ບໍລິສັດແອຣບັສ ຈະປັບຫລຸດພະນັກງານ 2.500 ຕຳແໜ່ງ

17/10/2024 13:50
Email Print 117
KPL ໃນບໍລິສັດ ແອຣບັສ ຜູ້ຜະລິດ ຍານອາວະກາດ ແຫ່ງໃຫຍ່ ຂອງໂລກ ຈາກເອີຣົບ ຊຶ່ງມີສຳນັກງານໃຫຍ່ ຢູ່ຝຣັ່ງ ເປີດເຜີຍ ແຜນກ່ຽວກັບ ການປັບຫລຸດ ພະນັກງານ ປະມານ 2.500 ຕຳແໜ່ງ

ຂປລ.ສຳນັກຂ່າວ ຕ່າງປະເທດລາຍງານ ໂດຍອ້າງຈາກ ແຫລ່ງຂ່າວ ລະດັບສູງ ໃນບໍລິສັດ ແອຣບັສ ຜູ້ຜະລິດ ຍານອາວະກາດ ແຫ່ງໃຫຍ່ ຂອງໂລກ ຈາກເອີຣົບ ຊຶ່ງມີສຳນັກງານໃຫຍ່ ຢູ່ຝຣັ່ງ ເປີດເຜີຍ ແຜນກ່ຽວກັບ ການປັບຫລຸດ ພະນັກງານ ປະມານ 2.500 ຕຳແໜ່ງ, ຊຶ່ງແຜນກ່ຽວກັບ ການຜະລິດ ຕະພັນ ປ້ອງກັນ ປະເທດ ແລະ ອາວະກາດ ໄດ້ຮັບຜົນກະທົບ ທັງໝົດ.

ຂະນະທີ່ ລາຍລະອຽດ ສ່ວນອື່ນ ຍັງບໍ່ມີການເປີດເຜີຍ ຢ່າງເປັນທາງການ , ປັດຈຸບັນ ສາຍການຜະລິດ ແລະ ປະຕິບັດການ ດ້ານຜະລິດ ຕະພັນ ປ້ອງກັນປະເທດ ແລະ ອາວະກາດຂອງ ແອຣບັສ ມີພະນັກງານ ປະມານ 35.000 ຄົນ ເມື່ອປີກາຍ ແລະ ສ້າງລາຍໄດ້ ໃຫ້ແກ່ ບໍລິສັດ ປະມານ 2.000 ລ້ານເອີໂຣ ຈາກລາຍໄດ້ ທັງໝົດຂອງບໍລິສັດ ຊຶ່ງຢູ່ທີ 65.400 ລ້ານເອີໂຣ ເມື່ອປີ 2023.

ສ່ວນຜົນກຳໄລຂອງ ແອຣບັສ ໃນໄລຍະ 6 ເດືອນຕົ້ນປີນີ້ ຢູ່ທີ 825 ລ້ານເອີໂຣ ຫລຸດລົງ 46% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ.  ເນື່ອງຈາກ ທຸລະກິດ ທີ່ກ່ຽວຂ້ອງກັບ ການປ້ອງກັນປະເທດ ແລະ ອາວະກາດ ຂາດທຶນເຖິງ 989 ລ້ານເອີໂຣ.

KPL

ຂ່າວອື່ນໆ


Top