KPL
ປະກອບດ້ວຍຕົວແກນທີ່ຈັດໃນປະເພດອັກສອນສູງ ແລະ ຕໍ່າ ມີສະຫລະດຽວກັນ ຊຶ່ງການອ່ານຟັງໂດຍທົ່ວໄປບາງຄັ້ງກໍ່ຍາກຕໍ່ການຈໍາແນກສ່ວນໜຶ່ງກໍ່ຍ້ອນວ່າພວກເຮົາເວົ້າລົມດ້ວຍສໍານຽງທ້ອງຖິ່ນບັນດາເຜົ່າທີ່ອຸດົມສົມບູນ.
*ປະກອບດ້ວຍຕົວແກນທີ່ຈັດໃນປະເພດອັກສອນສູງ ແລະ ຕໍ່າ ມີສະຫລະດຽວກັນ ຊຶ່ງການອ່ານຟັງໂດຍທົ່ວໄປບາງຄັ້ງກໍ່ຍາກຕໍ່ການຈໍາແນກສ່ວນໜຶ່ງກໍ່ຍ້ອນວ່າພວກເຮົາເວົ້າລົມດ້ວຍສໍານຽງທ້ອງຖິ່ນບັນດາເຜົ່າທີ່ອຸດົມສົມບູນ. ເຖິງຢ່າງໃດກໍ່ດີໃນຫລັກການຂີດຂຽນພາສາລາວ ກໍ່ຫລັກໄວຍາກອນລາວ ປັດຈຸບັນ ແມ່ນໄດ້ກໍານົດໄວ້ແຈ້ງ.
ຄໍາ “ຫລະ” ເປັນຄໍາປ່ຽວ ເປັນຄໍາທີ່ບໍ່ມີຄວາມ, ແຕ່ມີຢູ່ໃນຄໍາສັບສອງ-ສາມພະຍາງ ເຊັ່ນ: ສະຫລະ ເຊິ່ງເປັນຄໍາທີ່ມີເຄົ້າມາຈາກພາສາປາລີ, ເປັນຄໍານາມ ໝາຍເຖິງສຽງ ຫລື ອັກສອນປະເພດໜຶ່ງ ສໍາລັບປະກອບເຂົ້າກັບພະຍັນຊະນະ ເພື່ອໃຫ້ພະຍັນຊະນະອອກສຽງໄດ້. ນອກນັ້ນຍັງມີຄໍາ “ອັກຄະຫລະ” ເຊິ່ງເປັນຄໍາທີ່ມີເຄົ້າມາຈາກພາສາ ປາລີ ເຊ່ັນດຽວກັນ, ເປັນຄໍານາມ ໝາຍເຖິງໂຕໜັງສື ຫລື ຕົວໜັງສືກໍ່ວ່າ, ຄໍາ, ສຽງ, ພະຍັນຊະນະ. ນອກນັ້ນ ຍັງມີຄໍາອື່ນໆອີກ ເຊັ່ນ: ອັກຄະຫລະວິທີເປັນຄໍານາມ ມີເຄົ້າມາຈາກພາສາປາລີ ໝາຍເຖິງຕໍາລາວ່າດ້ວຍວິທີຂຽນ ແລະ ອ່ານ ຕົວໜັງສືໃຫ້ຖືກຕາມຫລັກການ; ຄໍາວ່າອັກຄະລະສະໄໝ ເປັນຄໍານາມ ມີເຄົ້າມາຈາກພາສາປາລີ ໝາຍເຖິງວິທີໃຊ້ຕົວໜັງສື. ສ່ວນຄໍາ “ລະ” ເປັນຄໍາພະຍາງດຽວ, ເປັນຄໍາກໍາມະໝາຍເຖິງປະ, ວາງ, ປ່ອຍ, ເວັ້ນ...ເປັນຄໍາຄຸນນາມ ເຮັດໜ້າທີ່ເປັນຄໍາປະກອບກໍາມະ ຫລື ກິລິຍາບອກຄວາມໝາຍອັກແນ່ ດັ່ງພວກເຮົາໃຊ້: ໄປກ່ອນລະເດີ, ໄປລະເດີ. ນອກນັ້ນ ຍັງເຊັ່ນ ລະກາ, ລະກໍາ, ລະແຄະລະໄຄ, ລະຄັງ, ລະຄອນ, ລະໂງກ, ລະງັບ, ລະງົມ, ລະດັບ, ລະຍະລະດູ, ລະນາດ, ລະດົມ, ລະນຶກ, ລະນາດ, ລະແນງ, ລະບຽງ, ລະບາດ, ປະລະ, ລະເວັ້ນ... ເຊິ່ງມີຄວາມໝາຍແຕກຕ່າງກັນໄປ.
ຄໍາ “ຫລັກ” ເປັນຄໍານາມ ໝາຍເຖິງ ໄມ້ທີ່ຝັງ ຫລື ຕອກລົງໄວ້ໃນດິນ, ຕໍ, ເຄື່ອງອາໄສ; ເປັນຄໍາຄຸນນາມ ໝາຍເຖິງສະຫລາດ, ມີປັນຍາ, ອໍາເອົາ, ລັກເຊື່ອງໄວ້. ນອກນັ້ນ ຍັງມີຄໍາສອງພະຍາງເຊັ່ນຄໍາວ່າຫລັກການ, ຫລັກເກນ, ຫລັກສູດ, ຫລັກໄຊ, ຫລັກຖານ, ຫລັກປະກັນ, ຫລັກແຫລມ, ຫລັກແຫລ່ງ ແລະ ອື່ນໆ. ສ່ວນຄໍາ “ລັກ” ເປັນກໍາມະໝາຍເຖິງ ເອົາສິ່ງຂອງຄົນອື່ນໄປ ໂດຍບໍ່ບອກ ແລະ ເຈົ້າຂອງບໍ່ອະນຸຍາດ, ລີ້, ລີ້ ເຮັດ, ລີ້ທໍາ, ເຮັດໂດຍບໍ່ໃຫ້ຄົນອື່ນຮູ້. ຄໍາສັບທີ່ມີສອງ-ສາມພະຍາງ ໂດຍມີຄໍາ “ລັກ”ຢູ່ໜ້າ ກໍ່ມີລັກຂະ, ລັກສະນະ, ຄັກຄະນາ, ລັກສົກ, ລັກລອບ ແລະ ອື່ນໆ.
ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.
ຮິບໂຮມໂດຍ: ພະກາ
KPL