ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025

12/02/2025 14:02
KPL ຂປລ. ວັນທີ 11 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານ ໃນອະນາຄົດ ພາຍໃຕ້ ການເປັນປະທານຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ໂດຍມີການນໍາຂັ້ນສູງ ຈາກບັນດາປະເທດໃນພາກພື້ນ ແລະ ສາກົນ ຫລາຍກວ່າ 140 ປະເທດ

ຂປລ. ວັນທີ 11 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານ ໃນອະນາຄົດ ພາຍໃຕ້ ການເປັນປະທານຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ໂດຍມີການນໍາຂັ້ນສູງ ຈາກບັນດາປະເທດໃນພາກພື້ນ ແລະ ສາກົນ ຫລາຍກວ່າ 140 ປະເທດ, ມີຫົວໜ້າລັດຖະ ບານຫລາຍກວ່າ 30 ປະເທດ ແລະ ມີຜູ້ເຂົ້າຮ່ວມຫລາຍກວ່າ 6.000 ຄົນ.

ກອງປະຊຸມດັ່ງກ່າວ, ເປັນຂໍ້ລິເລີ່ມຂອງລັດຖະບານ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ໄດ້ສ້າງຕັ້ງຂຶ້ນນັບແຕ່ປີ 2013 ເປັນຕົ້ນມາ  ແລະ ຈັດຂຶ້ນທຸກໆປີ ໂດຍມີຈຸດປະສົງເພື່ອສ້າງເປັນເວທີໃຫ້ແກ່ ບັນດາຜູ້ນຳຂັ້ນສູງ/ຫົວໜ້າລັດຖະບານ ຂອງປະເທດຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເພື່ອປຶກສາຫາລືກ່ຽວກັບ ການສົ່ງເສີມການຮ່ວມມື ໃນຂົງເຂດຕ່າງໆ ເປັນຕົ້ນ ນະວັດຕະກຳເຕັກໂນໂລຊີ, ເສດຖະກິດ-ສັງຄົມ, ການບໍລິຫານລັດ, ການເງິນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ບັນຫາສິ່ງທ້າທາຍອື່ນໆ ໃນທ່າມກາງສະພາບການສາກົນ ທີ່ປ່ຽນແປງໄປ ລວມທັງທິດທາງການຮ່ວມມືໃນອະນາຄົດ.

ທ່ານນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພາກຫລັກ (Main Panel) ເຊິ່ງສຸມໃສ່ຫົວຂໍ້: ການສະໜອງທຶນໃຫ້ແກ່ ເສດຖະກິດໃນອະນາຄົດ ແລະ ເສດຖະກິດສາກົນ ໂດຍເນັ້ນໃສ່ ແນວທາງນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຊຸກຍູ້ທ່າແຮງບົ່ມຊ້ອນ ເພື່ອເປັນການສົ່ງເສີມ ແລະ ເປີດກວ້າງການຮ່ວມມືກັບສາກົນ, ຕາມທິດສີຂຽວ ແລະ ຍືນຍົງ ທີ່ໄດ້ກຳນົດໄວ້ໃນແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2021-2025) ແລະ ທິດທາງໃນອະ ນາຄົດ, ການສົົ່ງເສີມການພັດທະນາ ຊັບພະຍາກອນມະນຸດ ເພື່ອຮອງຮັບເຕັກນິກ-ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່; ການສົົ່ງເສີມການຫັນເປັນດີຈິຕອນ ເພື່ອຍົກລະດັບປະສິດທິພາບການດໍາເນີນທຸລະກິດ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງຈຸດສຸມຍຸດທະສາດຂອງ ສປປ ລາວ ໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດແບບຍືນຍົງ ໂດຍຜ່ານການລົງທຶນດ້ານພະລັງງານທົດແທນ, ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດແຫ່ງການເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກ ດ້ານການຄ້າ, ການອະນຸລັກຮັກສາສິ່ງແວດລ້ອມ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ.

ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຖືເປັນຄັ້ງທໍາອິດ ຂອງ ສປປ ລາວ ເຊິ່ງເປັນການຍົກສູງບົດບາດ ໃນເວທີສາກົນອີກເວທີໜຶ່ງ ເວົ້າສະເພາະກໍແມ່ນໃນພາກພື້ນຕາເວັນອອກກາງ ເຊິ່ງເປັນພາກພື້ນທີ່ມີບົດ ບາດ ແລະ ມີອິດທິພົນໃໝ່ໃນໂລກ ເພື່ອປະຕິບັດນະໂຍບາຍ ດ້ານການສົ່ງເສີມການທູດເສດຖະກິດ, ການຊຸກຍູ້ດ້ານຄ້າ, ການລົງທຶນ ເຊັ່ນ: ຂະແໜງການທະນາຄານ, ພະລັງງານທົດແທນ ແລະ ຂົງເຂດ ອື່ນໆ, ພ້ອມທັງເປັນໂອກາດອັນດີ ເພື່ອຮັດແໜ້ນສາຍພົວພັນ ການທູດລະຫວ່າງ ປະເທດເຈົ້າພາບ ກໍຄື ສະຫະນະຄອນ ເອເມຣັດ ອາຣັບ ແລະ ປະເທດອື່ນໆ ເພື່ອຮັດແໜ້ນການພົວພັນຮ່ວມມືສອງຝ່າຍ.

ໃນໂອກາດເຄື່ອນໄຫວຢູ່ ນະຄອນດູໄບ ຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ພ້ອມທັງໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບຂອງ ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ລັດຖະມົນຕີ ແຫ່ງລັດ, ຮັບຜິດຊອບວຽກງານ ການຄ້າຕ່າງປະເທດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ. ນອກ ຈາກນີ້, ເພື່ອຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ທ່ານນາຍົກລັດຖະມົນຕີ ໄດ້ນໍາພາພາກທຸລະກິດຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ລະຫວ່າງພາກລັດ ແລະ ພາກເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອໂຄສະນາ, ແລກປ່ຽນປະສົບການ ແລະ ຊຸກຍູ້ສົ່ງເສີມການຮ່ວມມືດ້ານທຸລະກິດ, ການຄ້າ ແລະ ດຶງດູດການລົງທຶນຈາກ ບັນດາປະເທດຕາເວັນອອກກາງ ເຂົ້າມາລົງທຶນ ໃນຂະແໜງການຕ່າງໆ ທີ່ເປັນບູລິມະສິດ ແລະ ມີທ່າແຮງຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.

KPL

ຂ່າວອື່ນໆ

    • ຊາວໜຸ່ມກະຊວງ ຮສສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIIການເມືອງ

      ຊາວໜຸ່ມກະຊວງ ຮສສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII

      2/12/2025 2:57:39 PM

      ຂປລ. ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສົງຄົມ(ຮສສ) ຄັ້ງທີ VII ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໄຊ ເຊ່ຍ ຢິ້ງຢ່າງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຮສສ

    • ພັກປະຊາຊົນປະຕິວັດລາວ ນໍາພາ ພາລະກິດປົດປ່ອຍຊາດຢ່າງສົມບູນການເມືອງ

      ພັກປະຊາຊົນປະຕິວັດລາວ ນໍາພາ ພາລະກິດປົດປ່ອຍຊາດຢ່າງສົມບູນ

      2/12/2025 2:50:06 PM

      ຂປລ. ພາລະກິດປົດປ່ອຍຊາດ ແມ່ນຜົນງານ ແລະ ມູນເຊື້ອອັນສະຫງ່າງາມ ຂອງພັກປະຊາຊົນ ປະຕິວັດລາວ ທີ່ນຳພາປະຊາຊົນລາວບັນດາເຜົ່າ ສ້າງໜ້າປະຫວັດສາດໃໝ່ ທີ່ສະຫວ່າງສະໄຫວທີ່ສຸດໃຫ້ແກ່ຊາດລາວ ເຊິ່ງສາມາດຢັ້ງຢືນໄດ້ວ່າ: “ພັກເປັນປັດໄຈພື້ນຖານ ທີ່ຕັດສິນຊີ້ຂາດກ່ອນໝູ່ ແລະ ຮັບ ປະກັນທຸກໄຊຊະນະ ຂອງພາລະກິດປະຕິວັດ ຂອງປະຊາຊົນເຮົາ.

    • ເປີດງານວາງສະແດງຜະລິດຕະພັນຍີ່ປຸ່ນ ຢູ່ ນວການເມືອງ

      ເປີດງານວາງສະແດງຜະລິດຕະພັນຍີ່ປຸ່ນ ຢູ່ ນວ

      2/12/2025 2:33:24 PM

      ຂປລ. ອົງການເຈໂຕຣ ຫລື ອົງການສົ່ງເສີມການຄ້າຍີ່ປຸ່ນ ຈັດງານວາງສະແດງຜະລິດຕະພັນຍີ່ ປຸ່ນ ໃນລະຫວ່າງ ວັນທີ 11-12 ກຸມພາ 2025 ທີ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ເຊິ່ງ ບັນດາບໍລິສັດ ຈາກປະເທດຍີ່ປຸ່ນ ໄດ້ນຳເອົາຜະລິດຂອງຕົນມາວາງຈຳໜ່າຍ ເຊິ່ງປະກອບມີ 4 ປະເພດຫລັກຄື: ເຄື່ອງສຳອາງ, ອາຫານ ແລະ ເຄື່ອງດື່ມ, ເຄື່ອງໃຊ້ຄົວເຮືອນ ​ແລະ ເຄື່ອງໃຊ້ອຸດສາຫະກຳ.

    • ລັດຖະມົນຕີຕ່າງປະເທດ ລາວ-ອົດສະຕຣາລີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍການເມືອງ

      ລັດຖະມົນຕີຕ່າງປະເທດ ລາວ-ອົດສະຕຣາລີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

      2/12/2025 2:10:51 PM

      ຂປລ. ໃນວັນທີ 10 ກຸມພາ 2025 ຜ່ານ​ມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບທາງໄກກັບ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ໃນການເສີມ ຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ.

    • ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ -ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ການເມືອງ

      ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ -ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ

      2/11/2025 10:09:56 PM

      ຂປລ. ກະຊວງການຕ່າງປະເທດ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ລວມທັງ ພາກທຸລະກິດ ຈາກ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຈັດກອງປະຊຸມ ເວທີປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 10 ກຸມພາ 2025 ທີ່ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຜັນຂະຫຍາຍນະໂຍບາຍ ວຽກງານການທູດເສດຖະກິດ ຂອງ ສປປ ລາວ.


Top