KPL
ກຸ່ມບໍລິສັດ ຂະຫນາດໃຫຍ່ ຫລາຍກວ່າ 400 ແຫ່ງ ໃນຍີ່ປຸ່ນ ໄດ້ຮ່ວມກັນ ຮຽກຮ້ອງ ໃຫ້ລັດຖະບານ ເພີ່ມກຳລັງການຜະລິດ ໄຟຟ້າ ພະລັງງານ ໝູນວຽນ ໃຫ້ໄດ້ 3 ເທົ່າ ໃນປີ 2035
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ ເມື່ອບໍ່ດົນມານີ້, ກຸ່ມບໍລິສັດ ຂະຫນາດໃຫຍ່ ຫລາຍກວ່າ 400 ແຫ່ງ ໃນຍີ່ປຸ່ນ ໄດ້ຮ່ວມກັນ ຮຽກຮ້ອງ ໃຫ້ລັດຖະບານ ເພີ່ມກຳລັງການຜະລິດ ໄຟຟ້າ ພະລັງງານ ໝູນວຽນ ໃຫ້ໄດ້ 3 ເທົ່າ ໃນປີ 2035 ເພື່ອປັບປຸງ ນະໂຍບາຍ ພະລັງງານ ຂອງ ປະເທດ ໃຫ້ສອດຄ່ອງ ກັບ ຄຳໝັ້ນສັນຍາ ດ້ານ ສະພາບ ພູມອາກາດ, ຫລັງຈາກ ຍີ່ປຸ່ນ ໄດ້ເພິ່ງພາ ພະລັງງານ ຖ່ານຫີນ ຢ່າງຫລວງຫລາຍ.
ປັດຈຸບັນ, ກຸ່ມບໍລິສັດ ຂະໜາດໃຫຍ່ ຫລາຍກວ່າ 400 ແຫ່ງ ຈະເລັ່ງໃສ່ ການໃຊ້ໄຟຟ້າ ໝູນວຽນ ທັງໝົດ ລວມເຖິງ ບໍລິສັດ ຍີ່ປຸ່ນ 87 ແຫ່ງເຊັ່ນ: ໂຊນີ ແລະ ພານາໂຊນິດ ດ້ວຍການເພີ່ມ ກຳລັງ ການຜະລິດ ພະລັງງານ ໝູນວຽນ ພາຍໃນ ປະເທດ ຍີ່ປຸ່ນ. ຍີ່ປຸ່ນ ຈະສາມາດ ສ້າງຄວາມ ໝັ້ນຄົງ ດ້ານພະລັງງານ , ການປົກປ້ອງ ຄວາມສາມາດ ໃນການ ແຂ່ງຂັນ ລະດັບ ນານາຊາດ ແລະ ເພີ່ມການລົງທຶນ ພາກເອກະຊົນ ໃນໂຄງການ ພະລັງງານ ໝູນວຽນ ຫລາຍຂຶ້ນ . ຂະນະດຽວກັນ ກຸ່ມບໍລິສັັັດ ດັ່ງກ່າວ ຍັງ ຮຽກຮ້ອງໃຫ້ ຍີ່ປຸ່ນ ໃຊ້ແຜນ ພະລັງງານ ຍຸດທະສາດ ທີ່ມີ ກຳນົດ ເປີດຕົວ ໃນທ້າຍປີນີ້ ເພື່ອຈະເພີ່ມ ກຳລັງ ການຜະລິດ ໄຟຟ້າໝູນວຽນ ເປັນ 3 ເທົ່າ ຈາກ 121 ກິກາວັດ ໃນປີ 2022 ເປັນ 363 ກິກາວັດ ກ່ອນປີ 2035./
KPL