KPL
ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ແລະ ເອກະສານສຳຄັນອື່ນໆຈຳນວນໜຶ່ງ, ໃນວັນທີ 27 ມິຖຸນາ 2024 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ
ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ແລະ ເອກະສານສຳຄັນອື່ນໆຈຳນວນໜຶ່ງ, ໃນວັນທີ 27 ມິຖຸນາ 2024 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ຂອງອົງການໄອຍະການ ປະຊາຊົນສູງສຸດ ເຂົ້າຮ່ວມ.
ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນ ເຊື່ອມຊຶມເອກະສານສຳຄັນຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຍົກໃຫ້ເຫັນແຈ້ງສິ່ງທ້າທາຍ, ກາລະໂອກາດ ແລະ ການແກ້ໄຂບັນຫາຮີບດ່ວນ ເປັນຕົ້ນ ການແກ້ໄຂ ຄວາມເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ແກ້ໄຂອັດຕາເງິນເຟີ, ອັດຕາແລກປ່ຽນ, ແກ້ໄຂໜີ້ສິນ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດ, ລວມເຖິງ ການແກ້ໄຂທຸກການທ່ວງດຶງ, ຂອດຂັ້ນ, ລະບຽບການ, ກົດໝາຍ ທີ່ຍັງເປັນອຸປະສັກກີດຂວາງ, ຊັກຊ້າ, ບໍ່ໂປ່ງໃສ ໃຫ້ຕົກໄປ, ການຍູ້ແຮງການຄຸ້ມຄອງການລົງທຶນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຍູ້ແຮງການຜະລິດ ເປັນສິນຄ້າ, ຄຸ້ມຄອງລາຄາສິນຄ້າ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ.
ຈາກນັ້ນ, ກອງປະຊຸມຍັງໄດ້ເຜີຍແຜ່ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລ ຍະໃໝ່ ໂດຍ ສະຫາຍ ຫົວໜ້າ ອອປສ ໄດ້ຍົກໃຫ້ເຫັນ ຄວາມຈຳເປັນ ໃນການອອກມະຕິ, ແນວຄິດຊີ້ນຳ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດ, ການບໍລິການ, ລະບົບການເງິນ-ເງິນ ຕາ ແລະ ການຄຸ້ມຄອງ ບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວທີ່ໜັກແໜ້ນ ເພື່ອຕອບສະໝອງ ໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ, ສ້າງຄວາມຢູ່ດີກິນດີ ໃຫ້ປະຊາຊົນພາຍ ໃນຊາດ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ພ້ອມນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ເນັ້ນໃຫ້ສະມາຊິກພັກ, ພະນັກງານ-ລັດຖະ ກອນອົງການໄອຍະການປະຊາຊົນສູງສຸດ ຈົ່ງພ້ອມກັນເປັນເຈົ້າການ, ທຸ້ມເທສະຕິປັນຍາ, ເຫື່ອແຮງ, ຍົກສູງຄວາມຮັບຜິດຊອບ ການເມືອງເພື່ອນຳພາ-ຊີ້ນໍາ ໃນການຈັດຕັ້ງ ປະຕິບັດໃຫ້ຖືກທິດ, ປັບປຸງແກ້ໄຂຂໍ້ຄົງຄ້າງຜ່ານມາ, ເສີມຂະຫຍາຍດ້ານດີ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໂດຍສ້າງເປັນແຜນງານ, ໂຄງການ ແລະ ກິດຈະກໍາລະອຽດ ຕາມມະຕິກອງປະຊຸມໃຫຍ່ ສະມາຊິກພັກ ອົງການ ໄອຍະການປະຊາຊົນສູງສຸດ ຄັ້ງທີ 8, ຜັນຂະຫຍາຍແຜນງານ, ໂຄງການເຂົ້າເປັນກິດຈະກໍາປະຈໍາວັນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມ ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ທິດຊີ້ນໍາທາງຂັ້ນເທິງ ວາງອອກໃນແຕ່ລະໄລຍະ ໃຫ້ເປັນລະບົບ ຕໍ່ເນື່ອງ, ມີປະສິດທິພາບ, ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ເຮັດໃຫ້ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບ ການຕິດຕາມກວດ ກາ ການປະຕິບັດກົດໝາຍ ແລະ ການປະຕິບັດສິດກ່າວຟ້ອງ ຂອງອົງການໄອຍະການປະຊາຊົນ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ຂ່າວ: ກິດຕາ
KPL