KPL
ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.
*ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ ເມື່ອປະລິມານເມັດເລືອດແດງໃນເລືອດໜ້ອຍກວ່າປົກກະຕິ ເຮັດໃຫ້ການນຳອົກຊີແຊນໄປຫາຈຸລັງ ແລະ ເນື້ອເຍື່ອໃນອະໄວຍະວະຕ່າງໆໄດ້ໜ້ອຍລົງ ກໍຈະເກີດຜົນກະທົບຕໍ່ຮ່າງກາຍສ່ວນອື່ນໆ.
ໂດຍສາເຫດຫລັກໆແມ່ນ ຈາກການເສຍເລືອດອອກຈາກ ຮ່າງກາຍຫລາຍ ເປັນຕ້ົນ ອຸບັດ ເຫດ, ການຜ່າຕັດ, ການເກີດລູກ ແລະ ການລຸລູກ, ການຕົກເລືອດ ຫລື ການເສຍເລືອດເທື່ອລະໜ້ອຍ ເຊັ່ນ: ການສູນເສຍເລືອດຈາກ ການເປັນປະຈຳເດືອນ, ລິດສີ ດວງ, ມະເຮັງ ຫລື ມີແມ່ທ້ອງ ປາກຂໍ... ເຊ່ິງການສູນເສຍເລືອດແບບຊຳເຮື້ອນີ້ ອາດເຮັດໃຫ້ຮ່າງ ກາຍ ຂາດທາດເຫລັກ (Iron Deficiency Anemia) ຕາມ ມາພາຍຫລັງໄດ້. ສາເຫດເຮັດໃຫ້ ການສ້າງເມັດເລືືອດແດງໜ້ອຍ ລົງຍ້ອນການຂາດສານອາຫານ ຈຳພວກທາດເຫລັກ, ວິຕາມິນ ເບ12 ຫລື ກົດໂຟລິກ ເຊິ່ງເປັນ ອົງປະກອບທີ່ຈຳເປັນຕໍ່ການສ້າງເມັດເລືອດແດງ, ໃນເລືອດຈະມີ ຮໍໂມນທີ່ຊື່ວ່າ ເອຣິໂທຣໂປເອຕິນ (Erythropoietin) ທີ່ຜະລິດໄດ້ ຈາກໄຂ່ຫລັງ, ມີໜ້າທີ່ກະຕຸ້ນໄຂ ກະດູກ ເພື່ອສ້າງເມັດເລືອດແດງ ແຕ່ເມື່ອຮ່າງກາຍມີຮໍໂມນຊະນິດນ້ີ ຕໍ່າກວ່າປົກກະຕິ ຈະສົ່ງຜົນໃຫ້ເກີດ ພະຍາດເລືອດຈາງໄດ້ .
KPL