ໜີ້ສິນສາທາລະນະທົ່ວໂລກ ບັນລຸ 100 ພັນຕື້ໂດລາສະະຫລັດ

17/10/2024 13:47
KPL ໜີ້ສິນ ສາທາລະນະທົ່ວໂລກ ຈະເພີ່ມຂຶ້ນສູ່ລະດັບສູງສຸດ ເປັນປະຫວັດສາດ ຈຳນວນ 100 ພັນຕື້ໂດລາສະຫະລັດ ໃນປີນີ້, ພ້ອມທັງ ເຕືອນວ່າ ມີທ່າອຽງທາງການເງິນ ຂອງຫລາຍປະເທດ ອາດຈະຮ້າຍແຮງ ກວ່າທີ່ຄາດການໄວ້.

ຂປລ.ສຳນັກຂ່າວ ເອເອຟພີ, ກອງທຶນເງິນຕາສາກົນ (ໄອເອັມເອຟ) ເປີດເຜີຍວ່າ: ໜີ້ສິນ ສາທາລະນະທົ່ວໂລກ ຈະເພີ່ມຂຶ້ນສູ່ລະດັບສູງສຸດ ເປັນປະຫວັດສາດ ຈຳນວນ 100 ພັນຕື້ ໂດລາສະຫະລັດ ໃນປີນີ້, ພ້ອມທັງ ເຕືອນວ່າ ມີທ່າອຽງທາງການເງິນ ຂອງຫລາຍປະເທດ ອາດຈະຮ້າຍແຮງ ກວ່າທີ່ຄາດການໄວ້. ໃນປີນີ້ ໜີ້ສິນສາທາລະນະທົ່ວໂລກ ຈະເພີ່ມຂຶ້ນສູງເຖິງ 93% ຂອງລວມຍອດ ຜະລິດຕະພັນພາຍໃນປະເທດ (ຈີດີພີ) ແລະ ຈະເຂົ້າສູ່ລະດັບ 100% ຂອງຈີດີພີ ພາຍໃນປີ 2030 ຫລື ທຽບເທົ່າກັບ 10 ຈຸດຈາກປີ 2019.

ນອກນີ້ ໄອເອັມເອຟ ແນະນຳ ການປະເມີນ ຄວາມສ່ຽງຂອງ ໜີ້ສິນ ທີ່ມີຄວາມສ່ຽງ ໃນການຜິດນັດຊໍາລະ, ພ້ອມທັງ ຄາດການວ່າ ໃນສະຖານະການ ຮ້າຍແຮງທີ່ສຸດ, ໜີ້ສິນສາທາລະນະ ທົ່ວໂລກ ອາດຈະເພີ່ມສູງເຖິງ 115% ຂອງຈີດີພີ ພາຍໃນປີ 2026, ຊຶ່ງສູງກວ່າ ການປະມານ ຄ່າພື້ນຖານ ເກືອບ 20%./.
KPL

ຂ່າວອື່ນໆ


Top