KPL
ກອງປະຊຸມ ຜູ້ນໍາປະຊາຄົມ ການເມືອງ ເອີຣົບ ຄັ້ງທີ 6 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ ອານບານີ ໂດຍມີຜູ້ນໍາ ຈາກປະມານ 50 ປະເທດ ແລະ ເຂດແຄວ້ນ ພ້ອມດ້ວຍ ຜູ້ນໍາ ອົງການຈັດຕັ້ງ ສະຫະພາບ ເອີຣົບ ເຂົ້າຮ່ວມ ເພື່ອສຸມໃສ່ ສິ່ງທ້າທາຍ ດ້ານຄວາມໝັ້ນຄົງ ແລະ ເສດຖະກິດ ຂອງເອີຣົບ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກອງປະຊຸມ ຜູ້ນໍາປະຊາຄົມ ການເມືອງ ເອີຣົບ ຄັ້ງທີ 6 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ ອານບານີ ໂດຍມີຜູ້ນໍາ ຈາກປະມານ 50 ປະເທດ ແລະ ເຂດແຄວ້ນ ພ້ອມດ້ວຍ ຜູ້ນໍາ ອົງການຈັດຕັ້ງ ສະຫະພາບ ເອີຣົບ ເຂົ້າຮ່ວມ ເພື່ອສຸມໃສ່ ສິ່ງທ້າທາຍ ດ້ານຄວາມໝັ້ນຄົງ ແລະ ເສດຖະກິດ ຂອງເອີຣົບ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ເອີຣົບໃໝ່ ໃນໂລກໃໝ່: ຄວາມສາມັກຄີ, ການຮ່ວມມື ແລະ ການເຄື່ອນໄຫວຮ່ວມ”. ຈາກນັ້ນ ຜູ້ນໍາທີ່ເຂົ້າຮ່ວມ ກອງປະຊຸມ ດໍາເນີນການປຶກສາຫາລື ໂດຍປິ່ນອ້ອມ ບັນຫາຕ່າງໆ ເຊັ່ນ: ຄວາມໝັ້ນຄົງ ແລະ ວຽກງານ ປ້ອງກັນປະເທດ, ກໍາລັງແຂ່ງຂັນ, ຄວາມໝັ້ນຄົງ ດ້ານເສດຖະກິດ, ຊາວອົບພະຍົບ ແລະ ບັນຫາອື່ນໆ ຂອງເອີຣົບ, ໃນນັ້ນ, ຈະສຸມໃສ່ ປຶກສາຫາລື ກ່ຽວກັບ ບັນຫາການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ, ການປະດິດສ້າງ, ພື້ນຖານໂຄງລ່າງ ດີຈີຕອນ, ຄວາມຍືນຍົງ ດ້ານພະລັງງານ, ຄວາມໝັ້ນຄົງ ດ້ານຕ່ອງໂສ້ການສະໜອງ ແລະອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL