ສປຈີນ ຈະດຶງດູດນັກສຶກສາຕ່າງປະເທດມາຮຽນຕໍ່ເພີ່ມຂຶ້ນ

17/10/2024 13:49
Email Print 105
KPL ທ່ານ ຈອນ ລີ, ຜູ້ບໍລິຫານສູງສຸດ ປະຈຳ ເຂດບໍລິຫານ ພິເສດ ຮົ່ງກົງ ທາງພາກໃຕ້ ຂອງ ສປຈີນ ກ່າວວ່າ: ເຂດຮົ່ງກົງ ຈະດຶງດູດນັກສຶກສາ ຕ່າງປະເທດ ໃຫ້ເດີນທາງມາຮຽນຕໍ່ເພີ່ມຂຶ້ນ, ໂດຍສະເພາະ ນັກສຶກສາ ຈາກອາຊຽນ ແລະ ກຸ່ມປະເທດ ແລະ ພາກພື້ນໜຶ່ງແລວ ໜຶ່ງເສັ້ນທາງ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ທ່ານ ຈອນ ລີ, ຜູ້ບໍລິຫານສູງສຸດ ປະຈຳ ເຂດບໍລິຫານ ພິເສດ ຮົ່ງກົງ ທາງພາກໃຕ້ ຂອງ ສປຈີນ ກ່າວວ່າ: ເຂດຮົ່ງກົງ ຈະດຶງດູດນັກສຶກສາ ຕ່າງປະເທດ ໃຫ້ເດີນທາງມາຮຽນຕໍ່ເພີ່ມຂຶ້ນ, ໂດຍສະເພາະ ນັກສຶກສາ ຈາກອາຊຽນ ແລະ ກຸ່ມປະເທດ ແລະ ພາກພື້ນໜຶ່ງແລວ ໜຶ່ງເສັ້ນທາງ.

ແຜນການດັ່ງກ່າວ ລະຫວ່າງ ການນໍາສະເໜີ ນະໂຍບາຍ ຄັ້ງທີ 3 ໂດຍລະບຸວ່າ: ການສ້າງ ຮູບແບບ  ການສຶກສາຕໍ່ ໃນເຂດບໍລິຫານ ພິເສດ ຮົ່ງກົງຂອງ ສປ ຈີນ ຖືເປັນໜຶ່ງ ໃນມາດຕະການ ພັດທະນາ ເຂດຮົ່ງກົງ ກ້າວຂຶ້ນສູ່ ລະດັບສູນກາງ ການຮຽນລະດັບ ອຸດົມສຶກສາສາກົນ. ສຳລັບ ເຂດບໍລິຫານ ພິເສດ ຮົ່ງກົງຂອງ ສປ ຈີນ ຈະດຶງດູດນັກສຶກສາ ຕ່າງປະເທດ ເພີ່ມຂຶ້ນ ຜ່ານການໃຫ້ທຶນ ການສຶກສາ ແລະ ສິ່ງດຶງດູດອື່ນໆ.

ນອກນີ້  ເຂດບໍລິຫານພິເສດ ຮົ່ງກົງ ຂອງ ສປ ຈີນ ຍັງແນໃສ່ ຈັດກອງປະຊຸມ ແລະ ນິເທດສະການ ການສຶກສາສາກົນ ແລະ ສະໜັບ ສະໜູນໃຫ້ ສະຖາບັນ ອຸດົມສຶກສາ ທ້ອງຖິ່ນຍົກລະດັບ ຄວາມຮ່ວມມື ແລະ ການແລກປ່ຽນກັບ ສະຖາບັນທີ່ກ່ຽວຂ້ອງທົ່ວໂລກ ເພື່ອສົ່ງເສີມຮູບແບບ ສຶກສາ ຕໍ່ຢູ່ເຂດຮົ່ງກົງ ໃນລະດັບໂລກ./.

KPL

ຂ່າວອື່ນໆ


Top