ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ ຮົງກາຣີ ເຂົ້າຢ້ຽມຂໍ່ານັບ

06/06/2025 08:43
Email Print 256
KPL ຂປລ. ໃນຕອນບ່າຍວັນທີ 4 ມິຖຸນາ 2025, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາຊໂລ ຕາກັກ (Laszlo TAKACS) ເອກອັກຄະລັດຖະທູດ ແຫ່ງຮົງກາຣີ ປະຈຳ ສປປ ລາວ.

ຂປລ. ໃນຕອນບ່າຍວັນທີ 4 ມິຖຸນາ 2025, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາຊໂລ ຕາກັກ (Laszlo TAKACS) ເອກອັກຄະລັດຖະທູດ ແຫ່ງຮົງກາຣີ ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານທູດຮົງກາຣີ ພ້ອມດ້ວຍຄະນະ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫລືອ ອັນລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນຮົງກາຣີ ຕະຫລອດໄລຍະຜ່ານມາ. ນອກນັ້ນ, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການ ຮ່ວມມືອັນດີທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ສປປ ລາວ ກັບ ຮົງກາຣີ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ, ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ຮົງກາຣີ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານທູດ ຮົງກາຣີ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຢືນຢັນ ທີ່ຈະເຮັດສຸດຄວາມສາມາດໃນການເປັນຂົວຕໍ່ ປະກອບສ່ວນເຂົ້າໃນການສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ຮົງກາຣີ ໂດຍສະເພາະແມ່ນການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ, ການພົວພັນຮ່ວມມືໃນດ້ານຕ່າງໆ ທີ່ສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນ ດ້ານການສຶກສາ, ກະສິກຳ, ການທ່ອງທ່ຽວ ແລະ ອຶ່ນໆ. ພ້ອມກັນນີ້, ສອງຝ່າຍ ເຫັນດີສືບຕໍ່ສຶກສາຄວາມເປັນໄປໄດ້ ເພື່ອເສີມຂະຫຍາຍການຮ່ວມມື ດ້ານເສດຖະກິດ ແລະ ການຄ້າ ໃຫ້ຫລາຍຂຶ້ນກວ່າເກົ່າ.

ສປປ ລາວ ສ້າງຕັ້ງສາຍພົວພັນການທູດກັບ ຮົງກາຣີ ໃນວັນທີ 12 ກັນຍາ 1962.

KPL

ຂ່າວອື່ນໆ


Top