KPL
*ປັດຈຸບັນ, ປະຊາຄົມໂລກພວມຜະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ. ໃນນັ້ນ, ດ້ານສິ່ງແວດລ້ອມ ຖືເປັນດ້ານທີ່ມີຄວາມສໍາຄັນ ເພາະມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດສະບຽງອາຫານຂອງໂລກ.
*ປັດຈຸບັນ, ປະຊາຄົມໂລກພວມຜະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ. ໃນນັ້ນ, ດ້ານສິ່ງແວດລ້ອມ ຖືເປັນດ້ານທີ່ມີຄວາມສໍາຄັນ ເພາະມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດສະບຽງອາຫານຂອງໂລກ, ໃນມໍ່ໆມານີ້ ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ, ການລະບາດຂອງສັດຕູພືດ ແລະ ອື່ນໆ ໄດ້ສົ່ງຜົນກະທົບຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ ເຮັດໃຫ້ເກີດຄວາມຂາດແຄນທາງດ້ານສະບຽງອາຫານ ແລະ ຕ່ອງໂສ້ການຜະລິດໃນທົ່ວໂລກ. ເພື່ອຮັບປະກັນໃຫ້ແກ່ການຜະລິດ ແລະ ສະໜອງທາງດ້ານສະບຽງອາຫານ, ຫລາຍປະເທດ ໄດ້ສ້າງຍຸດທະສາດການພັດທະນາກະສິກຳທັນສະໄໝ ເພື່ອກະຕຸ້ນ ແລະ ຊຸກຍູ້ການບໍລິຫານຈັດການຊັບພະຍາກອນກະສິກຳ ໂດຍນຳໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອພັດທະນາເຄື່ອງຈັກ, ລະບົບປະມວນຜົນ, ການວິເຄາະ ແລະ ເກັບຮັກສາຂໍ້ມູນຜ່ານລະບົບທັນສະໄໝ ເຮັດໃຫ້ເພີ່ມທະວີຄວາມສາມາດໃນການຜະລິດ, ມີຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມຫລາຍຂຶ້ນ.
ສປ ຈີນ ກໍເປັນປະເທດໜຶ່ງທີ່ມີການພັດທະນາກະສິກຳອັດສະລິຍະທີ່ທັນສະໄໝ ເພື່ອຮັບຮອງຄວາມຕ້ອງການໃນການບໍລິໂພກ ຂອງປະຊາຊົນໃນປະເທດ ແລະ ເພື່ອສົ່ງອອກ ເປັນຈໍານວນມະຫາສານ, ອຸດສາຫະກຳກະສິກຳ ຈຶ່ງເປັນໜຶ່ງໃນອຸດສາຫະກຳທີ່ຊຸກຍູ້ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດຈີນ ແລະ ເປັນກຸນແຈສູ່ຄວາມສໍາເລັດໃນການລົບລ້າງຄວາມທຸກຍາກ ໂດຍສະເພາະໃນເຂດຊົນນະບົດຫ່າງໄກສອກຫລີກ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ, ປະທານ ສີ ຈິ້ນຜິງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການນຳພາຈີນກ້າວໄປສູ່ການພັດທະ ນາກະສິກຳແບບທັນສະໄໝ ແລະ ຊົນນະບົດສະໄໝໃໝ່, ການພັດທະນານະວັດຕະກໍາ ແລະ ເຕັກໂນໂລຊີກະສິກໍາແບບຄົບວົງຈອນ, ສົ່ງເສີມລະບົບນິເວດອຸດສາຫະກຳກະສິກຳທີ່ທັນສະໄໝ, ຍົກລະດັບພື້ນຖານໂຄງລ່າງກະສິກຳອັດສະລິຍະ ແລະ ສ້າງສະພາບແວດລ້ອມທາງດ້ານນິເວດກະສິກຳແບບຍືນຍົງ ເພື່ອສ້າງ ສປ ຈີນ ໃຫ້ກາຍເປັນປະເທດທີ່ເຂັ້ມແຂງດ້ານກະສິກຳອັນດັບໜຶ່ງຂອງໂລກ.
ເພື່ອຜັນຂະຫຍາຍນະໂຍບາຍລວມຂອງພັກ, ບັນດາແຂວງຕ່າງໆ ໄດ້ນໍາເອົາມະຕິກອງປະຊຸມດັ່ງກ່າວເຂົ້າໃນແຜນຈັດຕັ້ງປະຕິບັດຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 (2021 - 2025) ຂອງຕົນ. ໃນນັ້ນ, ແຂວງຟູຈ້ຽນ ກໍເປັນໜຶ່ງໃນແຂວງທີ່ມີການຈັດຕັ້ງປະຕິບັດການພັດທະນາກະສິກໍາແບບທັນສະໄໝຢ່າງຕັ້ງໜ້າ ໂດຍໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາພື້ນຖານໂຄງລ່າງ ທີ່ອຳນວຍຄວາມສະດວກໃຫ້ແກ່ການສ້າງລະບົບກະສິກຳດິຈີຕອນ, ສົ່ງ ເສີມການນຳໃຊ້ເທັກໂນໂລຊີ Block Chain, IT, 5G, Big Data, IoT, Cloud Computing, ລະບົບດາວທຽມ ແລະ AI ເຂົ້າໃນຂະແໜງກະສິກຳ, ມີການກໍ່ສ້າງຟາມອັດສະລິຍະ 300 ກວ່າແຫ່ງ ເພື່ອເປັນພື້ນຖານການຜະລິດກະສິກໍາອັດສະລິຍະທົ່ວແຂວງ, ຂະຫຍາຍເນື້ອທີ່ປູກພືດທັນຍາຫານກວ່າ 5,21 ລ້ານເຮັກຕາ, ປູກພືດເສດຖະກິດຕົ້ນຕໍ ເຊັ່ນ: ເຂົ້າ, ມັນຕົ້ນ, ສາລີ ແລະ ໄດ້ຮັບຜົນຜະລິດຫລາຍກວ່າ 5 ລ້ານໂຕນ/ປີ. ແຂວງຟູຈ້ຽນ ໄດ້ຕັ້ງເປົ້າ ໝາຍການເພີ່ມລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວກະສິກອນໃຫ້ໄດ້ 8% ຕໍ່ປີໃນປີ 2025 ແລະ ໄດ້ຈັດຕັ້ງປະຕິບັດບັນດາມາດຕະການທີ່ສຳຄັນ ທີ່ຊ່ວຍຊຸກຍູ້ສົ່ງເສີມການເຮັດກະສິກໍາແບບທັນສະໄໝ ເປັນຕົ້ນ: 1). ພັດທະນາພື້ນຖານໂຄງລ່າງກະສິກຳອັດສະລິຍະຄົ້ນຄວ້າ, ນຳໃຊ້ຄວາມຮູ້ທາງດ້ານເຕັກໂນໂລຊີນະວັດຕະກໍາ ແລະ ການພັດທະນາທີ່ທັນສະໄໝ ເພື່ອເພີ່ມສະມັດຕະພາບການຜະລິດທາງດ້ານປະລິມານ ແລະ ຄຸນນະພາບ. 2). ສ້າງຕັ້ງສູນລະບົບຂໍ້ມູນຂ່າວ ສານຂອງແຂວງ ໂດຍໄດ້ພັດທະນາຖານຂໍ້ມູນກະສິກຳທີ່ມີມາດຕະຖານ ແລະ ສາມາດຄຸ້ມຄອງບັນຫາການຜະລິດກະສິກຳໄດ້ກວມເອົາທຸກຂົງເຂດ ເຮັດໃຫ້ຊາວກະສິກອນ ສາມາດເຂົ້າເຖິງຂໍ້ມູນຕ່າງໆທີ່ ເຊັ່ນ: ການລະບາດຂອງພະຍາດໃນສັດ ແລະ ພືດ, ສະພາບສິ່ງແວດລ້ອມ, ປະລິມານຜະລິດຕະພັນກະເສດ ແລະ ອື່ນໆ. 3). ສົ່ງເສີມກະສິກຳສີຂຽວແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ເຊັ່ນ: ສົ່ງເສີມການຫັນເປັນດີຈິຕອນຂອງເຮືອນແກ້ວ, ນໍາໃຊ້ເຄື່ອງຈັກທັນສະໄໝ, ຫຸ່ນຍົນ AI ເພື່ອກໍານົດປະລິມານຂອງຝຸ່ນ, ນ້ໍາ ແລະ ຢາຂ້າແມງໄມ້ ເພື່ອຫລຸດຜ່ອນການສ້າງມົນລະພິດ. 4). ສ້າງຖານຂໍ້ມູນກະສິກຳ ພາຍໃຕ້ຊື່ “Agriculture Cloud 131” ເຜີຍແຜ່ຜ່ານທາງອິນເຕີເນັດໃຫ້ແກ່ຊາວກະ ສິກອນຫລາຍກວ່າ 15.000 ແຫ່ງໃນທົ່ວແຂວງ. 5) ພັດທະນາຂີດຄວາມສາມາດຂອງວິສາຫະກິດ ເພື່ອເຮັດໃຫ້ SMEs ສາມາດນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າເຂົ້າໃນຂະບວນການຜະລິດຂອງຕົນ. ຈາກຜົນຂອງການຈັດຕັ້ງປະຕິບັດທີ່ໄດ້ກ່າວມາຂ້າງເທິງນັ້ນ, ໃນປີ 2022 ຟູຈ້ຽນ ມີມູນຄ່າການຜະລິດກະສິກຳປະມານ 400 ຕື້ຢວນ, ເທົ່າກັບ 13% ຂອງ GDP ຂອງແຂວງ ຫລື 8,6% ຂອງມູນຄ່າການຜະລິດກະສິກໍາໃນທົ່ວປະເທດ; ເປັນຜູ້ຜະລິດສິນຄ້າດ້ານກະສິກໍາລາຍໃຫຍ່ ເຊັ່ນ: ຊາ, ໝາກໄມ້, ຜັກ, ການລ້ຽງສັດ, ຢາສະໝຸນໄພ ແລະ ເຫັດ ທີ່ຊ່ວຍສ້າງລາຍຮັບໃຫ້ແກ່ຊາວກະສິກອນຢູ່ເຂດຊົນນະບົດຫ່າງໄກສອກຫລີກ.
ການກະສິກໍາອັດສະລິຍະຂອງ ສປ ຈີນ ໄດ້ສືບຕໍ່ຂະຫຍາຍຕົວໃນທົ່ວປະເທດ, ບັນດາບໍລິສັດເຕັກໂນໂລຊີລາຍໃຫຍ່ຂອງຈີນ ເຊັ່ນ: Alibaba, Tencent, NetEase, Huawei, JD ແລະ Baidu ໄດ້ເຂົ້າມາມີບົດບາດສໍາຄັນໃນການພັດທະນາທຸລະກິດດ້ານກະສິກໍາອັດສະລິຍະ ແລະ ສ້າງພື້ນທີ່ສໍາລັບຖານຂໍ້ມູນດ້ານກະສິກໍາ. ລັດຖະບານຈີນ ຍັງໄດ້ເປີດກວ້າງໃຫ້ແກ່ບໍລິສັດຂອງຕ່າງປະເທດເຂົ້າມາລົງທຶນໃນດ້ານດັ່ງກ່າວ ເຊັ່ນ: ກຸ່ມບໍລິສັດ CP ຂອງໄທ ໄດ້ລົງທຶນໃນອຸດ ສາຫະກຳກະສິກຳ ໂດຍຜ່ານການກໍ່ສ້າງນິຄົມອຸດສາຫະກຳວິທະຍາສາດ ແລະ ເຕັກໂນໂລຊີກະສິກຳ ຈໍານວນກວ່າ 100 ແຫ່ງໃນທົ່ວປະເທດ, ບໍລິສັດ Cargill ເຊິ່ງເປັນຊ່ຽວຊານດ້ານກະສິກຳ ດ້ານການຜະລິດ ແລະ ການຊື້ຂາຍຜະລິດຕະພັນກະເສດ ຂອງສະຫະລັດອາເມລິກາ ກໍໄດ້ລົງທຶນດ້ານກະສິກໍາໃນຈີນ ແລະ ນໍາໃຊ້ເຕັກໂນໂລຊີອັດສະລິຍະ AI Big Data ໃນຂະບວນການຜະລິດ ຕະຫລອດເຖິງຕ່ອງໂສ້ການສະໜອງ.
ການພັດທະນາຂະແໜງກະສິກຳແບບໃໝ່ ໂດຍນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີກ້າວໜ້າຂອງ ສປ ຈີນ ໄດ້ເປັນບົດຮຽນໃຫ້ແກ່ປະເທດຕ່າງໆໃນການພັດລະນາລະບົບກະສິກໍາໃຫ້ມີຄວາມທັນສະໄໝ ແລະ ຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ. ແຜນພັດທະນາດັ່ງກ່າວ ໄດ້ສອດຄ່ອງກັບຍຸດທະສາດການຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີ ກະສິກໍາ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ຂອງ ສປປ ລາວ, ທີ່ໄດ້ກໍານົດເປົ້າໝາຍບັນລຸຮອດປີ 2025 ໃນການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງຊາດ, ພັດທະນາກະສິກຳແບບຍືນຍົງ, ຜະລິດສິນຄ້າກະສິ ກຳທີ່ມີທ່າແຮງ ປະກອບສ່ວນສ້າງພື້ນຖານເສດຖະກິດໃຫ້ແກ່ປະເທດຊາດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະ ໄໝ. ເຖິງຢ່າງໃດກໍດີ, ໃນຂະແໜງການດັ່ງກ່າວນີ້ ສປປ ລາວ ຍັງຕ້ອງເລັ່ງລັດການພັດທະນານະວັດຕະກຳ ແລະ ເຕັກໂນໂລຊີດ້ານກະສິກຳທີ່ມີຕົ້ນທຶນຕໍ່າ ເພື່ອໃຫ້ຊາວກະສິກອນຂະໜາດນ້ອຍສາມາດເຂົ້າເຖິງເຕັກໂນໂລຊີໃຫ້ຫລາຍກວ່າເກົ່າ. ການພັດທະນາທັກສະໃນການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ແກ່ບຸກຄະລາກອນດ້ານກະສິກຳ ກໍເປັນສິ່ງສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ ໄປຄຽງຄູ່ກັບການກັບການສົ່ງເສີມການລົງທຶນຂອງຕ່າງປະເທດໃນອຸດສາຫະກໍາກະສິກໍາ ແລະ ເຕັກໂນໂລຊີ, ຮ່ວມມືກັບບັນດາປະເທດທີ່ມີທ່າແຮງດ້ານການພັດທະນາກະສິກໍາ ເພື່ອຜະລິດ ແລະ ສະໜອງສະບຽງອາຫານໃຫ້ແກ່ປະຊາຊົນລາວ, ກ້າວໄປສູ່ສ້າງມູນຄ່າເພີ່ມ ແລະ ສົ່ງເສີມຕ່ອງໂສ້ການສະໜອງກະສິກຳຂອງລາວເຮົາໃຫ້ສາມາດແຂ່ງຂັນໃນຕະຫລາດສາກົນໄດ້ຢ່າງຍືນຍົງໃນອະນາຄົດ. (ພິມມະສອນ)
ໂຄງການຄົ້ນຄວ້າຮ່ວມລາວ - ຈີນ ສະຖາບັນການຕ່າງປະເທດ
KPL