ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານ

19/02/2025 21:26
Email Print 295
KPL ຂປລ. ຊຸດສຳມະນາກ່ຽວກັບການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນ ຈັດຂຶ້ນ ໃນວັນທີ 18 ກຸມພາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມການເງິນຕ່າງປະເທດ, ທ່ານ ນາງ ກາວີຕາ ລີເອັງກາ ນັກເສດຖະ ສາດອາວຸໂສ ທະນາຄານພັດທະນາອາຊີ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ກົມກ່ຽວຂ້ອງ ຈາກກະຊວງການເງິນ ເຂົ້າຮ່ວມ.




ຂປລ. ຊຸດສຳມະນາກ່ຽວກັບການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນ ຈັດຂຶ້ນ ໃນວັນທີ
18 ກຸມພາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມການເງິນຕ່າງປະເທດ, ທ່ານ ນາງ ກາວີຕາ ລີເອັງກາ ນັກເສດຖະ ສາດອາວຸໂສ ທະນາຄານພັດທະນາອາຊີ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ກົມກ່ຽວຂ້ອງ ຈາກກະຊວງການເງິນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ວິເລດ ກິນນາວົງ ​ໄດ້ໃຫ້ຮູ້ວ່າ: ຊຸດສຳມະນາໃນຄັ້ງນີ້, ເປັນອີກບາດກ້າວໜຶ່ງທີ່ສຳຄັນ ໃນຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງດ້ານ ການຄຸ້ມຄອງຄວາມສ່ຽງ ດ້ານງົບປະມານໃນ ສປປ ລາວ ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ ວິທີການເພື່ອກໍານົດ, ປະເມີນ, ຫລຸດ ຜ່ອນຄວາມສ່ຽງ ດ້ານງົບປະມານ ໂດຍສະເພາະທີ່ເກີດຂຶ້ນຈາກການລົງທຶນສາທາລະນະ.




ການຈັດສຳມະນາຄັ້ງນີ້
, ຍັງເປັນໂອກາດສຳຄັນ ທີ່ຈະສະທ້ອນເຖິງຄວາມຄືບໜ້າ ຂອງວຽກງານດັ່ງກ່າວ, ໄດ້ແບ່ງປັນຄວາມຮູ້, ການວາງແຜນເສັ້ນທາງກ້າວໄປຂ້າງໜ້າ ໂດຍສະເພາະ ການວິເຄາະ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານ ຈາກຄູ່ຮ່ວມງານພາກ ລັດ-ເອກະຊົນ, ຄວາມສ່ຽງທີ່ກ່ຽວຂ້ອງກັບ ການລົງທຶນຂອງລັດ.

ຂໍ້ມູນ-ພາບ: ຂ່າວສານກະຊວງການເງິນ

KPL

ຂ່າວອື່ນໆ

    • ເປີດງານວາງສະແດງສິລະປະຮ່ວມສະໄໝ ອິນເດຍ ທີ່ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດງານວາງສະແດງສິລະປະຮ່ວມສະໄໝ ອິນເດຍ ທີ່ນະຄອນຫລວງວຽງຈັນ

      2/21/2025 6:09:48 PM

      ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບ ສະຖາບັນວິຈິດສິນແຫ່ງຊາດ ເປີດງານວາງສະແດງສິລະປະຮ່ວມສະໄໝອິນເດຍ ໃນວັນທີ 19-22 ກຸມພາ 2025 ຜ່ານມາ ຢູ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ປຣາຊານຕ໌ ອາເກີວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສ້າງຄວາມເຂັ້ມແຂງ ວຽກປັບປຸງ ສຸຂະພາບ ແມ່-ເດັກ ຢູ່ສະຫວັນນະເຂດວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂງ ວຽກປັບປຸງ ສຸຂະພາບ ແມ່-ເດັກ ຢູ່ສະຫວັນນະເຂດ

      2/20/2025 8:09:36 PM

      ຂປລ. ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນຂັ້ນສູງຈາກ ກະຊວງສາທາລະນະສຸກ ຮ່ວມກັບ ລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ນຳໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈໍາ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍ ແລະ ສຸກສາລາ ຢູ່ແຂວງສະຫວັນນະເຂດ

    • ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີ

      2/20/2025 11:34:40 AM

      ຄໍລໍາ “ຊີວິດວັດທະນະທໍາ”ຈະພາບັນດາທ່ານມາຮູ້ຈັກຄວາມເປັນມາຂອງພະທາດນາງ ສາວຜິວ ແມ່ນສະຖານທີ່ທ່ອງທ່ຽວ ທາງປະຫວັດສາດຂອງແຂວງໄຊຍະບູລີ ທີ່ມີປະຫວັດຄວາມເປັນມາຍາວນານ ແຕ່ອະດີດຈົນເຖິງປັດຈຸບັນ ສະຖານທີ່ແຫ່ງນີ້ ກໍເປັນບ່ອນກາບໄຫວສັກກາລະບູຊາຂອງຊາວເມືອງ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ມີຕໍ່ບ້ານເມືອງ.

    • ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກວັດທະນະທຳ-ສັງຄົມ

      ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ

      2/19/2025 9:30:50 PM

      ຂປລ. ກອງປະຊຸມ ສະຫລຸບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ກະສິກຳ ແລະ ປ່າໄມ້ແຂວງໃນທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ທາບທາມ ຄຳເຫັນກ່ຽວກັບຫລັກສູດ ການຄຸ້ມຄອງການເງິນແຫ່ງລັດວັດທະນະທຳ-ສັງຄົມ

      ທາບທາມ ຄຳເຫັນກ່ຽວກັບຫລັກສູດ ການຄຸ້ມຄອງການເງິນແຫ່ງລັດ

      2/19/2025 9:06:57 PM

      ຂປລ. ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ຈັດກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງເອກະສານ ກ່ຽວ​ກັບການຈັດຕັ້ງປະຕິບັດ ວຽກງານຂອບຄວາມສາມາດ(CF), ການປະເມີນຄວາມຕ້ອງການ ຂອງການຝຶກອົບຮົມ (TNA) ແລະ ຫລັກສູດການຄຸ້ມຄອງການເງິນແຫ່ງລັດ (PFM Curriculum) ໃນວັນທີ 18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


Top