ບໍລິສັດ ພູເບ້ຍ ຖືສຳຄັນວຽກງານຄວາມປອດໄພ ແລະ ສ້າງວຍກເຮັດງານທຳ

19/02/2025 11:24
Email Print 355
KPL ເມື່ອມໍ່ໆມານີ້, ສື່ມວນຊົນສູນກາງຈາກທຸກສຳນັກງານ ໄດ້ໄປຢ້ຽມຢາມໂຮງງານຜະລິດຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ, ໂຮງ ງານຜະລິດຄຳ-ທອງພູຄຳ ແລະ ໂຄງການສົ່ງເສີມການຜະລິດກະສິກຳປະຊາຊົນ ເມືອງອະນຸວົງ ແຂວງໄຊສົມບູນ ຂອງ ບໍລິສັດ ພູເບ້ຍ ມາຍນິງຈຳກັດ.

    *ເມື່ອມໍ່ໆມານີ້, ສື່ມວນຊົນສູນກາງຈາກທຸກສຳນັກງານ ໄດ້ໄປຢ້ຽມຢາມໂຮງງານຜະລິດຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ,  ໂຮງງານຜະລິດຄຳ-ທອງພູຄຳ ແລະ ໂຄງການສົ່ງເສີມການຜະລິດກະສິກຳປະຊາຊົນ ເມືອງອະນຸວົງ ແຂວງໄຊສົມບູນ ຂອງ ບໍລິສັດ ພູເບ້ຍມາຍນິງ ຈຳກັດ. ໂດຍການຕ້ອນຮັບ ແລະ ນຳພາ ໂດຍ ທ່ານ ແກ້ວເລີດສະໄໝ ທຳມະລັງສີ ທີ່ປຶກສາລະດັບສູງຝ່າຍພົວພັນສື່ສານ ບໍລິສັດ ພູເບ້ຍມາຍນິງ.

    ທ່ານ ແກ້ວເລີດສະໄໝ ທຳມະ ລັງສີ ໄດ້ໃຫ້ຮູ້ວ່າ: ການລົງຢ້ຽມຢາມຄັ້ງນີ້ ເພື່ອສ້າງຄວາມຮັດແໜ້ນ ການຮ່ວມມືເພີ່ມຂຶ້ນລະຫວ່າງບໍລິສັດ ພູເບ້ຍ ມາຍນິງ ແລະ ສື່ມວນຊົນ ທັງເປັນການສືບຕໍ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງລະຫວ່າງພາກລັດ-ເອກະຊົນ ແລະ ປະຊາຊົນ ໂດຍປະຕິບັດນະໂຍບາຍການພັດທະນາຍືນຍົງສີຂຽວຂອງ ພັກ-ລັດຖະບານ ທັງເປັນການຕິດຕາມການດຳເນີນງານດີເລີດຂອງໂຮງງານ ບໍ່ວ່າຈະເປັນການຂຸດຄົ້ນ, ການປຸງແຕ່ງແຮ່ຢູ່ 2 ໂຮງງານ, ດ້ານສິ່ງແວດລ້ອມ, ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມນີ້, ແມ່ນຢາກໃຫ້ສື່ມວນຊົນເຫັນເຖິງການປະຕິບັດງານດ້ານຄວາມປອດໄພ ຖືວ່າໄດ້ຖືສຳຄັນດ້ານຄວາມປອດໄພເປັນອັນດັບໜຶ່ງ, ພະນັກງານທຸກຄົນເວລາພັກວຽກ ແລະ ກັບບ້ານຕ້ອງມີລົດ ຮັບ-ສົ່ງເພື່ອຄວາມປອດໄພ ລວມເຖິງຜູ້ຮັບເໝົາ ແລະ ຊຸມຊົນທີ່ຢູ່ອ້ອມຂ້າງ. ສຳລັບການສ້າງວຽກເຮັດງານທໍາ ບໍລິສັດພູເບ້ຍ ມາຍນິງ ໄດ້ປະກອບສ່ວນສໍາຄັນໃນການສ້າງວຽກເຮັດໃຫ້ແຮງງານລາວ, ລວມເຖິງການສ້າງລາຍໄດ້ໃຫ້ປະຊາຊົນທີ່ຢູ່ເຂດໃກ້ຄຽງ ເຊິ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ປັດຈຸບັນ ບໍລິສັດ ພູເບ້ຍ ມາຍນິງ ມີພະນັກງານປະມານ 3.900 ຄົນ, ມີບໍລິສັດ ທີ່ເປັນຜູ້ຮັບເໝົາທັງພາຍໃນ ແລະ ຕ່າງປະເທດ ມີພະນັກງານລວມກັນປະມານ 1.000 ຄົນ, ໃນນັ້ນ ສະເພາະພະນັກງານ ຫລື ກໍາມະກອນ ທີ່ເປັນຄົນລາວ ກວມອັດຕາ 93% ໂດຍສ່ວນໃຫຍ່ແມ່ນກຸ່ມຊົນເຜົ່າ ໃນເຂດທ້ອງຖິ່ນທີ່ຢູ່ໃກ້ຄຽງຂອງໂຄງການ, ແມ່ຍິງກວມເອົາປະມານ 21% ຂອງພະນັກງານພາຍໃນບໍລິສັດທັງໝົດ. 

     ໃນໄລຍະຜ່ານມາ ບໍລິສັດໄດ້ຮ່ວມມືກັບວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ເພື່ອຈັດຕັ້ງປະຕິບັດໂຄງການສ້າງສີມືແຮງງານໃນ 5 ວິຊາຄື: ກົນຈັກໜັກ, ສ້ອມແປງ ແລະ ບໍາລຸງຮັກສາ, ໄຟຟ້າ, ໄຟຟ້າ ລົດຍົນ ແລະ ເຊື່ອມຈອດຫລັງ ຈາກຮຽນຈົບກໍສາມາດສອບເສັງ ເພື່ອເຂົ້າເຮັດວຽກນໍາບໍລິສັດ ພູເບ້ຍ ມາຍນິງ ຕາມຕໍາແໜ່ງງານ ແລະ ຈໍານວນທີ່ບໍລິສັດຕ້ອງການ. ຄຽງຄູ່ກັນນີ້ ບໍລິສັດດັ່ງກ່າວໄດ້ສ້າງໂອກາດໃຫ້ຊຸມຊົນທ້ອງຖິ່ນ ນັບແຕ່ການຈ້າງງານໄປເຖິງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ໂດຍໄດ້ຈັດສັນງົບປະມານ 380.000 ກວ່າໂດລາສະຫະລັດຕໍ່ປີ ເຂົ້າໃນໂຄງການທຶນພັດທະນາຊຸມຊົນ ແລະ ໃນຕໍ່ໜ້າຈະເພີ່ມຂຶ້ນເປັນ 750.000 ໂດລາສະຫະລັດຕໍ່ປີ ເຊິ່ງງົບປະມານດັ່ງກ່າວ ໄດ້ນໍາເຂົ້າຈັດຕັ້ງປະຕິບັດໂຄງການຕ່າງໆນັບແຕ່ປີ 2002-2022 ລວມມີກວ່າ 400 ໂຄງການ, ໂດຍສຸມໃສ່ 6 ຂະແໜງການສໍາຄັນຄື: ກະສິກໍາ, ສຶກສາ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ການພັດທະນາທຸລະກິດທ້ອງຖິ່ນ ແລະ ການເຂົ້າເຖິງການເງິນ. 

   ແນວໃດກໍຕາມ ບໍລິສັດ ພູເບ້ຍ ມາຍນິງ ຢືນຢັນວ່າໄດ້ເອົາໃຈໃສ່ບໍາບັດ ແລະ ພື້ນຟູສິ່ງແວດລ້ອມ ພື້ນທີ່ດຳເນີນງານດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຕໍ່ສິ່ງແວດລ້ອມ ໂດຍນໍາໃຊ້ຫລັກການຄຸ້ມຄອງຂອງສາກົນ ເພື່ອປົກປ້ອງສິ່ງແວດລ້ອມ ດຳເນີນຢ່າງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ໂດຍສະເພາະແມ່ນກົດໝາຍວ່າດ້ວຍແຮ່ທາດ ໃນມາດຕາ 6 ກໍຄືຫລັກການກ່ຽວກັບວຽກງານແຮ່ທາດ. ໃນນີ້, ກໍມີການຮັບປະກັນເຖິງການປົກປັກຮັກສາສິ່ງແວດລ້ອມດ້ວຍມືອາຊີບ ແລະ ມີຄວາມຮັບຜິດຊອບສູງຕໍ່ຜົນປະໂຫຍດລວມຂອງຊາດ.  

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ


Top