ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳ

17/10/2024 13:52
Email Print 135
KPL ຂປລ. ພິທີລົງນາມບົດບັນທຶກຮ່ວມ 5 ພາກສ່ວນ ລະຫວ່າງ ອົງການໄອຍະການປະຊາຊົນ ເຂດ II ນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບ, ສານປະຊາຊົນເຂດ II, ຫ້ອງການຍຸຕິທໍາ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈຳເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ພິທີລົງນາມບົດບັນທຶກຮ່ວມ
5 ພາກສ່ວນ ລະຫວ່າງ ອົງການໄອຍະການປະຊາຊົນ ເຂດ II ນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບ, ສານປະຊາຊົນເຂດ II, ຫ້ອງການຍຸຕິທໍາ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈຳເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການລົງນາມໃນຄັ້ງນີ້, ແມ່ນໄດ້ພ້ອມກັນກໍານົດກົນໄກປະສານງານ ການດຳເນີນຄະດີຕາມຂະ ບວນຍຸຕິທຳ ເປັນຕົ້ນ ການດໍາເນີນຄະດີຂອງ ອົງການສືບສວນ-ສອບສວນ ກອງບັນຊາການປ້ອງກັນຄວາມສະຫງົບ; ການດໍາເນີນຄະດີ ແລະ ການຕິດຕາມກວດກາ ຂອງອົງການໄອຍະການ ປະຊາຊົນເຂດ II;  ການດໍາເນີນຄະດີຂອງສານປະຊາຊົນ ເຂດ II; ການປະຕິບັດຄໍາຕັດສີນຂອງສານ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງ; ຫ້ອງການຍຸຕິທໍາເມືອງໄຊທານີ; ບັນຫາລວມທີ່ຈະໄດ້ແກ້ໄຂຮ່ວມກັນຂອງ 5 ພາກສ່ວນ;  ມາດຕະການຈັດຕັ້ງປະຕິບັດ. ບົດບັນທຶກຮ່ວມ ສະບັບດັ່ງກ່າວ, ສ້າງຂຶ້ນເພື່ອເປັນບ່ອນອີງໃຫ້ແກ່ 5 ພາກສ່ວນ ນໍາໄປຈັດຕັ້ງຜັນຂະຫຍາຍ ໃນຂະແໜງການຂອງຕົນ ໃຫ້ປະຕິບັດຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ມີຄວາມເປັນເອກະພາບກັນ.



ທ່ານ ວຽງຄໍາ ສີຫາໂຄດ ໄດ້​ກ່າວວ່າ: ເພື່ອໃຫ້ການລົງນາມໃນຄັ້ງນີ້ມີຜົນສັກສິດ ທ່ານໄດ້ເນັ້ນແຕ່ລະພາກສ່ວນປະສານສົມທົບເຊິ່ງກັນ ແລະ ກັນ ນໍາເອົາບົດບັນທຶກສະບັບນີ້
, ໄປຈັດຕັ້ງປະຕິບັດ ເຜີຍແຜ່ໃຫ້ພະນັກງານ ໃນຂົງເຂດຂອງຕົນຮັບຮູ້ ແລະ ເຂົ້າໃຈ ແລ້ວກຳນົດກົນໄກ, ລະບອບປະຊຸມ ປຶກສາຫາລື, ແລກປ່ຽນ, ຖອດຖອນບົດຮຽນ 6 ເດືອນຕໍ່ຄັ້ງ ໂດຍພັດປ່ຽນໝູນວຽນກັນເປັນເຈົ້າພາບ ເພື່ອແກ້ໄຂບັນຫາຄົງຄ້າງຮ່ວມກັນ ໃຫ້ມີຄວາມເປັນເອກະພາບ ໃນການຊອກຫາວິທີແກ້ໄຂຮ່ວມກັນ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບຄວາມຍຸຕິທຳ ແລະ ເຮັດໃຫ້ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມມີຄວາມສະຫງົບ ທົ່ວເມືອງໄຊທານີ.

ຂ່າວ-ພາບ: ແສງພະຈັນ

KPL

ຂ່າວອື່ນໆ

    • ອະນຸກຳມະການສຸຂະພາບ ຕິດຕາມກວດກາ ຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມ ໄອປາການເມືອງ

      ອະນຸກຳມະການສຸຂະພາບ ຕິດຕາມກວດກາ ຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມ ໄອປາ

      10/17/2024 2:22:29 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ຫົວໜ້າອະນຸກຳມະການສຸຂະພາບ ແລະ ທ່ານ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການ ວັດທະນະທໍາ-ສັງຄົມ, ຮອງຄະນະຊີ້ນຳລວມ ອະນຸກຳມະການສຸຂະພາບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມກວດກາ ຄວາມພ້ອມດ້ານສະຖານທີ່, ຢາ, ອຸປະກອນການແພດ, ພາຫະນະນຳສົ່ງ (ລົດ Ambulant) ແລະ ໜ່ວຍງານແພດ ຕາມວິຊາສະເພາະທີ່ກ່ຽວຂ້ອງ ຮັບໃຊ້ ແລະ ປະຈຳການໃຫ້ບໍລິການປິ່ນປົວສຸຂະພາບ ຢູ່ 3 ໂຮງໝໍສູນກາງ

    • ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາການເມືອງ

      ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາ

      10/17/2024 2:13:13 PM

      ຂປລ. ໃນວັນທີ 17 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ໂຊໂນມິ ທະນະກະ ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີດ​ບີ ປະຈຳ ສປປ ລາວ ໃນໂອກາດສໍາ​ເລັດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.

    • ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ Iການເມືອງ

      ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I

      10/17/2024 2:08:35 PM

      ຂປລ. ອົງຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ I ໃນວັນທີ 17 ຕຸລາ 2024 ໂດຍມີ ສະຫາຍ ພົທ ທອງລອຍ ສິລິວົງ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍ ຄະນະພັກ, ຄະນະນຳໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນການເມືອງ

      ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນ

      10/17/2024 2:00:26 PM

      ຂປລ. ກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ສໍາເລັດການເປັນເຈົ້າພາບ ຈັດກອງປະຊຸມວຽກງານສ່ວຍສາອາກອນອາຊຽນ (WG-AFT)ຄັ້ງທີ 19 ແລະ ກອງປະຊຸມວຽກງານ ອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຜູ້ແທນບັນດາປະເທດ ສະມາຊິກອາຊຽນ; ກອງເລຂາອາຊຽນ; ອົງການ OECD, ADB, WHO ເຂົ້າຮ່ວມ.

    • ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນການເມືອງ

      ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນ

      10/16/2024 3:01:15 PM

      ຂປລ. ວັນ​ທີ 15 ຕຸລາ 2024 ຜ່ານ​ມາ, ​ໄດ້​ມີກອງປະຊຸມຖອດຖອນບົດຮຽນການ ຈັດຕັ້ງປະຕິບັດວຽກງານປະສານງານຂອງ 4 ພາກສ່ວນ


Top