KPL
ພັກປະຊາຊົນ ປະຕິວັດລາວ ແມ່ນພັກການເມືອງສູງສຸດໃນລະບົບການເມືອງຂອງ ສປປ ລາວ ແລະ ເປັນພັກກໍາອຳນາດໃນລະບອບປະຊາທິປະໄຕ ປະຊາຊົນລາວ ຊຶ່ງເປັນຜູ້ນໍາພາ-ຊີ້ນໍາວຽກງານຮອບດ້ານ ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາ ປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ.
*ພັກປະຊາຊົນ ປະຕິວັດລາວ ແມ່ນພັກການເມືອງສູງສຸດໃນລະບົບການເມືອງຂອງ ສປປ ລາວ ແລະ ເປັນພັກກໍາອຳນາດໃນລະບອບປະຊາທິປະໄຕ ປະຊາຊົນລາວ ຊຶ່ງເປັນຜູ້ນໍາພາ-ຊີ້ນໍາວຽກງານຮອບດ້ານ ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ. ເນ່ືອງໃນໂອກາດວັນສ້າງຕ້ັງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ທີ່ຈະມາເຖິງນີ້, ສະຫາຍ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທຸລະຄົມແຂວງວຽງຈັນ ໄດ້ໃຫ້ທັດສະນະວ່າ: ພັກປະຊາຊົນ ປະຕິວັດລາວ ຫລື ພັກປະຊາຊົນລາວ ໃນເມື່ອກ່ອນ ນັບແຕ່ໄດ້ຮັບການປະກາດສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ໄດ້ສ້າງກົດລະບຽບພັກ ສະໄໝທີ I ພ້ອມທັງວາງໂຄງການການເມືອງ ທີ່ສັງລວມຈາກພຶດຕິກໍາຕົວຈິງ, ວາງແຜນຍຸດທະສາດໃນຕໍ່ໜ້າໃຫ້ສອດຄ່ອງແທດເໝາະກັບສະພາບການ ແລະ ສະພາບຈຸດພິເສດຂອງປະເທດຊາດໃນເວລານ້ັນ ແລະ ໃນແຕ່ລະໄລຍະ, ຊຶ່ງກ່ອນອື່ນ ໝົດແມ່ນສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຂັບໄລ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ພວກລູກແຫລ້ງຕີນມືປະຕິການຂາຍຊາດເພື່ອກອບກູ້ເອົາເອກະລາດ, ປະຊາທິປະໄຕ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນ, ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງບົນພ້ືນຖານການໝູນໃຊ້ທິດສະດີມາກ-ເລນິນ, ບາງບົດຮຽນ, ພຶດຕິກໍາທີ່ພົ້ນເດັ່ນຂອງຄະນະພັກແຄວ້ນລາວ, ແນວລາວອິດສະຫລະ ແລະ ຂະບວນການລຸກຮືຂຶ້ນຂອງປະຊາຊົນລາວ ໃນເມື່ອກ່ອນເປັນພື້ນຖານໂດຍຖືເອົາການຕໍ່ສູ້ ທາງດ້ານການທະຫານ ຄຽງຄູ່ກັບການຕໍ່ສູ້ທາງດ້ານການເມືອງ ໂດຍໄດ້ຮັບການສະໜັບສະໜູນຈາກພັກການເມືອງທີ່ຍຶດຖື ແລະ ເດີນຕາມເສັ້ນທາງລະບົບສັງຄົມນິຍົມ ໂດຍສະເພາະພັກກອມມູນິດຫວຽດນາມ ແລະ ພັກການເມືອງອື່ນໆທີ່ຮັກຫອມສັນຕິພາບ.
ພັກປະຊາຊົນ ປະຕິວັດລາວ ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ; ເອົາການຕໍານິສົ່ງຂ່າວເປັນກົດເກນແຫ່ງການຄົງຕົວ, ຂະຫຍາຍຕົວ, ເອົາການຕິດຕາມກວດກາເປັນສໍາຄັນ, ຍົກລະດັບຄວາມຮູ້, ຝຶກຝົນ ແລະ ພັດທະນາຕົນເອງຢ່າງເປັນ ປົກກະຕິ, ເຊີດຊູຄວາມເປັນແບບຢ່າງນໍາໜ້າໃນໝູ່ມະຫາຊົນ, ເປັນຕົວແທນຂອງຊົນຊັ້ນກໍາມະກອນຊາວຜູ້ອອກແຮງງານ, ເຂັ້ມງວດລະບຽບວິໄນ, ເຮັດທຸກສິ່ງທຸກຢ່າງເພື່ອແນວໜ້າ, ເພື່ອການປະຕິວັດນໍາເອົາເອກະລາດ, ສິດເປັນເຈ້ົາຂອງປະເທດຊາດ ແລະ ຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າ. ພ້ອມນີ້, ໄດ້ຖືເອົາມະຫາຊົນ ແລະ ປະຊາຊົນເປັນກົກ; ເລືອກເຟັ້ນບົດຮຽນອັນຍອດຍິ່ງ ແລະ ເລືອກເຟັ້ນຄົນດີ ເພື່ອກໍ່ສ້າງຂະຫຍາຍເຂົ້າເປັນສະມາຊິກພັກໃຫ້ໄດ້ທັງຄຸນນະພາບ ແລະ ປະລິມານຢ່າງເໝາະສົມ;
ພາຍໃຕ້ນໍາພາ-ການຊີ້ຂອງພັກ ຕະຫລອດໄລຍະ 70 ປີຜ່ານມາ ພັກເຮົາມີຜົນງານຍິ່ງໃຫຍ່ຫລາຍດ້ານ, ອັນພົ້ນເດັ່ນທີ່ສຸດແມ່ນນະໂຍບາຍ 3 ບາດຄ້ອນຍຸດທະສາດ ນໍາພາທົ່ວປວງຊົນລາວລຸກຮືຂຶ້ນປົດປ່ອຍປະເທດຊາດແບບບົວບໍ່ຊໍ້ານໍ້າບ່ໍຂຸ່ນ ແຕ່ຈັບປາໄດ້ທັງໝົດ ສາມາດປົດປ່ອຍປະເທດຊາດຢ່າງສົມບູນ, ລົບລ້າງລະບອບສັກດີນາພົ້ນສະໄໝ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975; ກໍານົດເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ; ນໍາພາດຳເນີນພາລະກິດປ່ຽນແປງໃໝ່ຢ່າງມີຫລັກການຮອບດ້ານ; ພົວພັນຮ່ວມມືກັບບັນດາພັກການເມືອງ ໃນລະດັບພາກພື້ນ, ສາກົນ ແລະ ໃນໂລກໂດຍບໍ່ຈໍາແນກລະບອບການເມືອງ ພາຍໃຕ້ຫລັກການແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ນໍາພາປະຕິບັດ 2 ໜ້າທ ຍຸດທະສາດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຜົນງານອື່ນໆ.
ປັດຈຸບັນ ພັກປະຊາຊົນປະຕິວັລາວ ໄດ້ສືບຕໍ່ນໍາພາ 2 ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຂຸ້ນຂ້ຽວໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄລຍະມ້ວນທ້າຍສະໄໝ. ສໍາລັບຢູ່ຂັ້ນທ້ອງຖິ່ນ ໂດຍສະເພາະໃນໄລຍະນ້ີ ບັນດາອົງຄະນະພັກເມືອງ, ພະແນກການ, ອົງການ, ກົມກອງຂັ້ນແຂວງໃນຂອບເຂດທົ່ວປະເທດ ພວມອອກແຮງແຂ່ງຂັນສຸມໃສ່ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກຂັ້ນຂອງຕົນ ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງທົ່ວສັງຄົມຕິດພັນກັບການສ້າງຜົນງານຂໍ່ານັບຮັບຕ້ອນແກ່ການກະກຽມດຳເນີນກອງປະຊຸມໃຫຍ່ ອົງຄະນະພັກບັນດາແຂວງ ເພື່ອສະຫລຸບຜົນງານການນຳພາ-ຊີ້ນໍາວຽກງານໃນໄລຍະ 5 ປີຜ່ານມາ ສ້າງເງື່ອນໄຂສະພາບແວດລ້ອມອັນເອື້ອອຳນວຍ ແກ່ການກະກຽມດໍາເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນຕໍ່ໜ້າ.
ສໍາລັບເມືອງທຸລະຄົມ ໄດ້ຖືເອົາການສ້າງຂະບວນການຮອບດ້ານຂໍ່ານັບຊົມເຊີຍວັນດັ່ງກ່າວ, ກະກຽມຜັນຂະຫຍາຍແຈ້ງການຂອງຂັ້ນເທິງ, ອອກຂ່າວໂຄສະນາວຽກງານຂະບວນການທົ່ວເມືອງ, ລຸລ່ວງການຈັດຕັ້ງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງພັກປະຊາຊົນປະຕິວັດລາວ, ກະກຽມຈັດຕັ້ງພິທີໂຄສະນາ, ປາຖະກະຖາສະເຫລີມສະຫລອງ ແລະ ຖືເອົາຂະບວນການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງທຸລະຄົມ ຄັ້ງທີ VIII ເປັນຂະບວນການສໍາຄັນ ໃຫ້ແກ່ວັນດັ່ງກ່າວ.
ໂດຍ: ບ່າວທົ່ງ-ລ້ອງງື່ມ
KPL