KPL
ຂປລ. ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ຈັດກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງເອກະສານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອບຄວາມສາມາດ(CF), ການປະເມີນຄວາມຕ້ອງການ ຂອງການຝຶກອົບຮົມ (TNA) ແລະ ຫລັກສູດການຄຸ້ມຄອງການເງິນແຫ່ງລັດ (PFM Curriculum) ໃນວັນທີ 18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ສະເໜີບັນດາຫົວຂໍ້ ກ່ຽວກັບຫລັກສູດການຄຸ້ມຄອງການເງິນແຫ່ງລັດ ທີ່ຕິດພັນກັບ ໜ້າວຽກຂອງບັນດາ ກົມອ້ອມຂ້າງກະຊວງການເງິນ ປະກອບມີ 8 ຫົວຂໍ້ຫລັກສູດ ຄື: ຫລັກສູດ ບົດລາຍງານການເງິນ ແລະ ການບັນຊີ, ຫລັກສູດການກວດສອບ ແລະ ກວດກາ, ຫລັກສູດການຄຸ້ມຄອງແຫລ່ງເງິນ ແລະ ໜີ້ສິນສາທາລະນະ, ຫລັກສູດການຄຸ້ມຄອງລາຍຈ່າຍ, ຫລັກສູດການວາງແຜນງົບປະມານ ແລະ ການຈັດຕັ້ງປະຕິບັດງົບປະມານ, ຫລັກສູດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຫລັກສູດການຄຸ້ມຄອງລາຍຮັບ ແລະ ຫລັກສູດການຄຸ້ມຄອງທົ່ວໄປ. ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ ເປັນຕົ້ນ ດ້ານໂຄງສ້າງ, ເນື້ອໃນ, ຄຳສັບ ແລະ ອື່ນໆ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບ ໜ້າທີ່ວຽກງານຂອງບັນດາກົມ. ທັງນີ້ ກໍເພື່ອເຮັດໃຫ້ບັນດາຫລັກສູດດັ່ງກ່າວ ໄດ້ຖືກຮັບຮອງ ແລະ ຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ ພ້ອມທັງ ເປັນການກະກຽມໃນການສ້າງຄູຝຶກ ຈາກບັນດາກົມຂອງກະຊວງ ການເງິນ ເພື່ອໃຫ້ກາຍເປັນຄູຝຶກ ໃນບັນດາຫລັກສູດຕ່າງໆ.

ໂອກາດນີ້, ທ່ານ ອຸໄທ ອິນທິລາດ ຍັງໃຫ້ຮູ້ອີກວ່າ: ການຈັດຕັ້ງປະຕິບັດວຽກງານ ຂອບຄວາມສາມາດ, ການປະເມີນຄວາມຕ້ອງການຂອງການຝຶກອົບຮົມ ແລະ ຫລັກສູດການຄຸ້ມຄອງການເງິນແຫ່ງລັດ ແມ່ນໜຶ່ງໃນນະໂຍບາຍອັນສໍາຄັນ ຂອງກະຊວງການເງິນ ທີ່ນອນຢູ່ໃນ 10 ຍຸດທະສາດການພັດທະນາ ການເງິນແຫ່ງລັດ ຮອດປີ 2025. ໃນນັ້ນ, ຍຸດທະສາດທີ 05 ໄດ້ກຳນົດໄວ້ຢ່າງຊັດເຈນ ກ່ຽວກັບການພັດທະນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ. ສະນັ້ນ, ເພື່ອຊ່ວຍໃຫ້ວຽກງານດັ່ງກ່າວ, ສາມາດບັນລຸຕາມຍຸດທະສາດ, ທະນາຄານໂລກ ຈຶ່ງໄດ້ໃຫ້ການຮ່ວມມື ຊ່ວຍເຫລືອສະໜັບສະໜູນ ພາຍໃຕ້ໂຄງການປັບປຸງລະບົບ ການຄຸ້ມຄອງການເງິນ ແຫ່ງລັດເປັນທັນສະໄໝ (E-FITS) ນັບແຕ່ປີ 2019 ເປັນຕົ້ນມາ. ອີກດ້ານໜຶ່ງ, ການຈັດຕັ້ງປະຕິບັດວຽກງານ ຂອບຄວາມສາມາດ, ການປະເມີນຄວາມຕ້ອງການ ຂອງການຝຶກອົບຮົມ ແລະ ຫລັກສູດການຄຸ້ມຄອງການເງິນແຫ່ງລັດ ແມ່ນກິດຈະກຳໜຶ່ງ ທີ່ນອນໃນການພັດທະນາຂະແໜງການເງິນ ແນໃສ່ເຮັດໃຫ້ການພັດທະນາ ໃນຂົງເຂດວຽກງານການເງິນ ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂໍ້ມູນ: ກະຊວງການເງິນ
ຂ່າວ: ກິດຕາ
KPL