ຫາລືການແກ້ໄຂປະກົດການຫຍໍ້ທໍ້ທີ່ເຄັ່ງຮ້ອນໃນສັງຄົມ

19/05/2025 11:02
Email Print 125
KPL ຂປລ. ກອງປະຊຸມປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍໃນຂົງເຂດ ວັດ ທະນະທຳ-ສັງຄົມ ທີ່ຕິດພັນກັບການແກ້ໄຂ ປະກົດການຫຍໍ້ທໍ້ ທີ່ເປັນບັນຫາເຄັ່ງຮ້ອນໃນສັງຄົມ ຈັດຂຶ້ນໃນວັນທີ 16 ພຶດສະພາ 2025 ຜ່ານມາ



ຂປລ. ກອງປະຊຸມປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ
, ນິຕິກຳໃຕ້ກົດໝາຍໃນຂົງເຂດ ວັດ ທະນະທຳ-ສັງຄົມ ທີ່ຕິດພັນກັບການແກ້ໄຂ ປະກົດການຫຍໍ້ທໍ້ ທີ່ເປັນບັນຫາເຄັ່ງຮ້ອນໃນສັງຄົມ ຈັດຂຶ້ນໃນວັນທີ 16 ພຶດສະພາ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີ ປະທານ-ຮອງປະທານກໍາມາທິການ ຂອງ ສພຊ, ຮອງລັດຖະມົນຕີຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຂອງສະມາພັນຄວບຄຸມຢາສູບອາຊຽນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳໃບ ດໍາລັດ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້, ເພື່ອຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັນ ກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ທີ່ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ ແລະ ບັນຫາທີ່ພົ້ນເດັ່ນ ເປັນຕົ້ນ ບັນຫາຢາສູບໄຟຟ້າ ແລະ ຄໍລາເຈນ ເຖິງວ່າຈະມີກົດໝາຍ  ແລະ ລະບຽບການທີ່ກ່ຽວຂ້ອງແລ້ວ  ແຕ່ການສະກັດກັ້ນ,  ຄວບຄຸມການນຳເຂົ້າ,  ການຈຳໜ່າຍ ແລະ ການນຳໃຊ້ຢາສູບໄຟຟ້າ, ຄໍລາເຈນ ທີ່ມີສານເສບຕິດ ຍັງເປັນບັນຫາທີ່ໜ້າເປັນຫ່ວງ ລວມທັງປະສິດທິຜົນ ຂອງການບັງຄັບໃຊ້ກົດໝາຍ, ການກວດກາຄຸນນະພາບ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຜູ້ບໍລິໂພກ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ; ການຄຸ້ມຄອງສື່ສັງຄົມອອນລາຍ ຍັງມີສິ່ງທ້າທາຍ ໃນການຄຸ້ມຄອງເນື້ອຫາທີ່ບໍ່ເໝາະສົມ, ເກີດມີຂ່າວປອມ ແລະ ຜົນກະທົບທາງລົບຕໍ່ສັງຄົມ, ກົນໄກການຄຸ້ມຄອງ, ການຮ່ວມມືກັບຜູ້ໃຫ້ບໍລິການ ແລະ ການສ້າງຄວາມຮູ້ເທົ່າທັນ ໃຫ້ແກ່ປະຊາຊົນ ຍັງບໍ່ກົມກຽວກັນເທົ່າທີ່ຄວນ; ບັນຫາການມົ້ວສຸມຢູ່ສະຖານບັນເທີງ ຊຶ່ງການຈັດຕັ້ງປະຕິບັດ ລະບຽບການຄຸ້ມຄອງສະຖານບັນເທີງ ແລະ ມາດຕະການລົງໂທດຕໍ່ຜູ້ລະເມີດ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ; ບັນຫາອຸບັດເຫດຕາມທ້ອງຖະໜົນ ເຖິງວ່າຈະມີກົດໝາຍ ແລະ ມາດຕະການຕ່າງໆ, ແຕ່ອຸບັດເຫດຕາມທ້ອງຖະໜົນ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ສ້າງຄວາມສູນເສຍຢ່າງຫລວງຫລາຍ; ການເພີ່ມຂຶ້ນຂອງອັດຕາ ການຕິດເຊື້ອໄວຣັດພູມຄຸ້ມກັນ ບົກຜ່ອງຂອງມະນຸດ (HIV), ເຖິງວ່າຈະມີຄວາມພະຍາຍາມ ໃນການປ້ອງກັນ ແລະ ຄວບຄຸມ, ແຕ່ສະຖິຕິການຕິດເຊື້ອໃນບາງກຸ່ມ ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ອື່ນໆ ເຊິ່ງບັນຫາທັງໝົດເຫລົ່ານັ້ນ, ໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ກໍໃຫ້ເກີດການສູນເສຍຊີວິດ, ຊັບສິນ ແລະ ມີຜົນກະທົບຕໍ່ການສ້າງຊັບພະຍາກອນມະນຸດ ທີ່ມີຄຸນນະພາບຂອງຊາດ.




ໃນກອງປະຊຸມ ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ ໄດ້ມີຄໍາເຫັນວ່າ: ຜ່ານການຕິດຕາມ ກວດກາຂອງສະພາແຫ່ງຊາດ
, ການລາຍງານສ່ອງແສງ ຈາກບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະ ການຂອງກຳມາທິການ ວັດທະນະທໍາ-ສັງຄົມ   ໃນຂອບເຂດທົ່ວປະເທດ  ບວກກັບການລາຍງານຂອງບັນດາຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຫັນວ່າຍັງມີດ້ານອ່ອນທີ່ເປັນຂໍ້ຄົງຄ້າງ  ແລະ  ສິ່ງທ້າທາຍຈໍານວນໜຶ່ງ ທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງ, ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການຄວບຄຸມຢາສູບ, ກົດໝາຍວ່າດ້ວຍສິລະປະການສະແດງ, ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອພະຍາດ HIV, ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ແລະ ອື່ນໆ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ສົ່ງຜົນກະທົບທາງລົບ ແລະ ກົດໜ່ວງຈັງຫວະການຂະຫຍາຍຕົວ ຂອງການພັດທະນາ ທາງດ້ານເສດຖະກິດ-ສັງຄົມ ກໍຄື ການພັດທະນາຊັບພະຍາກອນມະນຸດຂອງຊາດ; ການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ຍັງບໍ່ເປັນປົກກະຕິ ແລະ ຕໍ່ເນື່ອງ; ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ບາງດ້ານຍັງບໍ່ທັນປະຕິບັດ ໄດ້ຕາມທີ່ກົດໝາຍກຳນົດໄວ້; ການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບ ຜິດຊອບ ລະຫວ່າງສູນກາງ ກັບ ທ້ອງຖິ່ນ, ລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຍັງມີຫລາຍຂອດບໍ່ທັນຈະແຈ້ງ ແລະ ເປັນເອກະພາບກັນ; ການໂຄສະນາເຜີຍແຜ່ກົດໝາຍ ທີ່ຕິດພັນວຽກງານ ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເຖິງວ່າໄດ້ມີຄວາມພະຍາຍາມ ເຮັດດ້ວຍຫລາຍຮູບ, ຫລາຍສີ ແລະ ຫລາຍວິທີການແລ້ວກໍຕາມ ແຕ່ປະສິດທິພາບ, ປະສິດທິຜົນໃນການໂຄສະນາ ບໍ່ທັນສູງ, ບໍ່ທັນເລິກເຊິ່ງ, ຕໍ່ເນື່ອງ, ກວ້າງຂວາງ ແລະ ທົ່ວເຖິງ, ຍັງມີລັກສະນະແບບລວມໆ, ບໍ່ທັນລົງເລິກອະທິບາຍ, ສ້າງຄວາມເຂົ້າໃຈໄດ້ຢ່າງເລິກເຊິ່ງ ເຮັດໃຫ້ຄວາມຮັບຮູ້ ແລະ ເຂົ້າ ໃຈຕໍ່ກັບກົດໝາຍດັ່ງກ່າວ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍຍັງບໍ່ທັນສູງ ລວມທັງການບັງຄັບໃຊ້ກົດໝາຍຕໍ່ຜູ້ລະເມີດ ກໍບໍ່ທັນເຂັ້ມງວດເທົ່າທີ່ຄວນ; ການຜັນຂະຫຍາຍບັນດາມາດຕາຂອງບາງກົດໝາຍ ທີ່ກໍານົດໃຫ້ມີລະບຽບການຕ່າງຫາກ ທີ່ກຳນົດໃນກົດໝາຍດັ່ງກ່າວ ຍັງຊັກຊ້າ ຫລື ມາດຕາທີ່ຜັນຂະຫຍາຍເປັນນິຕິກໍາໃຕ້ກົດໝາຍແລ້ວ, ແຕ່ການຈັດຕັ້ງປະຕິບັດ ກໍຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ; ຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງຄະນະພັກ, ຄະນະນໍາທຸກຂັ້ນໃນການບັນຊາ, ນໍາພາ-ຊີ້ນໍາ ໃນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ຍັງບໍ່ທັນສູງເທົ່າທີ່ຄວນ; ການປະສານສົມທົບ ລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນໂລ່ງລ່ຽນ, ກົມກຽວ ແລະ ເປັນລະບົບດີເທົ່າທີ່ຄວນ, ຍັງເຮັດພໍໃຜພໍລາວ ແລະ ມີສະພາບການຖິ້ມຄວາມຮັບຜິດຊອບໃຫ້ກັນ; ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຍັງບໍ່ໃຫ້ການຮ່ວມມື, ບໍ່ເອົາໃຈໃສ່ປະຕິບັດ ຕາມເນື້ອໃນກົດໝາຍກຳນົດ ແລະ ຍັງບໍ່ທັນມີການຕິດຕາມກວດກາ ເປັນປົກກະຕິ ແລະ ປະຕິບັດມາດຕະການແກ້ໄຂຢ່າງເຂັ້ມງວດ ເຮັດໃຫ້ມີສະພາບການລະເມີດກົດໝາຍຫລາຍ.




ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ສະພາບສິ່ງທ້າທາຍຂອງຢາສູບໄຟຟ້າ
, ຄວາມຄືບໜ້າຂອງການຕໍ່ສັນຍາ ການລົງທຶນຂອງບໍລິສັດຜະລິດຢາສູບໃນ ສປປ ລາວ; ການຄຸ້ມຄອງການນໍາເຂົົ້າ ແລະ ຈໍາໜ່າຍຢາສູບ ໂດຍສະເພາະຢາສູບໄຟຟ້າ, ຄໍລາເຈນ, ປຸ່ມເປົ້າ ທີ່ເປັນອັນຕະລາຍຕໍ່ສຸຂະພາບ; ການຄຸ້ມຄອງນໍາໃຊ້ຢາສູບໄຟຟ້າ, ຄໍລາເຈນ, ປຸ່ມເປົ້າ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຢູ່ສະຖານການສຶກສາ; ການຄຸ້ມຄອງສະຖານບັນເທີງ ເປັນຕົົ້ນ ບັນຫາມົ້ວສຸມສິ່ງເສບຕິດ, ສິ່ງລາມົກອານາຈານ; ການຄຸ້ມຄອງສື່ສັງຄົມອອນລາຍ ທີ່ກະທົບຕໍ່ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ; ສະພາບການຕິດເຊື້ອ HIV ພະຍາດເອດ (AIDs); ສະພາບກ່ຽວກັບອຸປະຕິ ເຫດທາງທ້ອງຖະໜົນ.

ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າແລກປ່ຽນ ຄຳຄິດຄຳເຫັນຢ່າງກົງໄປກົງມາ, ສ້າງສັນ ແລະ ດ້ວຍຄວາມຮັບຜິດຊອບ ເພື່ອຊອກໃຫ້ເຫັນບັນຫາ, ຂໍ້ຄົງຄ້າງ, ວິທີການ ແລະ ມາດຕະການແກ້ໄຂໃຫ້ທັນການ  ແລະ ນຳໄປສູ່ການປ່ຽນແປງໃນທາງທີ່ດີຂຶ້ນໃນຕໍ່ໜ້າ.

ຂ່າວ-ພາບ: ສອນສັກ ວັນວິໄຊ

KPL

ຂ່າວອື່ນໆ


Top