ສສ ຫວຽດນາມ-ສ.ເກົາຫລີ ເພີ່ມທະວີການຮ່ວມມືຫລາຍດ້ານ

01/07/2024 21:15
Email Print 232
KPL ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ການໂອ້ລົມ ສົນທະນາ ກັບບັນດາ ນັກຊ່ຽວຊານ, ນັກວິທະຍາສາດ ສ.ເກົາຫລີ ໃນຂົງເຂດ ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.ຈາກບົດຮຽນ ປະສົບການຂອງ ສ.ເກົາຫລີ ຢາກກໍ່ສ້າງ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຕ້ອງມີການລົງທຶນ ດ້ວຍຂອບຂະໜາດໃຫຍ່ ແລະ ໃນໄລຍະຍາວນານ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,ໃນການຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ, ວັນທີ 1 ກໍລະກົດ, ຢູ່ນະຄອນຫລວງ ເຊອູນ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ການໂອ້ລົມ ສົນທະນາ ກັບບັນດາ ນັກຊ່ຽວຊານ, ນັກວິທະຍາສາດ ສ.ເກົາຫລີ ໃນຂົງເຂດ ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.ຈາກບົດຮຽນ ປະສົບການຂອງ ສ.ເກົາຫລີ ຢາກກໍ່ສ້າງ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຕ້ອງມີການລົງທຶນ ດ້ວຍຂອບຂະໜາດໃຫຍ່ ແລະ ໃນໄລຍະຍາວນານ. ດ້ວຍບົດຮຽນ ປະສົບການ, ແຫລ່ງກຳລັງ, ພື້ນຖານ ດ້ານວັດຖຸ, ບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ບັນດາຮາກຖານ ຄົ້ນຄວ້າ ແລະ ຜະລິດ, ສ.ເກົາຫລີ ພ້ອມແລ້ວ ທີ່ຈະຮ່ວມມືກັບ ສສ ຫວຽດນາມ ໃນຂົງເຂດ ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ດ້ວຍໂຄງການ ລະອຽດ.ໃນໂອກາດນີ້ ທ່ານ ຟ້າມມິງຈິງ ໄດ້ຮັບຮູ້, ຂອບໃຈ ບັນດາຄຳເຫັນ ຢ່າງສຸດໃຈ ຂອງບັນດາຜູ້ແທນ ແລະ ສະເໜີ ບັນດານັກຊ່ຽວຊານ, ນັກວິທະຍາສາດ ສ.ເກົາຫລີ ສືບຕໍ່ປະກອບ ຄຳເຫັນຊ່ວຍ ສສ ຫວຽດນາມ ສ້າງຍຸດທະສາດ, ກົນໄກຖືກຕ້ອງ ໃຫ້ບຸລິມະສິດ ເພື່ອສາມາດແກ້ງແຍ້ງ, ດຶງດູດ ເງິນລົງທຶນ ແລະ ແຫລ່ງຊັບພະຍາກອນມະນຸດ; ພັດທະນາ ພື້ນຖານ ໂຄງລ່າງ ຂະແໜງ ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ແລະ ບັນດາ ຂະແໜງການ ທີ່ກ່ຽວຂ້ອງ. ຂະນະດຽວກັນ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ການໂອ້ລົມ ສົນທະນາ ກັບການນຳ ບາງກຸ່ມບໍລິສັດໃຫຍ່ ຂອງ ສ.ເກົາຫລີ ໂດຍສະເພາະ Huyndai Motors, GS Energy, Doosan Enerbility, KB Financial Group, Hana Financial Group, Shinhan Bank ໄດ້ຕີລາຄາສູງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ສສ ຫວຽດນາມ ແລະ ໃຫ້ຮູ້ວ່າ ພວມຮ່ວມມື, ລົງທຶນ, ດຳເນີນທຸລະກິ ຢ່າງມີປະສິດທິຜົນຢູ່ ສສ ຫວຽດນາມ. ບັນດາກຸ່ມບໍລິສັດ ສ.ເກົາຫລີ ປາດຖະໜາ ຢາກສືບຕໍ່ ລົງທຶນຢູ່ ສສ ຫວຽດນາມ ໃນບັນດາຂົງເຂດ ພະລັງງານ; ກໍ່ສ້າງສູນ ຂໍ້ມູນຄົບຊຸດ ແລະ ເຊື່ອມຕໍ່, ຫັນການບໍລິການ ສາທາລະນະ ເປັນດີຈີຕອນ; ຂະຫຍາຍ ສາຂາທະນາຄານ; ເບິ່ງແຍງດູແລ ສຸຂະພາບ ຂອງປະຊາຊົນ. ວິສາຫະກິດ ສ.ເກົາຫລີກໍ ປາດຖະໜາວ່າ ບັນດາກະຊວງ, ຂະ    ແໜງການ, ອົງການຂອງ ຫວຽດນາມ ຈະສືບຕໍ່ ປະຕິຮູບ ລະບຽບການ ບໍລິຫານ, ຮັບປະກັນແຫລ່ງໄຟຟ້າ ເປັນປົກກະຕິ ແລະ ຫລາຍຮູບຫລາຍແບບ; ມີນະໂຍບາຍ ໜູນຊ່ວຍ ພັດທະນາ ບັນດາຂະແໜງດັ່ງກ່າວ; ໜູນຊ່ວຍ ການບຳລຸງກໍ່ສ້າງ ແລະ ນຳໃຊ້ແຮງງານ, ເຊົ່າທີ່ດິນ.ທ່ານ  ຟ້າມມິງຈິງ ປາດຖະໜາວ່າ: ບັນດາ ກຸ່ມບໍລິສັດ ແຖວໜ້າຂອງ ສ.ເກົາຫລີ ຈະສືບຕໍ່ ເປີດກວ້າງ ການລົງທຶນ, ຮ່ວມມືກັບ ສສ ຫວຽດນາມ, ພ້ອມກັນຊຸກຍູ້ “ຂົງເຂດຮ່ວມມືໃໝ່”, ບົນພື້ນຖານ ວິທີການສຳຜັດ ທີ່ມີລັກສະນະ “ທົ່ວໂລກ, ຮອບດ້ານ, ທົ່ວປວງຊົນ”.ສຳລັບ ເວທີປາໄສ ວິສາຫະກິດ ຫວຽດນາມ - ສ.ເກົາຫລີ ແລະ ມີການລົງນາມ ໃນບົດບັນທຶກ ການຮ່ວມມື ສອງຝ່າຍ 23 ສະບັບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top