ເກີດອຸບັດເຫດ ລົດບັນທຸກນ້ຳມັນ ລະເບີດໃນນີເຊຣີ ມີຜູ້ເສຍຊີວິດ ເກືອບ 150ຄົນ

17/10/2024 15:06
Email Print 104
KPL ເກີດອຸບັດເຫດ ລົດບັນທຸກນ້ຳມັນໃນ ນີເຊຣີ ລະເບີດ ໃນຂະນະທີ່ ຜູ້ຄົນແຮ່ກັນ ເອົາຖັງໄປໃສ່ ນ້ຳມັນ ທີ່ໄຫລອອກມາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 147ຄົນ ແລະ ບາດເຈັບ ອີກ50ຄົນ ພວມເຂົ້າປິ່ນປົວ ຢູ່ໂຮງໝໍ ສ່ວນໃຫຍ່ ຖືໄຟໄໝ້ ຕາມຮ່າງກາຍ.

ຂປລ.ຕາມຂ່າວຈາກ ນະຄອນ ອາບູຈາ,ວັນທີ17ຕຸລານີ້, ເກີດອຸບັດເຫດ ລົດບັນທຸກນ້ຳມັນໃນ ນີເຊຣີ  ລະເບີດ ໃນຂະນະທີ່ ຜູ້ຄົນແຮ່ກັນ ເອົາຖັງໄປໃສ່ ນ້ຳມັນ ທີ່ໄຫລອອກມາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 147ຄົນ ແລະ ບາດເຈັບ ອີກ50ຄົນ ພວມເຂົ້າປິ່ນປົວ ຢູ່ໂຮງໝໍ ສ່ວນໃຫຍ່ ຖືໄຟໄໝ້ ຕາມຮ່າງກາຍ. ເຫດການດັ່ງກ່າວ ເກີດຂຶ້ນ ທີ່ໝູ່ບ້ານ ແຫ່ງໜຶ່ງ ໃນລັດຈິກາວາ ທາງພາກເໜືອ ຂອງນີເຊຣີ ຫລັງຄົນຂັບ ລົດບັນທຸກ ນ້ຳມັນ ເສຍການຄວບຄຸມ ຂະນະເດີນທາງມາ ຈາກເມືອງຄາໂນ ທາງຕາເວັນອອກສຽງເໜືອ ມຸ່ງໜ້າໄປ ລັດທາງພາກເໜືອ ຈົນເຮັດໃຫ້ລົດບັນທຸກດັ່ງກ່າວປີ້ນ ແລະ ມີນ້ຳມັນ ໄຫລອອກມາ ຈາກຖັງ ລົດບັນທຸກນ້ຳມັນ ເຮັດໃຫ້ປະຊາຊົນ ໃກ້ຄຽງ ພາກັນ ເອົາຖັງ ໄປໃສ່ນ້ຳມັນ ທີ່ໄຫລອອກມາ ຈາກນັ້ນ ລົດເກີດລະເບີດ ແລະ ມີໄຟໄໝ້ ຢ່າງຮຸນແຮງ ຕາມມາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top