KPL
ນະໂຍບາຍ ພາສີ ຂອງ ສ.ອາເມລິກາ ໄດ້ສ້າງຄວາມບໍ່ແນ່ນອນ ໃຫ້ແກ່ ການຄ້າໂລກ ແລະ ສົ່ງຜົນກະທົບ ຕໍ່ເສດຖະກິດໂລກ ຢ່າງໜັກໜ່ວງ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ອານວາໂຣ ເປເຣຣາ ຫົວໜ້າ ນັກເສດຖະສາດ ຂອງອົງການ ການຮ່ວມມື ດ້ານເສດຖະກິດ ແລະ ການພັດທະນາ ຫລື OECD ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ນະໂຍບາຍ ພາສີ ຂອງ ສ.ອາເມລິກາ ໄດ້ສ້າງຄວາມບໍ່ແນ່ນອນ ໃຫ້ແກ່ ການຄ້າໂລກ ແລະ ສົ່ງຜົນກະທົບ ຕໍ່ເສດຖະກິດໂລກ ຢ່າງໜັກໜ່ວງ.ໃນກອງປະຊຸມ ເຜີຍແຜ່ ບົດລາຍງານ ການຄາດຄະເນ ເສດຖະກິດ ສະບັບ ຫລ້າສຸດຂອງ OECD, ທ່ານ ອານວາໂຣ ເປເຣຣາ ກ່າວວ່າ: ປັດຈຸບັນ, ນະໂຍບາຍ ເສດຖະກິດ ການຄ້າໂລກ ພວມຜະເຊີນໜ້າກັບ ຄວາມບໍ່ແນ່ນອນ ຢ່າງໃຫຍ່ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເຊິ່ງໄດ້ສົ່ງຜົນກະທົບ ອັນເລິກເຊິ່ງ ຕໍ່ດັດຊະນີ ເສດຖະກິດຕ່າງໆ. ນະໂຍບາຍ ທີ່ກ່ຽວຂ້ອງຂອງ ສ.ອາເມລິກາມີການປ່ຽນແປງ ຢ່າງໃຫຍ່ຫລວງ ພາຍໃນເວລາອັນສັ້ນ ໄດ້ເຮັດໃຫ້ຄາດໝາຍ ການເຕີບໂຕ ຂອງກຸ່ມເສດຖະກິດຕ່າງໆ ເຊິ່ງລວມທັງ ສ.ອາເມລິກາ ຖືກປັບລົງ. ບົດລາຍງານ ການຄາດຄະເນ ເສດຖະກິດຂອງ OECD ໄດ້ສະແດງໃຫ້ເຫັນວ່າ: ໃນຫລາຍເດືອນຜ່ານມາ, ກຳແພງການຄ້າ ພ້ອມດ້ວຍ ຄວາມບໍ່ແນ່ນອນ ຂອງນະໂຍບາຍ ເສດຖະກິດ ການຄ້າລ້ວນແຕ່ເພີ່ມຂຶ້ນ ຢ່າງຊັດເຈນ. ນີ້ໄດ້ສົ່ງຜົນກະທົບ ທາງລົບຕໍ່ການຄ້າ ແລະ ຄວາມໝັ້ນໃຈ ຂອງຜູ້ບໍລິໂພກ, ທັງເປັັນການກີດຂວາງການຄ້າ ແລະ ການລົງທຶນ. ບົດລາຍງານສະບັບຫລ້າສຸດ ໄດ້ຄາດຄະເນວ່າ: ຈັງຫວະການເຕີບໂຕຂອງເສດຖະກິດໂລກ ໃນປີ 2025 ແລະ 2026 ລ້ວນເປັນ 2,9%, ຕ່າງໄດ້ປັບລົງ 0,2% ແລະ 0,1% ຕາມລຳດັບ ເມື່ອທຽບໃສ່ ລະດັບ ການຄາດຄະເນ ໃນເດືອນມີນາປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL