ເປຣູ ເກີດນ້ຳຖ້ວມເກືອບທົ່ວປະເທດ

21/02/2025 22:24
Email Print 215
KPL ສະຖານະການ ຝົນຕົກ ຢ່າງໜັກ ໃນເປຣູ ສົ່ງຜົນໃຫ້ເກີດ ນ້ຳຖ້ວມ ໃນພື້ນທີ່ເຖິງ 157 ເຂດ ທົ່ວປະເທດ ເຮັດໃຫ້ທາງການ ຕ້ອງປະກາດ ສະຖານະການ ສຸກເສີນ ໃນພື້ນທີ່ ເຫລົ່ານີ້ ເປັນເວລາ 60ວັນ ຊຶ່ງລວມທັງ ນະຄອນຫລວງ ລິມາ ແລະ ເມື່ອງທາງພາກໃຕ້ ສົ່ງຜົນກະທົບ ເກືອບທົ່ວປະເທດ.

ຂປລ.ຕາມຂ່າວຈາກ ລີມາ,ວັນທີ21ກຸມພານີ້ ສະຖານະການ ຝົນຕົກ ຢ່າງໜັກ ໃນເປຣູ ສົ່ງຜົນໃຫ້ເກີດ ນ້ຳຖ້ວມ ໃນພື້ນທີ່ເຖິງ 157 ເຂດ ທົ່ວປະເທດ ເຮັດໃຫ້ທາງການ ຕ້ອງປະກາດ ສະຖານະການ ສຸກເສີນ ໃນພື້ນທີ່ ເຫລົ່ານີ້ ເປັນເວລາ 60ວັນ ຊຶ່ງລວມທັງ ນະຄອນຫລວງ ລິມາ ແລະ ເມື່ອງທາງພາກໃຕ້ ສົ່ງຜົນກະທົບ ເກືອບທົ່ວປະເທດ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ພວມລົງພື້ນທີ່ ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ຢ່າງຮີບດ່ວນ. ຂະນະທີ່ ແມ່ນ້ຳ ອີກສາຍໜຶ່ງ ໃນເມືອງ ນາຊຄາ ທາງພາກໃຕ້ ພວມລົ້ນຝັ່ງ ໄຫລເຂົ້າຖ້ວມ ພື້ນທີ່ ສ້າງຄວາມເສຍຫາຍ ຢ່າງໜັກ ໃຫ້ແກ່ ເຮືອນປະຊາຊົນ ທີ່ຢູ່ໃກ້ຄຽງ ລວມທັງ ຜົນຜະລິດ ທາງກະສິກຳ ແລະ ຖະໜົນ ຫລາຍສາຍ ຈົມຢູ່ໃຕ້ນ້ຳ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top