ທູດລາວ ຍື່ນສານຕາຕັ້ງ ຕໍ່ຜູ້ສຳເລັດ ຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ

06/06/2025 08:50
Email Print 261
KPL ຂປລ. ໃນວັນທີ 4 ມິ​ຖຸ​ນາ 2025 ທີ່ທໍານຽບລັດຖະບານ ນະຄອນຫລວງແຄນເບີຣາ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຕໍ່ ທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ ເພື່ອປະ​ຕິ​ບັດ​ໜ້າ​ທີ່ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ​ສ​ປ​ປ ລາວ ປະຈໍາ ເຄືອຈັກກະພົບ ອົດສະຕຣາລີ.

ຂປລ. ໃນວັນທີ 4 ມິ​ຖຸ​ນາ 2025 ທີ່ທໍານຽບລັດຖະບານ ນະຄອນຫລວງແຄນເບີຣາ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຕໍ່ ທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ ເພື່ອປະ​ຕິ​ບັດ​ໜ້າ​ທີ່ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ​ສ​ປ​ປ ລາວ ປະຈໍາ ເຄືອຈັກກະພົບ ອົດສະຕຣາລີ.

ໂອກາດນີ້,ທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບ ອົດສະຕຣາລີແລະ ຍິນດີຕ້ອນຮັບຢ່າງອົບອຸ່ນສູ່ອົດ​ສະ​ຕ​ຣາ​ລີ.  ທ່ານຜູ້ສຳເລັດຣາຊະການ ໄດ້​ຕີ​ລາ​ຄາ​ສູງຕໍ່​ໝາກ​ຜົນ​ຂອງການພົວ​ພັນ​ຮ່ວມ​ມືສອງ​ຝ່າຍ ຕະ​ຫລອດ​ໄລ​ຍະຫລາຍກວ່າ 7 ທົດ​ສະ​ຫວັດ ແຫ່ງ​ການ​ພົວ​ພັນ​ການ​ທູດ ລະ​ຫວ່າງ​ ສອງ​ປະ​ເທດ ທີ່ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍເປັນ​ກ້າວໆ​ມາ; ທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ​ທູດ ​ຈະ​ປະ​ກອບ​ສ່ວນ​ສົ່ງເສີມ ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ທີ່​ໄດ້​ຖືກ​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ໃນ​​ຕົ້ນ​ປີ 2024 ກໍ​ຄື​ ການ​ຮ່ວມ​ມື​ກັນໃນ​ຂອບ​​ພາກ​ພື້ນ ໂດຍ​ສະ​ເພາະ​ແມ່ນ​ອາ​ຊຽນ ແລະ ຂອບ​ການ​ຮ່ວມ​ມື​ຫລາຍ​ຝ່າຍໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.

ທ່ານທູດຈາ​ຕຸ​ລົງ ບົວ​ສີ​ສະ​ຫວັດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສ​ປ​ປ ລາວ ຝາກເຖິງຜູ້ສຳເລັດຣາຊະການ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້​ສຶກເປັນ​ກຽດ ແລະ ປິ​ຕິ​ຍິນ​ດີທີ່​ໄດ້​ຖືກມອບ​ໝາຍ ​​ໃຫ້ປະ​ຕິ​ບັດໜ້າ​ທີ່ ຢູ່ອົດ​ສະ​ຕ​ຣາ​ລີ ເພື່ອ​ປະ​ກອບ​ສ່ວນ​ສົ່ງ​ເສີມການ​ພົວ​ພັນ​ຮ່ວມ​ມືທີ່​ດີ ລະ​ຫວ່າງສອງ​ປະ​ເທດ ທີ່​ມີ​ມາ​ຫລາຍກວ່າ 70 ປີ ກໍ​ຄື​ການ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ທີ່​ໄດ້​ຮັບ​ການ​ຍົກ​ລະ​ດັບ​ຂຶ້ນ ໃນເດືອນ ມີ​ນາ 2024  ໃຫ້​ເກີດດອກ​ອອກ​ຜົນຍິ່ງໆຂຶ້ນ. ພ້ອມ​ກັນ​ນີ້, ທ່ານທູດ ຈາຕຸລົງ ບົວສີສະຫວັດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມຂອບໃຈ​ຢ່າງ​ຈິງ​ໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ ການຊ່ວຍເຫລືອ ແລະ ສະໜັບສະໜູນ ຕໍ່ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ ສປປ ລາວ ໃນໄລ ຍະຜ່ານມາ, ລວມ​ທັງການ​ປະ​ຕິ​ບັດ​ໜ້າ​ທີ່ເປັນ​ປະ​ເທດ​ ປະ​ສານ​ງານ​ການ​ພົວ​ພັນ ອາ​ຊຽນ-ອົດ​ສະ​ຕ​ຣາ​ລີ 2021-2024 ແລະ ປະ​ທານອາ​ຊຽນ ໃນ​ປີ 2024 ຂອງ ສ​ປ​ປ ລາວ ກໍ​ຄື​ ການ​ຮ່ວມ​ມື​ໃນ​ຂອບ​ຫລາຍ​ຝ່າຍ​ອື່ນໆ.

 

ສອງ​ປະ​ເທດ ລາວ ແລະ ອົດສະຕຣາລີ ໄດ້ ສ້າງຕັ້ງສາຍພົວພັນການທູດໃນວັນທີ 15 ມັງກອນ 1952, ຊຶ່ງ​ປີ 2025 ນີ້ ​​ຄົບ​ຮອບ 73 ປີ ​ແລະ ໄດ້​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ໃນວັນ​ທີ 6 ມີ​ນາ 2024.

KPL

ຂ່າວອື່ນໆ


Top