນ, ສປ ຈີນ ໄດ້ປະຕິບັດນະໂຍບາຍ “ວີຊາອາຊຽນ” ຕໍ່ 10 ປະເທດ ສະມາຊິກ ອາຊຽນ ແລະ ຕີມໍເລສເຕ ທີ່ເປັນປະເທດ ສັງເກດການອາຊຽນ, ຈະອອກວີຊາ ເຂົ້າເມືອງຈີນ ຕາມປະເພດທີ່ສົມຄູ່ກັນ ເພື່ອໃຫ້ສາມາດເຂົ້າເມືອງຈີນ ໄດ້ຫລາຍເທື່ອ ແລະ ທຸກເທື່ອສາມາດເຂົ້າ ສປ ຈີນ ເປັນເວລາ 180 ວັນ ພາຍໃນ 5 ປີ ໃຫ້ແກ່ ນັກທຸລະກິດ ພ້ອມດ້ວຍຄູ່ສົມລົດ ແລະ ລູກຂອງເຂົາເຈົ້າຈາກ 11 ປະເທດດັ່ງກ່າວ ທີ່ສອດຄ່ອງກັບ ຄວາມຮຽກຮ້ອງ ຕ້ອງການ ທີ່ກ່ຽວຂ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL