ອະນຸກຳມະການສຸຂະພາບ ຕິດຕາມກວດກາ ຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມ ໄອປາ

17/10/2024 14:22
Email Print 118
KPL ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ຫົວໜ້າອະນຸກຳມະການສຸຂະພາບ ແລະ ທ່ານ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການ ວັດທະນະທໍາ-ສັງຄົມ, ຮອງຄະນະຊີ້ນຳລວມ ອະນຸກຳມະການສຸຂະພາບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມກວດກາ ຄວາມພ້ອມດ້ານສະຖານທີ່, ຢາ, ອຸປະກອນການແພດ, ພາຫະນະນຳສົ່ງ (ລົດ Ambulant) ແລະ ໜ່ວຍງານແພດ ຕາມວິຊາສະເພາະທີ່ກ່ຽວຂ້ອງ ຮັບໃຊ້ ແລະ ປະຈຳການໃຫ້ບໍລິການປິ່ນປົວສຸຂະພາບ ຢູ່ 3 ໂຮງໝໍສູນກາງ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ
, ຫົວໜ້າອະນຸກຳມະການສຸຂະພາບ ແລະ ທ່ານ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການ ວັດທະນະທໍາ-ສັງຄົມ, ຮອງຄະນະຊີ້ນຳລວມ ອະນຸກຳມະການສຸຂະພາບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມກວດກາ ຄວາມພ້ອມດ້ານສະຖານທີ່, ຢາ, ອຸປະກອນການແພດ, ພາຫະນະນຳສົ່ງ (ລົດ Ambulant) ແລະ ໜ່ວຍງານແພດ ຕາມວິຊາສະເພາະທີ່ກ່ຽວຂ້ອງ ຮັບໃຊ້ ແລະ ປະຈຳການໃຫ້ບໍລິການປິ່ນປົວສຸຂະພາບ ຢູ່ 3 ໂຮງໝໍສູນກາງຄື: ໂຮງໝໍເສດຖາທິຣາດ, ໂຮງໝໍມະໂຫສົດ ແລະ ໂຮງໝໍມິດຕະພາບ ເພື່ອຮັບປະກັນໃຫ້ແກ່ ການເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ເຊິ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 17-23 ຕຸລາ 2024 ໃຫ້ມີຄວາມພ້ອມ ແລະ ຄວາມປອດໄພ ທາງດ້ານສຸຂະພາບ ແກ່ບັນດາຜູ້ແທນ ທີ່ຈະເຂົ້າຮ່ວມກອງປະຊຸມ.



ການ​ລົງຕິດຕາມກວດກາຄວາມພ້ອມຢູ່
3 ໂຮງໝໍດັ່ງກ່າວ ເພື່ອຮັບຮອງກໍລະນີເຫດ ການສຸກເສີນທາງດ້ານສາທາລະນະສຸກ ທີ່ອາດຈະເກີດຂຶ້ນ, ມີລະບົບກົນໄກປະສານງານ ກັບກະຊວງສາທາລະນະສຸກ, ຍົນ ແລະ ໂຮງໝໍ ເພື່ອນໍາສົ່ງຄົນເຈັບ ໄປຕ່າງປະເທດໃນກໍລະນີຈໍາເປັນ; ການກະກຽມ ໜ່ວຍງານເຝົ້າລະວັງ ກໍລະນີເກີດການແພ່ລະບາດຂອງພະຍາດລະດູການ ຫລື ພະຍາດຕິດຕໍ່ທີ່ຮ້າຍແຮງອື່ນ; ມີການປະສານກັບ ຄະນະສະເພາະກິດລະດັບຊາດ, ການສົມທົບກັບກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ-ສົ່ງເສີມສຸຂະພາບ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເພື່ອຄວາມພ້ອມຮອບ ດ້ານທາງດ້ານສາທາລະນະສຸກອື່ນ; ການຕິດຕາມລາຍງານ ແລະ ເກັບກຳຂໍ້ມູນສະພາບການດ້ານສຸຂະພາບຂອງຜູ້ແທນ,​ ຕິດຕາມຂໍ້ມູນຂ່າວສານສຸຂະພາບອື່ນໆ ຜ່ານສື່ອອນລາຍ ແລະ ສື່ເອເລັກໂຕຣນິກຕ່າງໆ ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ.



ໃນ​​ໂອກາດ​ດຽວ​ກັນ,
ທ່ານ ຄໍາຈັນ ໂສຕາປະເສີດ ຍັງໄດ້ເຄື່ອນໄຫວຕິດຕາມກວດກາ ຢູ່ຫໍປະຊຸມແຫ່ງຊາດ, ໂຮງແຮມລາດຊະວົງ, ໂຮງແຮມຄຣາວ ພລາຊາ ແລະ ໂຮງແຮມຮິວຕັນ (Hilton). ທັງນີ້ ກໍເພື່ອຮັບປະກັນ ໃຫ້ວຽກງານສົ່ງເສີມສຸຂະພາບ, ປ້ອງກັນພະຍາດ ແລະ ຄວບຄຸມ ພະຍາດຕິດຕໍ່ ໃນໄລຍະດຳເນີນກອງປະຊຸມໄອປາ ​ເຊິ່ງການເຄື່ອນໄຫວຕິດຕາມກວດກາຄັ້ງນີ້, ໄດ້ມີການປະສານສົມທົບກັບ ກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ-ສົ່ງເສີມສຸຂະພາບ, ກົມອາຫານ ແລະ ຢາ ເພື່ອເຮັດໃຫ້ວຽກງານ ສົ່ງເສີມສຸຂະພາບ, ກັນ ແລະ ຄວບຄຸມ ພະຍາດຕິດຕໍ່ ລວມເຖິງ ຄວາມປອດໄພທາງດ້ານອາ ຫານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ຜູ້ແທນສາມາດເຂົ້າຮ່ວມ ກອງປະຊຸມແຕ່ຕົ້ນຕະຫລອດປາຍ ໂດຍປາສະຈາກບັນຫາ ທາງດ້ານສຸຂະພາບ, ພະຍາດຕິດຕໍ່ ແລະ ເຫດການສຸກເສີນຕ່າງໆທາງດ້ານສາທາລະນະສຸກ; ສາມາດຕ້ານ ແລະ ສະກັດກັ້ນການແພ່ລະບາດ ຂອງພະຍາດຕິດຕໍ່ທີ່ຮ້າຍແຮງ ແລະ ພະຍາດທີ່ສົ່ງຜົນກະທົບຕໍ່ສຸຂະພາບ ຂອງຜູ້ແທນທີ່ອາດຈະເກີດຂຶ້ນ ໃນໄລຍະດຳເນີນກອງປະຊຸມ, ຈຳກັດບໍ່ໃຫ້ມີການແພ່ລາມ ແລະ ແພ່ລະບາດເປັນວົງກວ້າງຢູ່ຫ້ອງປະຊຸມ, ໂຮງແຮມ, ຮ້ານອາຫານຕ່າງໆ; ໂດຍໄດ້ກະກຽມ ຈັດໜ່ວຍແພດປິ່ນປົວປະຈຳຢູ່ສະຖານທີ່ເຫລົ່ານັ້ນ ແລະ ສະຖານທີ່ພັກຂອງຜູ້ແທນ ເພື່ອຮັບປະກັນໄດ້ຄວາມປອດໄພ ຮ້ອຍສ່ວນຮ້ອຍ.

ຂ່າວ: ສພຊ

KPL

ຂ່າວອື່ນໆ

    • ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາການເມືອງ

      ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາ

      10/17/2024 2:13:13 PM

      ຂປລ. ໃນວັນທີ 17 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ໂຊໂນມິ ທະນະກະ ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີດ​ບີ ປະຈຳ ສປປ ລາວ ໃນໂອກາດສໍາ​ເລັດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.

    • ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ Iການເມືອງ

      ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I

      10/17/2024 2:08:35 PM

      ຂປລ. ອົງຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ I ໃນວັນທີ 17 ຕຸລາ 2024 ໂດຍມີ ສະຫາຍ ພົທ ທອງລອຍ ສິລິວົງ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍ ຄະນະພັກ, ຄະນະນຳໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນການເມືອງ

      ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນ

      10/17/2024 2:00:26 PM

      ຂປລ. ກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ສໍາເລັດການເປັນເຈົ້າພາບ ຈັດກອງປະຊຸມວຽກງານສ່ວຍສາອາກອນອາຊຽນ (WG-AFT)ຄັ້ງທີ 19 ແລະ ກອງປະຊຸມວຽກງານ ອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຜູ້ແທນບັນດາປະເທດ ສະມາຊິກອາຊຽນ; ກອງເລຂາອາຊຽນ; ອົງການ OECD, ADB, WHO ເຂົ້າຮ່ວມ.

    • ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳການເມືອງ

      ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳ

      10/17/2024 1:52:22 PM

      ຂປລ. ພິທີລົງນາມບົດບັນທຶກຮ່ວມ 5 ພາກສ່ວນ ລະຫວ່າງ ອົງການໄອຍະການປະຊາຊົນ ເຂດ II ນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບ, ສານປະຊາຊົນເຂດ II, ຫ້ອງການຍຸຕິທໍາ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈຳເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນການເມືອງ

      ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນ

      10/16/2024 3:01:15 PM

      ຂປລ. ວັນ​ທີ 15 ຕຸລາ 2024 ຜ່ານ​ມາ, ​ໄດ້​ມີກອງປະຊຸມຖອດຖອນບົດຮຽນການ ຈັດຕັ້ງປະຕິບັດວຽກງານປະສານງານຂອງ 4 ພາກສ່ວນ


Top