ຄອລ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປີ 2024

22/01/2025 16:01
Email Print 2411
KPL ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະກຳມະການ ໂອແລັມປິກແຫ່ງຊາດລາວ (ຄອລ) ຈັດປະຊຸມສະຫລຸບຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານ ຄອລ, ມີຄະນະບໍລິຫານງານ ຄອລ ພ້ອມດ້ວຍປະທານສະຫະພັນກິລາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະກຳມະການ ໂອແລັມປິກແຫ່ງຊາດລາວ (ຄອລ) ຈັດປະຊຸມສະຫລຸບຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນ ປະຈຳປີ
2024 ແລະ ວາງທິດທາງແຜນການ ປີ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານ ຄອລ, ມີຄະນະບໍລິຫານງານ ຄອລ ພ້ອມດ້ວຍປະທານສະຫະພັນກິລາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ,  ໄດ້ຮັບຟັງການລາຍງານຜົນງານການເຄື່ອນໄຫວ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍສະເພາະ ວຽກງານການເງິນຂອງ ຄອລ ປະຈໍາປີ 2024, ການຈັດຕັ້ງປະຕິບັດກອງທຶນ ສົ່ງເສີມກິລາສູ່ໂອແລັມປິກ, ວຽກງານກໍາມະການເຕັກນິກ, ວຽກງານກໍາມະການນັກກິ ລາ ລວມທັງ ການລາຍງານ ໂດຍຫຍໍ້ຂອງ 4 ສະຫະພັນກິລາ ທີ່ມີການເຄື່ອນໄຫວພົ້ນເດັ່ນໃນປີ 2024 ຂອງສະຫະພັນບານເຕະແຫ່ງຊາດ, ສະຫະພັນປິ່ງປ່ອງແຫ່ງຊາດ, ສະຫະພັນເພາະກາຍແຫ່ງຊາດ, ສະ ຫະພັນເປຕັງແຫ່ງຊາດ ແລະ ສະຫະພັນໝາກແລ້ ແຫ່ງຊາດ.




ໃນປີ
2024 ຜ່ານມາ, ຄະນະກຳມະການ ໂອແລັມປິກແຫ່ງຊາດລາວ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ທັງວຽກງານບໍລິຫານ, ການເງິນ, ການຮ່ວມມືສາກົນ ແລະ ວຽກງານພັດທະນາບຸກຄະລາກອນ ອັນພົ້ນເດັ່ນຄື ​ໄດ້ສົ່ງນັກກິລາ ເຂົ້າຮ່ວມມະຫະກຳກິລາ ໂອແລັມປິກສາກົນ 2024 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ, ນັກກິລາເພາະກາຍລາວ ສ້າງປະຫວັດສາດໄດ້ຫລຽນຄຳ ລາຍການຊີງແຊັມໂລກຄັ້ງທຳອິດ ທີ່ເມົາດິບ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບລາງວັນສະຫະພັນບານເຕະດີເດັ່ນແຫ່ງປີ ຂອງສະຫະພັນບານເຕະອາຊີ ຫລື AFC Member Association of the Year ປະເພດ Ruby, ກິລາໝາກແລ້ ຖືກບັນຈຸເຂົ້າຊີງຫລຽນໃນງານກິລານັກຮຽນທົ່ວປະເທດຄັ້ງທຳອິດ ທີ່ແຂວງສາລະວັນ, ສະຫະພັນປິ່ງປ່ອງແຫ່ງຊາດ ສຳ ເລັດການເປັນເຈົ້າພາບປິ່ງປ່ອງ ເຍົາວະຊົນ-ຊາວໜຸ່ມ ລະດັບໂລກຄັ້ງທຳອິດ ລາຍການ WTT Youth Contender, ສ່ວນສະຫະພັນເປຕັງແຫ່ງຊາດ ກໍນຳພາຄະນະນັກກິລາຄວ້າ 3 ຫລຽນຄຳ, 2 ຫລຽນເງິນ, 4 ຫລຽນທອງ ໃນງານກິລາມະຫາວິທະຍາໄລອາຊຽນ ທີ່ອິນໂດເນເຊຍ.

ສຳລັບທິດທາງການເຄື່ອນໄຫວໃນປີ 2025 ຈະສືບຕໍ່ເປັນເສນາທິການ ປະສານງານທຸກຂົງເຂດວຽກງານທີ່ກ່ຽວຂ້ອງ ເພື່ອປັບປຸງ, ຍົກລະດັບ ແລະ ພັດທະນາກິລາລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ພົ້ນເດັ່ນກວ່າເກົ່າ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ກຽມຄວາມພ້ອມເຂົ້າຮ່ວມແຂງຂັນ ໃນຊີເກມ ຄັ້ງທີ 33 ທີ່ປະເທດໄທ ແລະ ກຽມຮ່ວມຈັດງານກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນ ຫລວງວຽງຈັນ.

ຂ່າວ-ພາບ: ຕຸໄລເພັດ

KPL

ຂ່າວອື່ນໆ

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

    • ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກສຶກສາ-ກິລາ

      ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກ

      1/22/2025 3:56:00 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການລະດົມຂອງ 6 ພາກສ່ວນຈາກ ສປ ຈີນ ໃຫ້ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ລວມມູນຄ່າ 90 ລ້ານກວ່າກີບ ເພື່ອນໍາໄປມອບຕໍ່ໃຫ້ບັນດາ ສະຖານການສຶກສາ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫລີກ ແລະ ພາກສ່ວນທີ່ຖືກຜົນກະທົບ ໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ


Top