KPL
ນັບແຕ່ຕົ້ນເດືອນ ມິຖຸນານີ້ ເປັນຕົ້ນໄປ, ສປ ຈີນ ໄດ້ຍົກເວັ້ນວີຊາ ຕໍ່ປະເທດໃນພາກພື້ນ ອາເມຣິກາ ລາຕິນ ແລະ ກາຣາອິບ ແຕ່ຝ່າຍດຽວ ເປັນຄັ້ງທຳອິດ ເຊິ່ງໄດ້ຍົກເວັ້ນວີຊາ ແຕ່ຝ່າຍດຽວຕໍ່ 43 ປະເທດໃນໂລກ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ຫລິນຈ້ຽນ, ໂຄສົກກະຊວງ ການຕ່າງປະເທດຈີນ ຖະແຫລງວ່າ: ນັບແຕ່ຕົ້ນເດືອນ ມິຖຸນານີ້ ເປັນຕົ້ນໄປ, ສປ ຈີນ ໄດ້ຍົກເວັ້ນວີຊາ ຕໍ່ປະເທດໃນພາກພື້ນ ອາເມຣິກາ ລາຕິນ ແລະ ກາຣາອິບ ແຕ່ຝ່າຍດຽວ ເປັນຄັ້ງທຳອິດ ເຊິ່ງໄດ້ຍົກເວັ້ນວີຊາ ແຕ່ຝ່າຍດຽວຕໍ່ 43 ປະເທດໃນໂລກ. ສປ ຈີນໄດ້ຍົກເວັ້ນວີຊາ ຕໍ່ປະເທດຕ່າງໆ ນັບມື້ ນັບຫລາຍຂຶ້ນ ເຊິ່ງສະແດງ ໃຫ້ເຫັນວ່າ ສປ ຈີນ ມີຄວາມຕັດສິນໃຈ ອັນເດັດດ່ຽວໃນການສືບຕໍ່ ຊຸກຍູ້ ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ.ໃນຕໍ່ໜ້າ, ສປ ຈີນ ຈະສືບຕໍ່ປັບປຸງ ນະໂຍບາຍ ກ່ຽວກັບ ການເຂົ້າເມືອງຂອງ ສປ ຈີນ ໃຫ້ດີຂຶ້ນຕື່ມອີກ, ຍົກເວັ້ນວີຊາ ຕໍ່ປະເທດອື່ນໆອີກ, ສ້າງຄວາມຈະເລີນ ຮຸ່ງເຮືອງ ຮ່ວມກັນ ກັບປະເທດຕ່າງໆ ດ້ວຍການເປີດປະຕູ ສູ່ພາຍນອກ ທີ່ມີຂອບເຂດກວ້າງຂວາງ ແລະ ມີການຮ່ວມມື ທີ່ເລິກເຊິ່ງ ກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL