KPL
ຄໍລໍາ “ຊີວິດວັດທະນະທໍາ”ຈະພາບັນດາທ່ານມາຮູ້ຈັກຄວາມເປັນມາຂອງພະທາດນາງ ສາວຜິວ ແມ່ນສະຖານທີ່ທ່ອງທ່ຽວ ທາງປະຫວັດສາດຂອງແຂວງໄຊຍະບູລີ ທີ່ມີປະຫວັດຄວາມເປັນມາຍາວນານ ແຕ່ອະດີດຈົນເຖິງປັດຈຸບັນ ສະຖານທີ່ແຫ່ງນີ້ ກໍເປັນບ່ອນກາບໄຫວສັກກາລະບູຊາຂອງຊາວເມືອງ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ມີຕໍ່ບ້ານເມືອງ.
*ຄໍລໍາ “ຊີວິດວັດທະນະທໍາ”ຈະພາບັນດາທ່ານມາຮູ້ຈັກຄວາມເປັນມາຂອງພະທາດນາງ ສາວຜິວ ແມ່ນສະຖານທີ່ທ່ອງທ່ຽວ ທາງປະຫວັດສາດຂອງແຂວງໄຊຍະບູລີ ທີ່ມີປະຫວັດຄວາມເປັນມາຍາວນານ ແຕ່ອະດີດຈົນເຖິງປັດຈຸບັນ ສະຖານທີ່ແຫ່ງນີ້ ກໍເປັນບ່ອນກາບໄຫວສັກກາລະບູຊາຂອງຊາວເມືອງ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ມີຕໍ່ບ້ານເມືອງ. ທາດນາງສາມຜິວ ທີ່ຕັ້ງຢູ່ບ້ານທາດ, ເມືອງທົ່ງມີໄຊ, ແຂວງໄຊຍະບູລີ ໄດ້ມີຕຳນານເລົ່າຂານກັນວ່າ: ໃນສະໄໝກ່ອນຢູ່ເມືອງແຫ່ງໜຶ່ງໄດ້ມີຍິງສາວຄົນໜຶ່ງທີ່ໜ້າຕາສວຍງາມ, ໃນເວລາຕອນເຊ້ົາຜິວຂອງນາງ ໄດ້ປ່ຽນເປັນສີຂາວປານຍອງຝ້າຍ, ໃນຍາມສວາຍຕາເວັນທ່ຽງກໍກາຍເປັນສີໄຂ່ ແລະ ຍາມຕາເວັນຕົກຜິວຂອງນາງກໍປ່ຽນເປັນສີຟ້າ.

ຊາວບ້ານຊາວເມືອງພາກັນຕົກຕະລຶງ, ພ້ອມທັງຫາເລື່ອງໃສ່ນາງວ່າເປັນຄົນເຂັດຄົນຂວງ, ບໍ່ຍອມໃຫ້ນາງຢູ່ຮ່ວມບ້ານຮ່ວມເມືອງ. ເສນາອາມາດກໍໄດ້ໄປກາບທູນຕໍ່ພະຍາ ແລະ ຂໍໃຫ້ຂ້ານາງຖິ້ມ ຫລື ໄລ່ອອກຈາກເມືອງ, ແຕ່ພະຍາກໍຄຳນຶງເຖິງຄຸນງາມຄວາມດີຂອງພໍ່ນາງ ທີ່ມີຕໍ່ບ້ານເມືອງ. ສະນັ້ນ, ພະຍາຈຶ່ງລົງໂທດດ້ວຍວິທີໃຫ້ສອງແມ່ລູກ ປູກຕົ້ນຈຳປາໃສ່ພະລານຫີນອ້ອມວັດພູ ຖ້າຫາກວ່າຕົ້ນຈຳປາບໍ່ໃຫຍ່, ບໍ່ມີດອກ ແມ່ນບໍ່ໃຫ້ສອງແມ່ລູກຢູ່ເມືອງນີ້ອີກ ຫລື ບໍ່ກໍຂ້າຖິ້ມ. ສອງແມ່ລູກກໍໄດ້ເຮັດຕາມຄຳສັ່ງຂອງພະຍາ ແລະ ດອກຈຳປາທີ່ປູກ ໄດ້ສົ່ງກິ່ນຫອມໄປທົ່ວວັດພູ. ເມື່ອເປັນດັ່ງນັ້ນ, ພະຍາກໍດີໃຈຫລາຍ, ແຕ່ຊາວບ້ານ ແລະ ເຈົ້າຂຸນມຸນນາຍກໍຍັງອິດສາບັງບຽດ ແລະ ກຽດຊັງທັງສອງແມ່ລູກ. ໃນເວລາຕໍ່ມາ, ແມ່ຂອງນາງກໍໄດ້ເສຍຊີວິດ ນາງຈຶ່ງໄດ້ຢູ່ຄົນດຽວ ທ່າມກາງຄຳປ້ອຍດ່າທຸກມື້ທຸກວັນ. ມື້ໜຶ່ງ, ນາງຈຶ່ງໄດ້ຕັດສິນໃຈໜີອອກຈາກເມືອງ ໂດຍບ່ໍມີຈຸດໝາຍປາຍທາງ. ຍ້ອນບໍ່ເຄີຍໄປໃສຈັກເທື່ອ ສະນັ້ນ, ນາງຈຶ່ງໄດ້ເດັດເອົາດອກຈຳປາ 3 ດອກທີ່ນາງ ແລະ ແມ່ໄດ້ພ້ອມກັນປູກໄວ້ ແລ້ວຍ່າງມຸ່ງໜ້າລົງສູ່ແມ່ນ້ຳຂອງ ແລະ ອະທິຖານວ່າ: ຖ້າຢູ່ບ່ອນໃດຫາກມີຄົນຮັກຄົນແພງ ຂໍໃຫ້ດອກຈຳປາຈົ່ງລອຍໄປທີ່ນັ້ນ. ເວົ້າແລ້ວນາງກໍ່ໂຍນດອກຈຳປາລົງແມ່ນ້ຳຂອງ, ດອກຈຳປາກໍ່ໄຫລຂຶ້ນເໜືອ ແລະ ໄດ້ຢຸດຢູ່ບ່ອນໜຶ່ງ, ນາງຈຶ່ງໄດ້ພັກຜ່ອນເຊົາເອົາແຮງ. ຈາກນັ້ນ, ດອກຈຳປາກໍໄດ້ໄຫລຂຶ້ນ ເໜືອເປັນເວລາຫລາຍວັນ ແລ້ວໄດ້ຈົມລົງໄປໃນກະແສນ້ຳ, ນາງເລີຍບໍ່ຮູ້ວ່າສິໄປທາງໃດ ມີແຕ່ຮ້ອງໄຫ້ຢູ່ຄົນດຽວ, ເມື່ອຮອດຕອນກາງຄືນ ລາວເລີຍຝັນເຫັນຜູ້ເຖົ້າຄົນໜຶ່ງໄດ້ເວົ້າວ່າ: ໃຫ້ເຈົ້າເດີນທາງຂຶ້ນໄປຈົນສຸດສາມຫ້ວຍແລ້ວຂ້າມພູລົງໄປກໍຈະມີປ່າດົງທົ່ງກວ້າງ, ໃຫ້ເຈົ້າໄປຢູ່ທາງເໜືອ ແມ່ນໜອງເທົາ ກ້ອງເຊີໄຊ, ທາງໃຕ້ແມ່ນທົ່ງໃຫຍ່, ແລ້ວຈະມີຄົນຮັກແພງ ນັບຖືເຈົ້າຕະຫລອດໄປ. ເມື່ອຕື່ນຂຶ້ນມາ ນາງກໍຄິດເຫັນຄວາມຝັນແລ້ວເດີນທາງໄປຕາມຄວາມຝັນນັ້ນ.

ມາຮອດຕອນເຊົ້າມື້ໜຶ່ງ ນາງກໍມາຮອດບ້ານຄົນ, ເມື່ອຊາວບ້ານເຫັນລາວ ກໍພາກັນມາທັກທ້ວງໃນຄວາມງາມຂອງນາງ. ສຽງຊ່າລືໄດ້ດັງໄປຮອດຫູຂອງລູກຊາຍພະຍາເມືອງຖ້ຳ, ເມື່ອຮູ້ຂ່າວລູກຊາຍພະຍາ ພ້ອມດ້ວຍເສນາອາມາດ ກໍ່ໄດ້ນຳເອົາເງິນຄຳເພື່ອມາສູ່ຂໍນາງ ແຕ່ນາງໄດ້ອອກຈາກບ້ານນັ້ນໄປແລ້ວ, ເມື່ອຮອດຫ້ວຍທີ່ສາມເວລາທີ່ນາງກຳລັງຂ້າມນ້ຳ, ລູກຊາຍພະຍາໄດ້ເອີ້ນໃສ່ນາງເພື່ອໃຫ້ລໍຖ້າ ເມື່ອລາວນຳນາງທັນກໍ່ໄດ້ໄຂຖົງເງິນຖົງຄຳ ເພື່ອຈະໝັ້ນໝາຍກັບນາງ ແຕ່ນາງກໍ່ໄດ້ປະຕິເສດ (ສະຖານທີ່ດັ່ງກ່າວມີຊື່ວ່າ “ທ່ານາງເງິນ” ໃນປັດຈຸບັນ) ແລ້ວກາຍໄປບ້ານທີໜຶ່ງ ຮອດບ້ານທີສອງ ເຊິ່ງເອີ້ນວ່າ: “ບ້ານປົ່ງຂໍ” ແລ້ວກໍ່ໄດ້ເອົາເງິນຄຳໝັ້ນໝາຍກັນຢູ່ບ້ານນັ້ນ (ປັດຈຸບັນເອີ້ນວ່າ: ບ້ານປົ່ງຄໍ້). ເມື່ອຕົກລົງໝັ້ນໝາຍກັນແລ້ວ ທັງສອງຈຶ່ງໄດ້ເດີນທາງກັບມາບ້ານຖ້ຳ ແຕ່ບໍ່ທັນຮອດ ຍ້ອນມັນຄ່ຳກ່ອນ. ດັ່ງນັ້ນ, ກໍເລີຍພັກນອນຢູ່ບ້ານປາງຄາ (ປັດຈຸບັນ ເອີ້ນວ່າ “ບ້ານປາງຄ່າ”) ແຕ່ຢູ່ບ້ານນີ້ ແມ່ນບໍ່ໃຫ້ນອນນຳກັນກ່ອນການແຕ່ງດອງ ເພາະຈະມີອັນເປັນໄປ, ຖ້າຢາກນອນນຳກັນກໍ່ຕ້ອງຂ້າຄວາຍໜຶ່ງໂຕເພື່ອຖວາຍຜີ. ແຕ່ຄູ່ບ່າວສາວບໍ່ສົນໃຈຕໍ່ຄຳເຕືອນດັ່ງກ່າວ, ສຸດທ້າຍຮ່າງກາຍກໍ່ຕິດກັນ ເມື່ອເປັນແນວນັ້ນຊາວບ້ານກໍ່ໄດ້ປ່າວປະກາດໄປເຖິງບ້ານຕ່າງໆ ແລະ ໄດ້ຮອດຫູພະຍາເມືອງຖ້ຳ ເມື່ອຮູ້ຂ່າວແລ້ວພະຍາກໍ່ໄດ້ມາເບິ່ງ ແລະ ໄດ້ຊອກຫາວິທີເອົາອອກ, ສ່ວນຜູ້ຊາຍບໍ່ມີອັນຕະລາຍຫຍັງ ແຕ່ແມ່ຍິງແມ່ນຕາຍ, ກ່ອນຈະຂາດໃຈຕາຍ ນາງໄດ້ສັ່ງວ່າ: ໃຫ້ເອົາສົບຂອງນາງໄປໄວ້ໃນດົງໃຫຍ່ ເໜືອໜອງເທົາກ້ອງເຊີໄຊ ຢູ່ໃຕ້ທົ່ງໃຫຍ່, ແຕ່ກໍບໍ່ມີໃຜຮູ້ວ່າເຂດນັ້ນມັນຢູ່ທາງໃດ. ສະນັ້ນ, ຈຶ່ງໄດ້ປ່າວໄປທົ່ວທຸກບ່ອນ ແລະ ໄປຮອດຫູຂອງຊາວເມືອງຫລົງ ເຊິ່ງຄົນຢູ່ ເມືອງນີ້ຮູ້ຈັກບ້ານທາດ, ຮູ້ໜອງເທົາກ້ອງເຊີໄຊ ແລະ ຮູ້ທ່ົງໃຫຍ່. ພວກເຂົາຈຶ່ງພາກັນຫາມສົບຂອງນາງ ໄປຝັງຢູ່ບ່ອນນາງບອກ, ການຫາມສົບໃຊ້ເວລາຫລາຍມື້. ຫລັງຈາກຮອດເມືອງຫລົງບ່ອນທີ່ນາງໄດ້ສັ່ງໄວ້ກ່ອນຕາຍ ຊາວເມືອງຫລົງ ກໍໄດ້ຈັດພິທີຝັງສົບຂອງນາງ ແລ້ວກໍ່ທາດກວມ. ສະນັ້ນ, ໃນທຸກໆປີ ຫລັງຈາກບຸນກຸດສົງການປີໃໝ່ລາວສິ້ນສຸດລົງ 7 ວັນ, ຊາວເມືອງຫລົງ ຈຶ່ງເຮັດບຸນຈູດບັ້ງໄຟ ເພື່ອຖວາຍແກ່ນາງສາມຜິວ ແລະ ໄດ້ກາຍເປັນຮີດຄອງປະເພນີຂອງຊາວເມືອງທົ່ງມີໄຊ ທີ່ໄດ້ສືບທອດມາເຖິງປັດຈຸບັນ.
ໂດຍ: ມາລີດາ
KPL