ສປ ຈີນ ຈັດກອງປະຊຸມໃຫຍ່ ຜູ້ແທນອຸດສາຫະກຳ-ການຄ້າ ທົ່ວປະເທດ ຄັ້ງທີ 13

13/12/2022 12:40
Email Print 359
KPL ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ 13 ຂອງ ສະຫະພັນ ອຸດສາຫະກຳ ແລະ ການຄ້າ ສປ ຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ,​ ເມື່ອ​ບໍ່​ດົນ​ມາ​ນີ້, ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ 13 ຂອງ ສະຫະພັນ ອຸດສາຫະກຳ ແລະ ການຄ້າ ສປ ຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ. ຈາກ​ນັ້ນ ທ່ານ ຫລີ ຊຽງ ກຳມະການ ປະຈຳ ກົມການເມືອງ ສູນກາງພັກ ກອມມູນິດຈີນ ໄດ້ຍົກ​ໃຫ້​ເຫັນ ນັບແຕ່ ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ 19 ຂອງ ພັກກອມມູນິດຈີນ ເປັນ ຕົ້ນມາ, ຂະໜາດ ແລະ ກຳລັງຕົວຈິງ ຂອງ ເສດຖະກິດ ພາກເອກະຊົນ ຂອງ ສປ ຈີນ ໄດ້ເພີ່ມຂຶ້ນ ຢ່າງຫລວງຫລາຍ, ພ້ອມ​ທັງ ໄດ້ເສີມຂະຫຍາຍ ບົດບາດ ສຳຄັນ ເຂົ້າໃນ ການຊຸກຍູ້ ການພັດທະນາ, ເພີ່ມທະວີ ການສ້າງ ວຽກເຮັດ ງານທຳ, ປັບປຸງ ຊີວິດ ການເປັນຢູ່ ຂອງປະຊາຊົນ, ຊຸກຍູ້ ການປະດິດ ສ້າງໃໝ່, ລົງເລິກ ການປະຕິຮູບ, ເປີດກວ້າງ ການເປີດປະຕູ ສູ່ພາຍນອກ. ຂະນະ​ທີ່ ສະຫະພັນ ອຸດ ສາຫະກຳ ແລະ ການຄ້າ ທຸກຂັ້ນ ໄດ້ປະກອບສ່ວນ ອັນພົ້ນເດັ່ນ. ທ່ານ ຫລີ ຊຽງ ​ໄດ້ກ່າວຕື່ມວ່າ: ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ 20 ຂອງ ພັກກອມມູນິດຈີນ ໄດ້ຊີ້ອອກ ທິດທາງກ້າວໄປ ຂ້າງໜ້າ ແລະ ກຳນົດ ແນວທາງ ການຈັດຕັ້ງ ປະຕິບັດ ໃຫ້ການ ພັດທະນາ ພາລະກິດ ຂອງພັກ ແລະ ປະ ເທດ ໃນຍຸກໃໝ່ ແລະ ຂະບວນ ການເດີນທາງ ອັນໃໝ່ ພ້ອມທັງ ບັນລຸ ເປົ້າໝາຍ ສູ້ຊົນຮ້ອຍປີ. ຄະ ນະນຳ ຊຸດໃໝ່ ຂອງ ສະຫະພັນ ອຸດສາຫະກຳ ແລະ ການຄ້າ ສປ ຈີນ ຕ້ອງມີ ຄວາມຮັບ ຜິດຊອບ ທາງການເມືອງ ເປັນຢ່າງສູງ, ມີນ້ຳໃຈ ປະຕິຮູບ ແລະ ປະດິດ ສ້າງໃໝ່, ເພື່ອສ້າງ ສະພາບການໃໝ່ ໃນການ ພັດທະນາ ພາລະກິດ ຂອງ ສະຫະພັນ ອຸດສາຫະກຳ ແລະ ການຄ້າ ຢ່າງບໍ່ຢຸດຢັ້ງ./.

(ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ


KPL

ຂ່າວອື່ນໆ


Top