ເມືອງນາຊາຍທອງ ສຳເລັດງານຕະຫລາດນັດ ຂາຍສິນຄ້າ ຫັດຖະກຳ-ອຸດສາຫະກຳ

18/02/2025 15:09
Email Print 402
KPL ຂປລ. ງານຕະຫລາດນັດວາງສະແດງ-ຂາຍສິນຄ້າ ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 28 ປະຈໍາປີ 2025 ຂອງເມືອງນາຊາຍທອງ ນະຄອນຫລວງວຽງຈັນ (ນວ) ໄດ້ເປີດຂຶ້ນໃນລະຫວ່າງວັນທີ 13-17 ກຸມພາ 2025 ຜ່ານມາ ຢູ່ບ້ານແຈ້ງສະຫວ່າງ ໂດຍໄດ້ຈັດໃຫ້ມີຫລາຍສີສັນ ແລະ ມີຄວາມຄຶກຄື້ນຕະຫລອດງານ ເຊິ່ງເປັນບຸນມະໂຫລານ ຂອງມວນຊົນພາຍໃນເມືອງນາຊາຍທອງ ແລະ ຂອງມະຫາຊົນໃນທົ່ວສັງຄົມ ທຸກພາກສ່ວນ



ຂປລ. ງານຕະຫລາດນັດວາງສະແດງ-ຂາຍສິນຄ້າ ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ
28 ປະຈໍາປີ 2025 ຂອງເມືອງນາຊາຍທອງ ນະຄອນຫລວງວຽງຈັນ (ນວ) ໄດ້ເປີດຂຶ້ນໃນລະຫວ່າງວັນທີ 13-17 ກຸມພາ 2025 ຜ່ານມາ ຢູ່ບ້ານແຈ້ງສະຫວ່າງ ໂດຍໄດ້ຈັດໃຫ້ມີຫລາຍສີສັນ ແລະ ມີຄວາມຄຶກຄື້ນຕະຫລອດງານ ເຊິ່ງເປັນບຸນມະໂຫລານ ຂອງມວນຊົນພາຍໃນເມືອງນາຊາຍທອງ ແລະ ຂອງມະຫາຊົນໃນທົ່ວສັງຄົມ ທຸກພາກສ່ວນ.




ທ່ານ ສຸລິວັນ ພົມມະຫາໄຊ ເຈົ້າເມືອງນາຊາຍທອງ ໄດ້ໃຫ້ຮູ້ວ່າ: ງານຕະຫລາດນັດ ປະຈຳປີ
2025 ຂອງເມືອງນາຊາຍທອງ ໄດ້ປິດລົງຢ່າງມີຜົນສໍາເລັດ ແລະ ໜ້າປະທັບໃຈ ເຊິ່ງທັງໝົດນັ້ນ, ແມ່ນຍ້ອນຄວາມເອົາໃຈໃສ່ ຂອງຄະນະຮັບຜິດຊອບຈັດງານ ກໍຄື ບັນດາອະນຸກໍາມະການ, ກຸ່ມບ້ານ ແລະ ບ້ານຕ່າງໆ ຕະຫລອດຮອດປະຊາຊົນບັນດາເຜົ່າ ເມືອງນາຊາຍທອງ, ຊາວຄ້າຂາຍ, ຫົວໜ່ວຍທຸລະກິດ, ຫ້າງຮ້ານທັງພາກລັດ ແລະ ເອກະຊົນລວມທັງກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທຸກພາກສ່ວນ ໄດ້ເປັນເຈົ້າການມີສ່ວນຮ່ວມນໍາກັນ, ດ້ວຍຄວາມຮັບຜິດຊອບສູງ ເຊິ່ງເຮັດໃຫ້ງານຕະຫລາດນັດ ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ສະຫງົບປອດໄພ 100% ແລະ ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.




ງານຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າ ປະຈໍາປີ
2025 ມີລັກສະນະເຕີບໃຫຍ່ຂະຫຍາຍຕົວ ກວ່າທຸກປີຜ່ານມາ ແລະ ມີສິນຄ້າຫລາຍປະເພດ ທີ່ດຶງດູດມວນຊົນພາຍໃນເມືອງ ແລະ ຕ່າງເມືອງ, ພາຍໃນນະຄອນຫລວງວຽງຈັນ ແລະ ແຂວງໃກ້ຄຽງ ເຂົ້າມາທ່ຽວຊົມຕະຫລອດໄລຍະ ການຈັດງານຢ່າງຫລວງຫລາຍ. ການຈັດງານໃນຄັ້ງນີ້, ຍັງໄດ້ມີການແລກປ່ຽນປະສົບການ ນໍາມວນຊົນພາຍໃນ ເມືອງນາຊາຍທອງ, ໃນນະຄອນຫລວງວຽງຈັນ ແລະ ທົ່ວສັງຄົມ ເພື່ອເປັນການເຊີດຊູກຳລັງໃຈ ເປັນ ຄວາມເອກອ້າງທະນົງໃຈ ປະກອບສ່ວນເຂົ້າໃນການຊຸກຍູ້ ຂະບວນການຜະລິດຂອງປະຊາຊົນ ໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ເປັນການເປີດກວ້າງ ຕະຫລາດຈຳໜ່າຍສິນຄ້າ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວ ຂອງເມືອງນາຊາຍທອງ ໃຫ້ມີຫລາຍສີສັນໃໝ່ ທີ່ກວ້າງຂວາງກວ່າເກົ່າ,  ທັງເປັນກຳລັງແຮງຜັກດັນໃຫ້ແກ່ ການຜະລິດເປັນສິນຄ້າ ຕາມນະໂຍບາຍ 1 ບ້ານ, 1 ຜະລິດຕະພັນ, 1 ເມືອງບໍ່ໃຫ້ຫລຸດ 5 ຜະລິດຕະພັນ ທີ່ຫລາກຫລາຍ ແລະ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບກ້າວໄປສູ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ. ເປັນການສ້າງພື້ນຖານທີ່ດີ ໃຫ້ແກ່ການຜະລິດເປັນສິນຄ້າ ແບບລວມໝູ່ ແລະ ເປັນຟາມ ກ້າວໄປສູ່ການສ້າງຕັ້ງເປັນຫົວໜ່ວຍ ການຜະລິດແບບສະຫະກອນ ຢ່າງແຂງແຮງໃນອະນາຄົດ.




ຂໍ້ມູນ-ພາບ: ວຽງຈັນໃໝ່

KPL

ຂ່າວອື່ນໆ

    • ເປີດງານວາງສະແດງສິລະປະຮ່ວມສະໄໝ ອິນເດຍ ທີ່ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດງານວາງສະແດງສິລະປະຮ່ວມສະໄໝ ອິນເດຍ ທີ່ນະຄອນຫລວງວຽງຈັນ

      2/21/2025 6:09:48 PM

      ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບ ສະຖາບັນວິຈິດສິນແຫ່ງຊາດ ເປີດງານວາງສະແດງສິລະປະຮ່ວມສະໄໝອິນເດຍ ໃນວັນທີ 19-22 ກຸມພາ 2025 ຜ່ານມາ ຢູ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ປຣາຊານຕ໌ ອາເກີວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສ້າງຄວາມເຂັ້ມແຂງ ວຽກປັບປຸງ ສຸຂະພາບ ແມ່-ເດັກ ຢູ່ສະຫວັນນະເຂດວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂງ ວຽກປັບປຸງ ສຸຂະພາບ ແມ່-ເດັກ ຢູ່ສະຫວັນນະເຂດ

      2/20/2025 8:09:36 PM

      ຂປລ. ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນຂັ້ນສູງຈາກ ກະຊວງສາທາລະນະສຸກ ຮ່ວມກັບ ລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ນຳໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈໍາ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍ ແລະ ສຸກສາລາ ຢູ່ແຂວງສະຫວັນນະເຂດ

    • ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີ

      2/20/2025 11:34:40 AM

      ຄໍລໍາ “ຊີວິດວັດທະນະທໍາ”ຈະພາບັນດາທ່ານມາຮູ້ຈັກຄວາມເປັນມາຂອງພະທາດນາງ ສາວຜິວ ແມ່ນສະຖານທີ່ທ່ອງທ່ຽວ ທາງປະຫວັດສາດຂອງແຂວງໄຊຍະບູລີ ທີ່ມີປະຫວັດຄວາມເປັນມາຍາວນານ ແຕ່ອະດີດຈົນເຖິງປັດຈຸບັນ ສະຖານທີ່ແຫ່ງນີ້ ກໍເປັນບ່ອນກາບໄຫວສັກກາລະບູຊາຂອງຊາວເມືອງ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ມີຕໍ່ບ້ານເມືອງ.

    • ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກວັດທະນະທຳ-ສັງຄົມ

      ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ

      2/19/2025 9:30:50 PM

      ຂປລ. ກອງປະຊຸມ ສະຫລຸບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ກະສິກຳ ແລະ ປ່າໄມ້ແຂວງໃນທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານວັດທະນະທຳ-ສັງຄົມ

      ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານ

      2/19/2025 9:26:33 PM

      ຂປລ. ຊຸດສຳມະນາກ່ຽວກັບການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນ ຈັດຂຶ້ນ ໃນວັນທີ 18 ກຸມພາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມການເງິນຕ່າງປະເທດ, ທ່ານ ນາງ ກາວີຕາ ລີເອັງກາ ນັກເສດຖະ ສາດອາວຸໂສ ທະນາຄານພັດທະນາອາຊີ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ກົມກ່ຽວຂ້ອງ ຈາກກະຊວງການເງິນ ເຂົ້າຮ່ວມ.


Top