ສະຖິຕິການລັກລອບຂ້າມຊາຍແດນ ໃນເອີຣົບ ຫລຸດລົງ 42% ໃນປີນີ້

17/10/2024 13:47
KPL ການຂ້າມຊາຍແດນ ທີ່ຜິດກົດໝາຍ ເຂົ້າສູ່ສະຫະພາບ ເອີຣົບ (ອີຢູ) ຫລຸດລົງ 42% ເຫລືອ 166.000 ຄົນ ໃນໄລຍະ 9 ເດືອນຂອງປີນີ້ ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ.
     ຂປລ.ສຳນັກຂ່າວ ເອເອຟພີ ລາຍງານວ່າ: ການຂ້າມຊາຍແດນ ທີ່ຜິດກົດໝາຍ ເຂົ້າສູ່ສະຫະພາບ ເອີຣົບ (ອີຢູ) ຫລຸດລົງ 42% ເຫລືອ 166.000 ຄົນ ໃນໄລຍະ 9 ເດືອນຂອງປີນີ້ ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ. ການຫລຸດລົງ ຫລາຍທີ່ສຸດ ເກີດຂຶ້ນຕາມເສັ້ນທາງ ຜ່ານພາກພື້ນ ທາງຕາເວັນຕົກຂອງ ຄາບມະຫາສະໝຸດ ບໍລິການ ຫລຸດລົງ 79% ເຫລືອ 17.000 ຄົນ ແລະ ເມດິີເຕເຣນຽນ ຕອນກາງ ຫລຸດລົງ 64%ເຫລືອ 47.700 ຄົນ. ໃນທາງ ກົງກັນຂ້າມ ຈຳນວນຜູ້ລັກລອບ ອົບພະຍົບ ເຂົ້າເມືອງຜ່ານເສັ້ນທາງ ອາຟຣີກາ ຕາເວັນຕົກ ເພີ່ມຂຶ້ນ ເປັນສອງເທົ່າ ສູ່ລະດັບ 30.600 ຄົນ ໃນໄລຍະ 9 ເດືອນຂອງປີນີ້. ຂະນະທີ່ ພາກພື້ນຂອງ ອີຢູ ເປັນຈຸດໝາຍ ປາຍທາງ ຊຶ່ງມີຜູ້ອົບພະຍົບ ຫລາຍທີ່ສຸດ ລວມເຖິງ ໂປໂລຍ ພົບຜູ້ເຂົ້າເມືອງເກືອບ 13.200 ຄົນ,​ ເພີ່ມຂຶ້ນ 192 ເມື່ອທຽບກັບສະຖິຕິປີ 2023./.
KPL

ຂ່າວອື່ນໆ


Top