ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດ

27/06/2024 14:06
Email Print 338
KPL ຂປລ. ກອງປະຊຸມວົງແຄບ ບັນດາເຈົ້າໜ້າທີ່ອາວຸໂສປະເທດ ສະມາຊິກອາຊຽນ ທີ່ຮັບຜິດ ຊອບວຽກງານອາຊະຍາກໍາຂ້າມຊາດ ເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024

ຂປລ. ກອງປະຊຸມວົງແຄບ ບັນດາເຈົ້າໜ້າທີ່ອາວຸໂສປະເທດ ສະມາຊິກອາຊຽນ ທີ່ຮັບຜິດ ຊອບວຽກງານອາຊະຍາກໍາຂ້າມຊາດ ເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສ ແລະ ຄະນະຜູ້ແທນທີ່ຮັບຜິດຊອບ ວຽກງານຕ້ານອາຊະຍາກໍາຂ້າມຊາດ ປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຕີລາຄາ ສະພາບການຂອງໂລກ ແລະ ພາກພື້ນ, ພ້ອມທັງທົບທວນຄືນຜົນການຈັດຕັ້ງປະຕິບັດ ບັນດາແຜນງານຕ້ານອາຊະຍາກໍາຂ້າມຊາດ ໃນໄລຍະຜ່ານມາ ຂອງບັນດາປະເທດສະມາຊິກອາຊຽນ. ນອກນີ້, ຍັງໄດ້ພ້ອມກັນປຶກສາຫາລື, ແລກປ່ຽນບົດຮຽນ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃນການຕ້ານອາຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນບັນຫາຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການລັກລອບຄ້າຂາຍອາວຸດເສິກ, ອາຊະຍາກໍາທາງເສດຖະກິດ, ການຟອກເງິນ, ອາຊະຍາກໍາທາງຄອມພິວເຕີ, ການໂຈລະກໍາທາງທະເລ, ການຄ້າຂາຍສັດປ່າ ແລະ ໄມ້ຫວງຫ້າມ ແລະ ການລັກລອບນໍາຄົນເຂົ້າ-ອອກເມືອງ. ທັງນີ້, ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນງານ, ໂຄງ ການ, ຂໍ້ຕົກລົງຕ່າງໆ ທີ່ກໍານົດໄວ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ຮັບປະກັນທາງດ້ານປະສິດທິຜົນ ແນໃສ່ສ້າງໃຫ້ປະຊາຄົມອາຊຽນ ມີສະຖຽນລະພາບ, ມີຄວາມໝັ້ນຄົງ, ມີຄວາມສະຫງົບສຸກ, ເປັນພາກພື້ນແຫ່ງສັນຕິພາບ ໄມຕີຈິດ ມິດຕະພາບ ແລະ ຢືນຍົງ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24ອາຊຽນ ASEAN

      ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

      6/26/2024 1:50:56 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.

    • ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດອາຊຽນ ASEAN

      ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ

      6/26/2024 1:46:19 PM

      ຂປລ. ໃນວັນທີ 26 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາ ຂ້າມຊາດ ຄັ້ງທີ 24 ເຊິ່ງນໍາໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ປະທານກອງປະຊຸມ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຂອງ ສປປ ລາວ.

    • ລາວ ສືບຕໍ່ບັນຫາໄຟເງິນເຟີ້ອາຊຽນ ASEAN

      ລາວ ສືບຕໍ່ບັນຫາໄຟເງິນເຟີ້

      6/26/2024 11:46:28 AM

      ສປປ ລາວ ສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ໄພເງິນເຟີ້ຢ່າງ ເພື່ອຫລຸດຜ່ອນຜົນກະທົບໂດຍລວມໃນສັງຄົມຂະນະທີ່ບັນດາ 10 ປະເທດ ສະມາຊິກອາຊຽນກໍພວມຜະເຊີນໜ້າໄພເງິນເຟີ້ເຊັ່ນກັນ.

    • ອາຊຽນ ສ້າງຖະແຫລງການ ກ່ຽວກັບການເຄື່ອນຍ້າຍ ແຮງງານ ແລະ ການພັດທະນາສີມື ໃຫ້ແກ່ແຮງງານເຄື່ອນຍ້າຍອາຊຽນ ASEAN

      ອາຊຽນ ສ້າງຖະແຫລງການ ກ່ຽວກັບການເຄື່ອນຍ້າຍ ແຮງງານ ແລະ ການພັດທະນາສີມື ໃຫ້ແກ່ແຮງງານເຄື່ອນຍ້າຍ

      6/26/2024 8:28:23 AM

      ຂປລ. ກອງປະຊຸມສ້າງຖະແຫລງການອາຊຽນ ກ່ຽວກັບການເຄື່ອນຍ້າຍແຮງງານ, ການຮັບຮູ້ ແລະ ການພັດທະນາສີມືແຮງງານ ໃຫ້ແກ່ແຮງງານເຄື່ອນຍ້າຍ ຈັດຂຶ້ນໃນລະຫວ່າງວັນທີ 24-25 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫ່ຍປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ

    • ປະເທດ ສ.ປປ ເກົາຫລີອາຊຽນ ASEAN

      ປະເທດ ສ.ປປ ເກົາຫລີ

      6/25/2024 5:27:28 PM

      ປະເທດສາທາ ລະນະລັດປະຊາທິປະໄຕ ປະຊາຊົນ ເກົາຫລີ (Democratic People’s Republic of Korea: DPRK) ຫລື ເອີ້ນວ່າ ສ.ປປ ເກົາຫລີ (North Korea), ມີນະຄອນຫລວງຊື່ວ່າ: ພຽງຢາງ(Pyong yang) ສປປເກົາຫລີ ເປັນປະເທດໜຶ່ງ ທີ່ຕັ້ງຢູ່ໃນອາຊີ ຕາເວັນອອກ ມີຊາຍແດນຕິດກັບ ຈີນ ແລະ ສ.ເກົາຫລີ. ມີເນື້ອທີ່ທັງໝົດ 121.125 ກິໂລແມັດ ກວມເອົາປະຊາກອນ ປະມານ 26,07 ລ້ານຄົນ(ໃນປີ 2022); ປະຊາຊົນສ່ວນໃຫຍ່ນັບຖື ສາສະໜາພຸດ ແລະ ລັດທິຂົງຈື້


Top