ສູນວັດທະນະທໍາຈີນ ປະຈໍາລາວ ຈັດກິດຈະກຳ ຊາສູ່ຄວາມປອງດອງ

19/05/2025 09:52
Email Print 108
KPL ຂປລ. ສູນວັດທະນະທໍາຈີນ ປະຈໍາລາວ ຈັດກິດຈະກຳ ຊາສູ່ຄວາມປອງດອງ ແລະ ໂຄສະນາວັດທະນະທໍາ ແລະ ທ່ອງທ່ຽວ ກວາງຊີ ໃນຕອນບ່າຍວັນທີ 16 ພຶດສະພາ 2025



ຂປລ.
  ສູນວັດທະນະທໍາຈີນ ປະຈໍາລາວ ຈັດກິດຈະກຳ ຊາສູ່ຄວາມປອງດອງ ແລະ ໂຄສະນາວັດທະນະທໍາ ແລະ ທ່ອງທ່ຽວ ກວາງຊີ ໃນຕອນບ່າຍວັນທີ 16 ພຶດສະພາ 2025 ເຊິ່ງກິດຈະກຳດັ່ງກ່າວ
, ໄດ້ສ້າງຄວາມສົນໃຈ ແລະ ຄວາມຕື່ນເຕັ້ນ ໂດຍສະເພາະ ສາທິດການ​ສະ​ແດງ​ສິລະ​ປະ ຊາ​ລິ້ວປາວ ​ແລະ​ ຊາ​ດອກ​ມະລິ ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ, ການໂຄສະນາວັດທະນະທໍາ ແລະ ການທ່ອງທ່ຽວ ກວາງຊີ, ການສະແດງສິລະປະກວາງຊີ ທີ່ໜ້າປະທັບໃຈ. ນອກນາກນີ້, ຍັງມີການວາງສະແດງ ມໍລະດົກວັດທະນະທໍານາມມະທໍາ ກວາງຊີ ແລະ ​ນິທັດສະການ​ຮູບ​ພາບ ​ການທ່ອງທ່ຽວ​ກວາງຊີ.



ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ໄດ້ກ່າວວ່າ: ປະເທດຈີນ​ແມ່ນ​ບ້ານ​ເກີດ​ຂອງ​ຊາ
, ເປັນ​ເວ​ລາ​ນັບພັນ​ປີ ຊາໄດ້ກ້າວຂ້າມຂອບເຂດ ຂອງການເປັນເຄື່ອງກິນດື່ມ ແລະ ໄດ້​ກາຍ​ເປັນ​ສັນ​ຍາ​ລັກແຫ່ງ​ການດໍາລົງ​ຊີ​ວິດ ​ແລະ ​ວັດ​ທະ​ນະ​ທໍາ​ທີ່​ເປັນ​ເອ​ກະ​ລັກ. ນັບ​ແຕ່​ປີ 2023, ​ໃນຊ່ວງວັນ​ຊາ​ສາກົນ ກໍຄື ​ເດືອນ​ພຶດສະ  ພາ​ຂອງ​ທຸກໆ​ປີ,  ກະຊວງ​ວັດທະນະທໍາ ​ແລະ ​ທ່ອງ​ທ່ຽວ ແຫ່ງ ສປ ​ຈີນ ​ຈະສົ່ງເສີມການ​ຈັດ​ກິດຈະກໍາ ຊາສູ່ຄວາມປອງດອງຂຶ້ນຢູ່​ທົ່ວ​ໂລກ. ສະເພາະສູນວັດທະນະທໍາຈີນ ປະຈໍາລາວ ​ກໍໄດ້​ຈັດ​ກິດຈະກຳດັ່ງກ່າວ, ເປັນ​ເວລາ 3 ປີຜ່ານ​ມາ ເຊິ່ງກິດຈະກໍາໃນ​ຄັ້ງນີ້, ຈະ​ກາຍ​ເປັນ​ຂົວ​ຕໍ່​ມິດຕະພາບ ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາ ຊົນລາວ-​ຈີນ ແລະ ກາຍ​ເປັນ​ສັກຂີ​ພິຍານ​ປະຫວັດສາດ ​ແຫ່ງ​ການ​ແລກປ່ຽນ ​ແລະ ​ການ​ຮຽນຮູ້​ເຊິ່ງກັນ​ ແລະ​ ກັນ​ຂອງ​ອາ​ລະ​ຍະ​ທໍາ​ ລະຫວ່າງ​ສອງ​ປະ​ເທດ ​ແລະ ​ການ​ສ້າງ​ຄູ່ຮ່ວມຊາຕາກໍາລາວ-ຈີນ.



ທ່ານ ລຽງຕ້າຈົ່ງ ທີ່ປຶກສາເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ໄດ້ກ່າວວ່າ: ກວາງຊີ ແລະ ປະເທດລາວ ໃກ້ຊິດກັນທາງດ້ານພູມສາດ ແລະ ມີວັດທະນະທໍາທີ່ຄ້າຍຄືກັນ
, ມີໄມຕີຈິດມິດຕະພາບທີ່ເລິກເຊິ່ງ, ເຊິ່ງມີບົດບາດພິເສດ ໃນການຮ່ວມມືຢ່າງເປັນມິດ ລະຫວ່າງຈີນ-ລາວ, ລາວ-ຈີນ. ໃນມໍ່ໆນີ້, ພາຍໃຕ້ການຊີ້ນໍາທີ່ເຫັນ​ດີ​ເຫັນ​ພ້ອມກັນ ດ້ານຍຸດທະສາດຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ກວາງຊີ ໄດ້ມີບົດບາດໃນການເປັນປະຕູ ເພື່ອເປີດກວ້າງການຮ່ວມມື ລະຫວ່າງຈີນ-ອາຊຽນ, ສືບຕໍ່ລົງເລິກການຮ່ວມມື ແລກປ່ຽນຂົງເຂດຕ່າງໆກັບປະເທດລາວ, ເຊິ່ງໄດ້ບັນລຸຜົນສໍາເລັດອັນຍິ່ງໃຫຍ່. ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ຈະສືບຕໍ່ສະໜັບສະໜູນ ການຮ່ວມມືແລກປ່ຽນລະຫວ່າງ ກວາງຊີ ແລະ ປະເທດລາວ ໃຫ້ເຂົ້າສູ່ລ່ວງເລິກ, ຫວັງຢ່າງຍິ່ງວ່າຜ່ານກິດຈະກໍາໃນຄັ້ງນີ້, ກວາງຊີ ແລະ ປະເທດລາວຈະສາມາດສືບຕໍ່, ເປັນກໍາລັງສໍາຄັນ ເພື່ອປະກອບສ່ວນໃນການປະຕິບັດຕົວຈິງ ແລະ ລົງເລິກການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ, ລາວ-ຈີນ ຢ່າງບໍ່ຢຸດຢັ້ງ.  



ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ


Top