KPL
ກອງປະຊຸມສຸດຍອດ ສັນນິບາດ ປະເທດ ອາຣັບ ຄັ້ງທີ 34 ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ແບກແດັດ ປະເທດອີຣັກ ໄດ້ປິດລົງ ຢ່າງເປັນທາງການ.
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກອງປະຊຸມສຸດຍອດ ສັນນິບາດ ປະເທດ ອາຣັບ ຄັ້ງທີ 34 ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ແບກແດັດ ປະເທດອີຣັກ ໄດ້ປິດລົງ ຢ່າງເປັນທາງການ. ສຳລັບ ຖະແຫລງການ ກອງປະຊຸມໄດ້ ເນັ້ນຢ້ຳເຖິງ ຖານະແກນກາງ ຂອງບັນຫາ ປາແລັດສະຕິນ, ຮຽກຮ້ອງ ໃຫ້ບັນລຸການຢຸດຍິງ ໃນທັນ ທີຢູ່ເຂດກາຊາ ແລະ ເດັດດ່ຽວຄັດຄ້ານ “ບັງຄັບ ການຍົກຍ້າຍ” ປະຊາຊົນເຂດກາຊາ. ໂດຍຖະແຫລງການ ໄດ້ສະໜັບ ສະໜູນ ແຜນການສ້າງສາ ເຂດກາຊາຄືນໃໝ່ ທີ່ສະເໜີໂດຍ ປະເທດ ອິດສະລາມ ແລະ ອາຣັບ ໂດຍເລັ່ງໃຫ້ການຊ່ວຍເຫລືອ ດ້ານມະນຸດສະທຳ ຕໍ່ເຂດກາຊາ ແລະ ຮຽກຮ້ອງ ໃຫ້ປະຊາຄົມໂລກ ຊຸກຍູ້ການຍຸດຕິ ການປະທະກັນ ແບບນອງເລືອດ ຢ່າງຕໍ່ເນື່ອງ ຢູ່ເຂດກາຊາ. ຖະແຫລງການ ກ່າວປະນາມຕໍ່ ອິດສະຣາແອນ ໂຈມຕີ ຊີຣີ ແລະ ຮຽກຮ້ອງໃຫ້ສິ້ນສຸດ ການປະທະກັນ ດ້ວຍກຳລັງ ອາວຸດ ຢູ່ຊູດັງໂດຍຜ່ານ ແຜນແກ້ໄຂ ທາງການເມືອງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL