ອົດສະຕຣາລີ ປັບຂຶ້ນຄ່າທຳນຽມວີຊາ ສຳລັບນັກສຶກສາຕ່າງປະເທດຫລາຍກວ່າ2ເທົ່າ

01/07/2024 21:58
Email Print 256
KPL ກະ​ຊວງ ​ພາຍ​ໃນ​ ອົດ​ສະ​ຕຣາ​ລີ ຖະ​ແຫລງ​ການ​ວ່າ: ນັບຕັ້ງແຕ່ ວັນທີ 1 ກໍລະກົດ ເປັນຕົ້ນໄປ ຄ່າວີຊາ ສໍາລັບ ນັກສຶກສາ ຕ່າງປະເທດ ໄດ້ປັບ ເພີ່ມຂຶ້ນ ຈາກ 710 ໂດລາ ອົດສະຕຣາລີ ມາເປັນ 1.600 ໂດລາ ອົດສະຕຣາລີ

ຂປລ.ຕາມຂ່າວຈາກ ຊິດນີ, ກະ​ຊວງ ​ພາຍ​ໃນ​ ອົດ​ສະ​ຕຣາ​ລີ ຖະ​ແຫລງ​ການ​ວ່າ:ນັບຕັ້ງແຕ່ ວັນທີ 1 ກໍລະກົດ ເປັນຕົ້ນໄປຄ່າວີຊາ ສໍາລັບ ນັກສຶກສາ ຕ່າງປະເທດ ໄດ້ປັບ ເພີ່ມຂຶ້ນ ຈາກ 710 ໂດລາ ອົດສະຕຣາລີ ມາເປັນ 1.600 ໂດລາ ອົດສະຕຣາລີ  ສ່ວນຜູ້ຖື ວີຊາ ທ່ອງທ່ຽວ ແລະ ນັກສຶກສາ ທີ່ຖືວີຊາ ຊົ່ວຄາວ ຫລັງສຳເລັດ ການສຶກສາ ບໍ່ສາມາດ ຢືນຂໍວີຊາ ນັກສຶກສາ ຂະນະທີ່ຢູ່ ໃນອົດສະຕຣາລີໄດ້ ຊຶ່ງ​ເປັນ​ການ​ປ່ຽນ​ແປງ​ ທີ່​ຈະ​ຊ່ວຍ​ຟື້ນ​ຟູ ລະ​ບົບ ​ການ​ສຶກ​ສາ​ ສາ​ກົນ​ ຂອງ​ອົດ​ສະ​ຕາຣາລີ ​ກັບ​ຄືນ​ມາ ເປັນປົກກະຕິ ອີກຄັ້ງ ແລະ ສ້າງລະບົບ ຄົນເຂົ້າເມືອງ ທີ່ຍຸຕິທຳ ແລະ ດີກວ່າ ສຳລັບ ອົດສະຕຣາລີ. ໃນປີງົບປະມານ ທີ່ສິ້ນສຸດ ໃນວັນທີ 30 ກັນຍາ 2023.ອົດສະຕຣາລີ ມີຄົນເຂົ້າເມືອງ ເພີ່ມຂຶ້ນ 60% ຈຳນວນ 548.800 ຄົນ ໃນປີ 2022-2023, ນັກສຶກສາ ຕ່າງປະເທດ ທີ່ຍື່ນຂໍ ວີຊາໃໝ່ ໃນຂະນະທີ່ຢູ່ ໃນອົດສະຕຣາລີ ເພີ່ມຂຶ້ນ ຫລາຍກວ່າ 30%ຫລຍກວ່າ 150.000 ຄົນ.ນະໂຍບາຍນີ້ ບໍ່ເປັນຜົນດີ ຕໍ່ວິທະຍາໄລ ແລະ ເສດຖະກິດ ອົດສະຕຣາລີ ເພາະລາຍໄດ້ ຈາກນັກສຶກສາ ຕ່າງປະເທດ ເປັນ 1 ໃນອຸດສາຫະກຳ ການສົ່ງອອກ ໃຫຍ່ທີ່ສຸດຂອງປະເທດ ມີມູນຄ່າສູງເຖິງ 36,4ຕື້ໂດລາ ອົດສະຕຣາລີ ໃນປີ ງົບປະມານ 2022- 2023./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top