KPL
ທະນາຄານກາງ ເອີຣົບ ໄດ້ອະນຸມັດ ຄຳຮ້ອງຂໍ ຂອງບຸນກາລີ ໃນການນຳໃຊ້ ເງິນເອີໂຣ. ດັ່ງນັ້ນ ບຸນກາລີ ຈຶ່ງກາຍເປັນປະເທດ ສະມາຊິກ ທີ 21 ໃນເຂດ ທີ່ໃຊ້ເງິນເອີໂຣ
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 4 ມິຖຸນານີ້, ທະນາຄານກາງ ເອີຣົບ ໄດ້ອະນຸມັດ ຄຳຮ້ອງຂໍ ຂອງບຸນກາລີ ໃນການນຳໃຊ້ ເງິນເອີໂຣ. ດັ່ງນັ້ນ ບຸນກາລີ ຈຶ່ງກາຍເປັນປະເທດ ສະມາຊິກ ທີ 21 ໃນເຂດ ທີ່ໃຊ້ເງິນເອີໂຣ. ຄະນະກຳມາທິການ ສະຫະພາບ ເອີຣົບ ແຈ້ງຂ່າວວ່າ ບຸນກາລີ ໄດ້ກຽມພ້ອມແລ້ວ ຈະນຳໃຊ້ເງິນເອີໂຣ ນັບແຕ່ ວັນທີ 1 ມັງກອນ 2026 ເປັນຕົ້ນໄປ, ເຊິ່ງເປັນຂີດໝາຍ ທີ່ສຳຄັນ ທາງປະຫວັດສາດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL