ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

23/01/2025 15:32
Email Print 2342
KPL ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).




ຂປລ. ໃນລະຫວ່າງວັນທີ
20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ຊຸດຝຶກອົບຮົມ ໃນຄັ້ງນີ້, ຜູ້ເຂົ້າຮ່ວມ ກໍຄື ຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ຮຽນຮູ້ເຕັກນິກການສອນບົດຮຽນຝຶກເວົ້າພາສາລາວ ຢ່າງລະອຽດ ເພື່ອໃຫ້ເຂົາເຈົ້າສາມາດ ໃຫ້ການຊ່ວຍເຫລືອຄູ ສາມາດສອນບົດຮຽນຝຶກເວົ້າພາສາລາວ ໃນຫ້ອງຮຽນໄດ້ຢ່າງມີປະສິດທິພາບ ເພື່ອແກ້ໄຂສິ່ງທ້າທາຍທີ່ສໍາຄັນທີ່ຄູພົບພໍ້ ເຊັ່ນ: ການສອນວິຊາພາສາລາວ, ການສອນນັກຮຽນທີ່ບໍ່ເວົ້າພາສາລາວ ເປັນພາສາຫລັກໃນຄອບຄົວ ແລະ ການຄຸ້ມຄອງຫ້ອງຮຽນ. ພ້ອມນີ້, ຍັງຈະໄດ້ຮຽນຮູ້ວິທີການນໍາໃຊ້ເຕັກນິກ ການຄຸ້ມຄອງຫ້ອງຮຽນໃນທາງສ້າງສັນ ເຊິ່ງຜູ້ເຮັດວຽກສຶກສານິເທດພາຍໃນ ຈະໃຊ້ແທັບເລັດ ເພື່ອສ້າງແຜນ ການສະໜັບສະໜູນຄູ ແບບເອເລັກໂຕຣນິກ ເຊິ່ງແຜນຈະໄດ້ຖືກບັນທຶກໄວ້ ໃນຫ້ອງສະໝຸດເອກະສານອອນລາຍ ເພື່ອໃຫ້ບັນດາວິທະຍາໄລຄູ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ສາມາດຕິດ ຕາມການປະຕິບັດ ແຜນການສະໜັບສະໜູນຄູ ເປັນລາຍບຸກຄົນແບບທັນການ.




ທ່ານ ນາງ ວົງເດືອນ ໂອໃສ ວ່າການແທນຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ໃນສົກຮຽນ
2023-2024, ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ໃຫ້ການສະໜັບສະໜູນຄູ ຈຳນວນ 8.575 ທ່ານ. ຂໍ້ມູນຈາກ ການສັງເກດການສອນໃນຫ້ອງຮຽນ ຈຳນວນ 2.177  ຄັ້ງ ທີ່ດໍາເນີນໂດຍຫ້ອງ ການສຶກສາທິການ ແລະ ກິລາເມືອງ ຫລັງຈາກໜຶ່ງປີຂອງການເລີ່ມຕົ້ນປະຕິບັດລະບົບ ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງຂັ້ນໂຮງຮຽນ ໄດ້ສະແດງໃຫ້ເຫັນ ການປ່ຽນແປງໃນທາງບວກ ໃນການປະຕິບັດການສິດສອນ. ການປັບປຸງການສະໜັບສະໜູນ ການຮຽນຮູ້, ການຮ່ວມມືລະ ຫວ່າງນັກຮຽນດ້ວຍກັນ ແລະ ການສ້າງທັກສະທາງ ດ້ານຈິດໃຈ-ສັງຄົມຂອງນັກຮຽນ, ຄູສາມາດເຊື່ອມໂຍງ ເນື້ອໃນຫລັກສູດ ເຂົ້າກັບຊີວິດປະຈໍາວັນຂອງນັກຮຽນໄດ້ດີຂຶ້ນ.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ກ່າວວ່າ: ຜ່ານລະບົບຜູ້ເຮັດວຽກສຶກສານິເທດພາຍໃນ, ກະຊວງສຶກສາທິການ ແລະ ກິລາ ໄດ້ສະໜັບສະໜູນຄູ ຊັ້ນປະຖົມສຶກສາ 8.000 ຄົນ ໃນເຂດຫ່າງໄກສອກຫລີກ ໂດຍລວມແລ້ວແມ່ນ ຈະ​ປະ​ກອບ​ສ່ວນຊຸກຍູ້​ໃຫ້​ຜົນ​ ການ​ຮຽນ​ຂອງນັກຮຽນ​​ດີຂຶ້ນກ​ວ່າເກົ່າ​. ລັດຖະບານອົດ​ສະ​ຕຣາ​ລີ ເຊື່ອ​ໝັ້ນເປັນ​ຢ່າງ​ຍິ່ງວ່າ ການ​ຮຽນ​-ການ​ສອນ​ທີ່​ດີ ແມ່ນຈະຕ້ອງໄດ້ສ້າງ​ຊັບພະຍາກອນ​ມະ​ນຸດ​ ໃຫ້ມີຄຸນນະພາບທີ່ດີຂຶ້ນ ແລະ ​ພວກ​ເຮົາ​ຮູ້ສຶກເປັນ​ກຽດ​ ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ຢ່າງ​ໃກ້​ຊິດ​ເພື່ອບັນລຸ​ເປົ້າ​ໝາຍ​ນີ້. ລັດຖະບານອົດ​ສະ​ຕຣາ​ລີ ມຸ່ງ​ໝັ້ນ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຄູ​​ ເພື່ອ​ຕອບ​ສະ​ໜອງ​​ສິ່ງ​ທ້າ​ທາຍ​ທີ່​ເຂົາ​ເຈົ້າ​ພົບພໍ້ ແລະ ຄາດວ່າ ຈະເຫັນການປ່ຽນແປງ ໃນທາງບວກຫລາຍຂຶ້ນ ໃນປີນີ້ ດ້ວຍລະບົບການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ.




ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ສ້າງຕັ້ງຂຶ້ນໃນເດືອນມີນາ
2023 ຜ່ານມາ ຢູ່ 30 ເມືອງເປົ້າໝາຍ ຄື: ແຂວງຜົ້ງສາລີ, ຫລວງນໍ້າທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄໍາມ່ວນ ແລະ ສະຫວັນນະເຂດ. ທີມງານດັ່ງກ່າວ, ປະກອບດ້ວຍຄູຊັ້ນປະຖົມສຶກສາ ແລະ ຜູ້ອໍານວຍການໂຮງຮຽນ ທີ່ໄດ້ຮັບການຄັດເລືອກຈາກ ຜູ້ທີ່ມີປະສົບການ ການສອນຊັ້ນປະຖົມສຶກສາ, ຄວາມຮູ້ລາຍວິຊາ, ທັກສະການສອນ, ຄວາມມຸ່ງໝັ້ນໃນການປັບປຸງ ຄຸນນະພາບການສອນ ແລະ ແຮງຈູງໃຈທີ່ຈະສະໜັບສະໜູນຄູ. ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ນຳໃຊ້ວິທີການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງຫລາຍຢ່າງ ເຊັ່ນ: ການສອນເປັນຄູ່, ການສັງເກດການສອນໃນຫ້ອງຮຽນ, ການຝຶກອົບຮົມແບບເຊິ່ງໜ້າ ໂດຍໃຊ້ໂມດູນ ຈາກຊຸດອຸປຸກອນຊ່ວຍເຫລືອຄູ ແລະ ການເບິ່ງວິດີໂອ ສຳລັບການພັດທະນາຄູ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ແຜນງານບີຄວາ

KPL

ຂ່າວອື່ນໆ

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ຄອລ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປີ 2024ສຶກສາ-ກິລາ

      ຄອລ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປີ 2024

      1/22/2025 4:01:41 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະກຳມະການ ໂອແລັມປິກແຫ່ງຊາດລາວ (ຄອລ) ຈັດປະຊຸມສະຫລຸບຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານ ຄອລ, ມີຄະນະບໍລິຫານງານ ຄອລ ພ້ອມດ້ວຍປະທານສະຫະພັນກິລາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກສຶກສາ-ກິລາ

      ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກ

      1/22/2025 3:56:00 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການລະດົມຂອງ 6 ພາກສ່ວນຈາກ ສປ ຈີນ ໃຫ້ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ລວມມູນຄ່າ 90 ລ້ານກວ່າກີບ ເພື່ອນໍາໄປມອບຕໍ່ໃຫ້ບັນດາ ສະຖານການສຶກສາ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫລີກ ແລະ ພາກສ່ວນທີ່ຖືກຜົນກະທົບ ໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ


Top